ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-23 14:31:04    
ຮູ້​ເງື່ອນ​ໄຂ​ທາງດິນ​ຟ້າ​ອາ​ກາດ​ທັງ​ຮູ້​ໄຊ​ຍະ​ພູມ ໄຊ​ຊະ​ນະ​ຈະ​ມີ​ສິ່ງ​ຮັບ​ປະ​ກັນ(ສຽງ)

cri Author: lm

ທີ່​ນີ້​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ, ສະບາຍດີ​ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ລາຍ​ການ​ນິ​ທານ​ສຸ​ພາ​ສິດ​ໄດ້​ວຽນມາ​ພົບ​ກັບ​ທ່ານ​ອີກ​ຕາມ​ເຄີຍ, ຊົມ​ເຊີຍ​ທ່ານ​ຕິດ​ຕາມ​ຮັບ​ຟັງ.

ຊຸນ​ອູ ນັກ​ການ​ທະຫານ​ທີ່​ມີ​ຊື່​ສຽງ​​ໃນ​ສະ​ໄໝ​ບູຮານ​ຂອງ​ຈີນ​ໄດ້​ສະ​ເໜີ​ອອກ​ມາ​ໃນ​ບົດ​ໄຊ​ຍະ​ພຸມ​ຂອງ "ຕຳລາ​ພິ​ໄຊ​ສົງ​ຄາມ​ຊຸນ​ຈື" ວ່າ: ທັງ​ຮູ້​ແຈ້ງ​ຝ່າຍ​ກົງ​ກັນ​ຂ້າມ, ທັງ​ຮູ້​ແຈ້ງ​ຕົນ​ເອງ, ກໍ່​ຈະ​ໄດ້​ຮັບ​ໄຊ​ຊະ​ນະ​ຢ່າງ​ບໍ່​ຕ້ອງ​ສົງ​ໄສ; ທັງ​ຮູ້​​​ແຈ້ງ​ເງື່ອນ​ໄຂ​ດິນ​ຟ້າ​ອາ​ກາດ​ທັງ​ຮູ້​ແຈ້ງ​ໄຊ​ຍະ​ພູມ, ​ໄຊຊະ​ນະ​ຈະ​ມີ​ສິ່ງ​ຮັບ​ປະ​ກັນ.

ຊຸນ​ຈື​ໄດ້​ເນັ້ນໜັກ "ຮູ້​ແຈ້ງ​ເງື່ອນ​ໄຂ​ດິນ​ຟ້າ​ອາກາດ​ແລະ​ຮູ້​ແຈ້ງໄຊ​ຍະ​ພູມ", ​ແມ່ນ​ຍ້ອນ​ການ​ເຄື່ອນ​ໄຫວ​ສົງຄາມ​ຕ້ອງອາ​ໄສ​ເງື່ອນ​ໄຂ​ທຳ​ມະ​ຊາດ​ຄື ດິນ​ຟ້າ​ອາ​ກາດ​ແລະ​ໄຊ​ຍະ​ພູມ​ເປັນ​ຕົ້ນ. ​ໃນ​ບັ້ນລົບ​ລະຫວ່າງ​ລັດ​ສິນ​ກັບ​ລັດ​ຈິ້ນທີ່​ສູ້​ກັນ​ຢູ່​ສຽວ​ໃນ​ໄລ​ຍະ​ກາງ​ສະ​ໄໝ​ຊຸນ​ຊິວ​ຂອງ​ຈີນ, ສິນ​ມູ້​ກົງ ​ເຈົ້າ​ຊີ​ວິດ​ລັດ​ສິນ​ໄດ້​ເສຍ​​ໄຊ​ຢ່າງ​ເຈັບ​ແສບ​ຍ້ອນ​ທັງ​ບໍ່​ມີ​ຄວາມ​ສາ​ມັກ​ຄີ​ທັງ​ບໍ່​ຮູ້​ແຈ້ງ​ເງື່ອນ​ໄຂ​ດິນ​ຟ້າ​ອາ​ກາດ​ແລະ​ໄຊ​ຍະ​ພູມ.

ປີ​ທີ 25 ລັດ​ຊະການ​ໂຈ່​ວຊຽງ​ຫວັງຫຼືປີ 628 ກ່ອນ​ຄິດຕະສັງກາດ, ​ເຈິ້ງ​ເຫ​ວິນ​ກົງ ​ເຈົ້າ​ຊີ​ວິດ​ລັດ​ເຈິ້ງ​ແລະ​ຈິ້ນ​ເຫ​ວິນ​ກົງ ​ເຈົ້າຊີວິດ​ລັດ​ຈິ້ນ​​ໄດ້​ສະ​ຫວັນ​ນະ​ຄົດ​ຕາມໆ​ກັນ. ​ສິນ​ມູ້​ກົງ ​ເຈົ້າ​ຊີ​ວິດ​ລັດ​ສິນ​ຕົກລົງ​ສວຍ​ໂອ​ກາດ​ນີ້​ແຕ່ງ​ກອງ​ທະ​ຫານ​ຂ້າມ​ແດນ​ລັດ​ຈິ້ນ​ໄປ​ຫຼອນ​ໂຈມ​ຕີ​ລັດ​ເຈິ້ງ, ​ເພື່ອ​ແຜ່​ຂະ​ຫຍາຍ​ອາ​ນາ​ເຂດ​ຂອງ​ຕົນ.

ຈຽນ​ຊູ ​ເສນາ​ບໍດີ​ຂອງ​ລັດ​ສິນ​ເຫັນ​ວ່າ, ລັດ​ສິນ​ກັບ​ລັດ​ເຈິ້ງ​ໄກ​ກັນ​ຫຼາຍຮ້ອຍ​ກິ​ໂລ​ແມັດ, ການ​ແຕ່ງ​ກອງ​ທະຫານ​​ເດີນທາງ​ໄກ​ແສນ​ໄກ​ໄປ​ບຸກ​​​ໂຈ​ມຕີ​ລັດ​ເຈິ້ງ, ລັດ​ເຈິ້ງ​ຍ່ອມ​ຈະ​ຮູ້​ການ​ເຄື່ອນ​ໄຫວ​ຂອງ​ກອງ​ທະຫານ​ລັດ​ສິນ​ ແລ້ວ​ທຳ​ການ​ກະ​ກຽມ​​ໃນ​ການ​ປ້ອງ​ກັນ, ​ເມື່ອ​ເປັນ​ຈັ່ງ​ຊັ້ນ​, ກອງ​ທະຫານ​ລັດ​ສິນ​ທັງ​ບໍ່​ໄດ້ຫຼອນ​ໂຈມ​ຕີ​ລັດ​ເຈິ້ງ​ຢ່າງ​ສຳ​ເລັດ​ຜົນ, ຍັງ​ຈະ​ປະ​ທະ​ກັນ​ກັບ​ຜົນ​ປະ​ໂຫຍ​ດຂອງ​ລັດ​ຈິ້ນອີກ, ສ່ວນ​ລັດ​ຈິ້ນກໍ່​ເດັດ​ຂາດ​ບໍ່​ຫ່ອນ​ຈະ​​ໃຫ້​ກອງ​ທະ​ຫານ​ລັດ​ສິນ​ຂ້າມ​ແດນ​ໄປຢ່າງ​ງ່າຍດາຍ. ສະ​ນັ້ນ ການ​ຫຼອນ​ໂຈມ​ຕີ​ລັດ​ເຈິ້ງ​ເປັນ​ໄປ​ບໍ່​ໄດ້.

​ແຕ່​ສິນ​ມູ້​ກົງ​ຢາກ​ແຜ່​ຂະຫຍາຍ​ອານາ​ເຂດ​ຂອງ​ຕົນ​ທີ່​ສຸດ, ບໍ່​ຮັບ​ເຫັນ​ດີ​ນຳ​ຄຳ​ສຳ​ເໜີ​ຂອງ​ຈຽນ​ຊູ, ​ແລ້ວ​ແຕ່ງ​ກອງ​ທະຫານ​ໄປ​ຫຼອນໂຈມ​ຕີ​ລັດ​ເຈິ້ງ​ໃນ​ເດືອນ​ທັນ​ວາ​ປີ​ດຽວ​ກັນ.

ຕົ້ນລະດູ​ໃບ​ໄມ້​ປົ່ງ​ປີ​ລຸນ​ມາ, ກອງ​ທະຫານ​ລັດ​ສິນ​ໄດ້​ຜ່ານ​ຮ່ອມພູ​ສຽວ, ລັກ​ລອບ​ຂ້າມ​ຊາຍ​ແດນ​ລັດ​ຈິ້ນ​ຕອນໃຕ້.

​ຢູ່​ກາງ​ທາງ​ພໍດີໄດ້​ພົບ​ກັບສຽນ​ກາວ ພໍ່ຄ້າ​ລັດ​ເຈິ້ງ​ທີ່​​ຂາຍງົວ​ຕໍ່​ນັ້ນ​ໂດຍ​ບັງ​ເອີນ​. ສຽນ​ກາວ​​ເປັນ​ຄົນ​ມີ​ສະຕິ​ລະວັງ​ຕົວ, ຄາດ​ວ່າ​ກອງ​ທະຫານ​ລັດ​ສິນ​ກອງ​ນີ້​ຄົງ​ຈະ​ແມ່ນ​​ໄປ​ຫຼອນ​ໂຈມ​ຕີ​ລັດ​ເຈິ້ງ, ​ເລີ​ຍ​ໃຫ້​ຄົນ​ກັບ​ເມືອ​ລັດ​ເຈິ້ງ​ແຈ້ງ​ຄວາມ​​ໂດຍ​ດ່ວນ. ກອງ​ທະ​ຫານ​ລັດ​ເຈິ້ງ​ເລີຍ​ຂ້ຽວ​ເລັ່ງປ້ອງ​ກັນ. ກອງ​ທະຫານ​ລັດ​ສິນ​ໄດ້​ປະກົດ​ເຫັນ​ວ່າ​ລັດ​ເຈິ້ງ​​ໄດ້​ທຳ​ການ​ກະ​ກຽມ​ເປັນ​ຢ່າງ​ດີ​ແລ້ວ, ​ເຫັນວ່າ​ຖ້າ​ບຸກ​ໂຈມ​ຕີ​ລັດ​ເຈິ້ງ​ດ້ວຍ​ກອງ​ທະ​ຫານ​ຢ່າງ​ດ່ຽວ, ກໍ່​ຍາກ​ທີ່​ຈະ​ໄດ້​ຮັບ​ໄຊ​ຊະ​ນະ, ​ເລີຍ​ຢຸດ​ການ​ເຄື່ອນ​ທັບ.

​ໃນ​ເວລາ​ນີ້, ຈຸ້ນຊຽງ​ກົງ​ກໍ່​ໄດ້​ຮູ້​ຂ່າວກ່ຽວ​ກັບ​ກອງ​ທະຫານ​ລັດ​ສິນ​ແລ້ວ, ​ເລີຍ​ພາ​ກອງ​ທະ​ຫານ​​ເຄື່ອນທັບ​ຢ່າງ​ລັບໆ​ໄປ​ເຖິງ​ບ່ອນ​ທີ່ກອງ​ທະຫານ​ລັດ​ສິນ​ຕ້ອງ​ຜ່ານ​ເມື່ອ​ກັບ​ເມືອ​ລັດ​ສິນ, ລີ້​ຊ່ອນ​ຢູ່​ຮ່ອມພູ​ສຽວ. ​ເວລາ​ກອງ​ທະຫານ​ລັດ​ສິນ​ເດີນ​ຜ່ານ, ຖືກ​ກອງ​ທະ​ຫານ​ລັດ​ຈິ້ນ​ຫຼອນ​ໂຈມ​ຕີ​ຢ່າງ​ກະທັນຫັນ. ກອງ​ທະຫານ​ລັດ​ສິນ​ແຫຍ້​ກັນ​ຢູ່​ໃນ​ຮ່ອມ​ທີ່​ຄັບ​ແຄບ, ຕື່ນ​ຕົກ​ໃຈ​ຢ້ວນ​ກົວ​ທັງ​ວຸ້ນ​ວາຍ, ​ເດີນ​ໄປ​ໜ້າ​ບໍ່​ໄດ້, ຖອນຄືນຫຼັງ​ກໍ່​ບໍ່​ໄດ້, ການ​ຕໍ່​ຕ້ານ​ກໍ່​ບໍ່​​ແຂງ​ແຮງ, ​ໃນ​ທີ່​ສຸດ​ຈຶ່ງ​ຖືກ​ດັບ​ສູນ​ໝົດ.

​ໃນ​ການສູ້​ລົບ​ບັ້ນນີ້, ສິນ​ມູ້​ກົງ​​ແຕ່ງ​ກອງ​ທະຫານ​ໄປ​ບຸກ​​ໂຈ​ມຕີລັດ​ເຈິ້ງ​ຢ່າງ​ບໍ່​ຄຶດ​ໜ້າ​ຄຶດ​ຫຼັງ, ບໍ່​​ຮູ້​ຈັກ​ເງື່ອນ​ໄຂ​ດິນ​ຟ້າອາກາດ​ແລະ​ໄຊ​ຍະ​ພູມຢ່າງ​ຈະ​ແຈ້ງ, ນີ້​ແມ່ນ​ມູນ​ເຫດ​ຂໍ​ກະ​ແຈ​ທີ່ພາ​ໃຫ້​ເສຍ​ໄຊ​ຢ່າງ​​ເຈັບ​ແສບ.

​ໃນຊູ່​ມື້​ນີ້, ການ​​ຮູ້ຈັກ​ເງື່ອນ​ໄຂດິນ​ຟ້າ​ອາກາດ​ແລະ​ໄຊ​ຍະ​ພູມນັ້ນ ບໍ່​ພຽງ​ແຕ່​ເປັນ​ຄະ​ຕິ​ເຕືອນ​ໃຈ​ຂອງ​ນັກ​ການ​ທະຫານ​ທໍ່​ນັ້ນ, ໃນ​ຂົງ​ເຂດ​ການ​ຄ້າກໍ່​ມີ​ຄວາມໝາຍ​ອັນຕັ້ງ​ໜ້າ​ເຊັ່ນ​ດຽວ​ກັນ​, ​ໃນຊູ່​ມື້​ນີ້​ທີ່ການ​ຄ້າ​ໂລກາ​ພິວັດ, ການ​​ຮູ້ຈັກ​ເງື່ອນ​ໄຂ​ດິນຟ້າ​ອາ​ກາດ​ແລະ​ໄຊ​ຍະ​ພູມ ​ໄດ້​ກາຍ​ເປັນ​ຄະຕິ​ເຕືອນ​ໃຈ​ຂອງ​ນັກທຸລະກິດ​ໃນ​ຂົງ​ເຂດ​ຕ່າງໆ​. ​ແຕ່​ວ່າ ​ໃນ​ຊູ່​ມື້​ນີ້ ມັນບໍ່​ພຽງ​ແຕ່​ໝາຍ​ເຖິງ​​ເງື່ອນ​ໄຂດິນ​ຟ້າ​ອາກາດ​ແລະ​​ພູມ​ສາດທໍ່​ນັ້ນ, ຫາກ​ຍັງ​ໝາຍ​ເຖິງ​ທົ່ວ​ສະ​ພາບ​ແວດ​ລ້ອມ​ການ​ທຸ​ລະ​ກິດອີກ​ດ້ວຍ. ຖ້ານັກ​ທຸລະ​ກິດ​ບໍ່​ຮູ້ຈັກ​ສະ​ພາບ​ຄວາມ​ຕ້ອງ​ການ​ຂອງ​ສັງ​ຄົມ ສະ​ຖາ​ນະ​ການ​ຕະຫຼາດ​ໃນ​ສັງຄົມ ​ເງື່ອນ​ໄຂ​​ມະນຸດ​ສາດ​ແລະ​ປັດ​ໄຈ​ອື່ນໆ​ແລ້ວ, ກໍ່ຈະ​ຍາກ​ທີ່​ຈະ​ໄດ້​ຮັບ​ໄຊຊະນະ​ໃນ​ການ​ແກ່ງ​ແຍ່ງ​ກັນດ້ານ​ການ​ທຸ​ລະ​ກິດ.

ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ລາຍການ​ນິທານ​ສຸພາສິດ​ພາກ​ນີ້​ຂໍ​ສ້ຽງ​ສຸດ​ລົງ​ພຽງ​ທໍ່​ນີ້, ຂອບ​ໃຈ​ທ່ານ​ທີ່​ຮັບ​ຟັງ, ພົບ​ກັນ​ໃໝ່​ໃນ​ລາຍການ​ໜ້າ, ສະ​ບາຍ​ດີ.