ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-23 14:47:19    
FTA​ແມ່ນ​ຫຍັງ?

cri Author: li
ສັນຍາ​ການ​ຄ້າ​ເສລີ(Free Trade Agreement)ໝາຍ​ເຖິງ​ສອງ​ປະ​ເທດຫຼືສອງ​ປະ​ເທດ​ຂຶ້ນ​ໄປ(ລວມທັງ​ເຂດ​ແຄວ້ນ​ພາສີ​ອາກອນ​ທີ່​ເປັນ​ອິດສະຫຼະ) ອີງ​ຕາມ​ກະຕິ​ກາ​ທີ່​ກ່ຽວຂ້ອງ​ຂອງ​ອົງການ​ການ​ຄ້າ​ໂລກ(WTO)ຈັດ​ວາງ​ການ​ຄ້າ​ລັກສະນະ​ພາກ​ພື້ນ​ເພື່ອ​ບັນລຸ​ການ​ຄ້າ​ເສລີ​ເຊິ່ງກັນ​ແລະ​ກັນ. ​ເຂດທີ່​ຈໍ່​ຕົວ​ຂຶ້ນ​ໂດຍ​ຝ່າຍ​ເຊັນ​ສັນຍາ​ການ​ຄ້າ​ເສລີ​ເອີ້ນ​ວ່າ​ເຂດ​ການ​ຄ້າ​ເສລີ(Free Trade Area: FTA). ​ເນື້ອ​ໃນ​ຂອງ FTA ບໍ່​ພຽງ​ແຕ່​ລວມທັງ​ການ​ຄ້າ​ສິນຄ້າ​ຫັນ​ເປັນ​ເສລີ​ແລະ​ສະດວກ​ທໍ່​ນັ້ນ ຫາກ​ຍັງ​ພົວພັນ​ເຖິງ​ຄຳ​ໝັ້ນ​ສັນຍາ​​​ເຊິ່ງກັນ​ແລະ​ກັນ​ໃນ​ຂົງ​ເຂດ​ຍິ່ງ​ຫຼາຍ​ເຊັ່ນ:ການ​ຄ້າການ​ບໍລິການ,ການ​ລົງທຶນ,ລັດຖະບານ​ຈັດ​ຊື້,ການ​ປ້ອງ​ກັນ​ສິດ​ຊັບ​ສິນ​ທາງ​ປັນຍາ​ແລະ​ການຫັນ​​ເປັນ​ມາດຖານ​ເປັນ​ຕົ້ນ. FTA ​ໃນ​ຄວາມ​ໝາຍ​ກວ້າງ​ດັ່ງກ່າວ​ກໍຖືກ​ເອີ້ນ​ເປັນ​ສັນຍາ​ຮ່ວມ​ມື​ເສ​ດຖະກິດ(Economic Partnership Agreement: EPA).

ຫຼັກ​ອ້າງ​ອີງ​ດ້ານກົດໝາຍ​ຂອງ FTA ຕົ້ນຕໍ​ແມ່ນ​ຂໍ້​ມາດຕາ​ທີ 24 ຂອງ GATY ທີ່​ຖືກ​ຈັດ​​ເຂົ້າ​ໃນ​ຂອບ​ກົດໝາຍ​ອົງການ​ການ​ຄ້າ​ໂລກ ​ແລະ​ຂໍ້​ມາດຕາ​ທີ 5 ຂອງ GATS ທີ່​ກຳນົດ​​ຕາມ​ຍົກ​ອູ​ລູກ​ວຍ. ​ແຕ່​ວ່າ​ກໍ​ມີ FTA ຈຳນວນ​ໜຶ່ງ​ທີ່​ປະກອບ​ດ້ວຍ​ປະ​ເທດ​ພວມ​ພັດທະນາ​ທັງ​ໝົດ​​​ແມ່ນ​ສ້າງ​ຂຶ້ນ​ຕາມ"​ຂໍ້​ມາດຕາ​ມອບ​ສິດ​"ຂອງ​ GATT/WTO. ອີງ​ຕາມ​ກະຕິ​ກາ​ຂອງ​ອົງການ​ການ​ຄ້າ​ໂລກ,​ເມື່ອ​ສອດຄ່ອງ​ກັບ​ສາມ​ເງື່ອນ​ໄຂ​ແລ້ວ​, FTA ກໍ​ສາມາດ​ສ້າງ​ຕັ້ງ​ຂຶ້ນ​ຢູ່​ນອກ​ຫຼັກການ​ຖານະ​ປະ​ເທດ​ທີ່​ມີ​ສິດທິ​ພິ​ເສດຫຼາຍກວ່າ​ໝູ່​ຄື MFNT,ສາມ​ເງື່ອນ​ໄຂ​ນີ້ແມ່ນ: 1,ບໍ່​ຍົກ​ສູງ​ກຳ​ແພງ​ການ​ຄ້າ​ຕໍ່​ນອກ​ເຂດ; 2,ສະມາຊິກ​ທັງ​ໝົດ​ໃນ​ເຂດ​ຍົກ​​ເລີກ​ກຳ​ແພງ​ການ​ຄ້າ​ທັງ​ໝົດ​ເຊິ່ງກັນ​ແລະ​ກັນ; 3,ສຳ​ເລັດ​ການ​ເຈລະຈາ​ທັງ​ໝົດ​ພາຍ​ໃນ 10 ປີ. ​ແຕ່​ວ່າ,ຖ້າ​ການ​ສ້າງ​ຕັ້ງ FTA ​ເຮັດ​ໃຫ້​ກຳ​ແພງ​ການ​ຄ້າ​ຕໍ່​ນອກ​ເຂດ​ສູງ​ຂຶ້ນ,ກໍ​ຖື​ວ່າ​ໄດ້​ລະ​ເມີດ​ກະຕິ​ກາ​ຂອງ​ອົງການ​ການ​ຄ້າ​ໂລກ. ສ່ວນ FTA ທີ່​ສ້າງ​ຕັ້ງ​ຂຶ້ນ​​ຕາມ"​ຂໍ້​ມາດຕາ​ມອບ​ສິດ",ກໍສາມາດ​​ໄດ້​ຮັບ​ການ​ຈັດ​ວາງ​ພິ​ເສດ​ທີ່​ຍິ່ງ​ຜ່ອນ​ຍານ​ທີ່​ຕ່າງ​ກັບ FTA ທຳ​ມະ​ດາ.

ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ FTA ກັບ​ການ​ຄ້າຫັນ​ການທົ່ວ​ໂລກ​​ເປັນ​ແບບ​ເສລີ​ທີ່​ອົງການ​ການ​ຄ້າ​ໂລກ​ສົ່ງ​ເສີມນັ້ນ​ແມ່ນ​ການ​ພົວພັນ​ທີ່​ຕ່າງ​ຕາບ​ຈູ​ນກັນ​ແລະ​ຕ່າງ​ຊຸກ​ຍູ້​ກັນ,ບໍ່​ລະ​ເມີດ​ການຈັດ​ວາງ​ການ​ຄ້າ​ພາກ​ພື້ນ​ຂອງ​ກະຕິ​ກາ​ອົງການ​ການ​ຄ້າ​ໂລກ,ມີ​ຜົນ​ດີ​ຕໍ່​ການ​ຊຸກຍູ້​ການ​ຄ້າ​ທົ່ວ​ໂລກ​​ໃຫ້​ຫັນ​ເປັນເສລີ. ມູນ​ເຫດ​​ແມ່ນ: ໜຶ່ງ​ແມ່ນ​ການ​ສ້າງ FTA ສາມາດ​ອຳນວຍ​​ໂອກາດ​ເລືອດ​ເອົາຫຼາຍ​ຢ່າງ​ມາ​ໃຫ້​ສະມາຊິກ​ບັນລຸ​ເປົ້າ​ໝາຍຫັນ​ການ​ຄ້າ​ແລະ​ການ​ລົງທຶນ​ເປັນ​ແບບ​ເສລີ; ສອງ​ແມ່ນ​ສາມາດ​ຕາບ​ຈູ​ນບ່ອນ​ຫວ່າງ​ແລະ​ຂໍ້​ບົກພ່ອງ​ຂອງ​ລະບົບ​ການ​ຄ້າ​ຫຼາຍ​ຝ່າຍ​ຂອງ​ອົງການ​ການ​ຄ້າ​ໂລກ,ສະ​ສົມ​ບົດຮຽນ​ເພື່ອ​ຊຸກ​ຍູ້​ການ​ຄ້າ​ທົ່ວ​ໂລກ​ໃຫ້​ຫັນ​ເປັນ​​ແບບ​ເສລີ; ສາມ​ແມ່ນ​ຈະ​ຊ່ອຍ​ຍົກ​ລະດັບ​ການ​ເຈລະຈາ​ການ​ຄ້າ​ຫຼາຍ​ຝ່າຍ​ໃຫ້​ໜ້ອຍ​ລົງ,​ແລະ​ຍົກ​ສະມັດ​ຕະພາບ​ໝູນ​ເດີນ​ຂອງ​ກົນ​ໄກອົງການ​ການ​ຄ້າ​ໂລກ​ໃຫ້​ສູງ​ຂຶ້ນ; ສີ່​ແມ່ນ​ສາມາດ​ຜູກ​ມັດ​ລັດທິ​ປົກ​ປ້ອງ​ການ​ຄ້າ​ຂອງ​ຄູ່​ການ​ຄ້າ.