ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-23 15:30:26    
『ບຸນ​ເຂົ້າ​ຫນົມ​ບົວລອຍ』

cri

ມື້ 15 ຄ່ຳ​ເດືອນ​ຈຽງ​ຈັນ​ທະ​ຄະຕິ​ຈີນ​ແມ່ນມື້ບຸ​ນ​ຢວນຊຽວ​ເຈຍ​ຂອງ​ຈີນ,​ຄື​ບຸນ​ເຂົ້າຫນົມ​ບົວລອຍ,ທັງ​ແມ່ນ​ມື້​ສຸດ​ທ້າຍ​ໃນ​ຍາມ​ບຸນ​ກຸດ​ຈີນ

ຍາມ​ຄ່ຳ​ຂອງ​ບຸນ​ເຂົ້າ​ຫນົມ​ບົວ​ລອຍ​ແມ່ນ​ມື້​ເພັງ​ພະ​ຈັນ​ເຕັມ​ດວງ​ເທື່ອ​ທຳ​ອິດ​ຂອງ​ປີ​ໃຫມ່,​ໃນ​ຕອນກາງຄືນ​ມື້ນັ້ນ,​ໃນ​ຫມູ່​ໄທ​ເມືອງ​ຈີນ​ມີ​ຮີດຄອງ​ປະ​ເພນີ​ແຂວນ​ໂຄມ​ໄຟ​ສີຕ່າງໆ, ສະນັ້ນ,ບຸນ​ເຂົ້າຫນົມ​ບົວລອຍ​ກໍ​ເອີ້ນ​ວ່າ​ບຸນ​ໂຄມ​ໄຟ​ເຊັ່ນ​ກັນ,ບຸນ​ເຂົ້າຫນົມ​ບົວລອຍ​ປີນີ້ກົງ​ກັບ​ວັນ​ທີ 23 ກຸມພາ​ປີ​ສຸລິຍະ​ຄະຕິ.

ກາ​ນຊົມ​ໂຄມ​ໄຟ​ແລະ​ກິນ​ເຂົ້າຫນົມ​ບົວລອຍ​ແມ່ນ​ເນື້ອ​ໃນ​ສຳຄັນ​ສອງ​ຢ່າງ​ໃນ​ມື້​ບຸນ​ເຂົ້າ,​ເປັນ​ຫຍັງ​ໃນ​ມື້ບຸນນີ້​ຈຶ່ງຕ້ອງ​ແຂວນ​ໂຄມ​ໄຟ,ຕາມ​ການ​ເລົ່າລື​ກັນ​ວ່າ,ກ່ອນ​ ຄ.ສ ປີ 180,​ເຈົ້າຮ້ານ​ເວີນ ​ເຈົ້າຊີວິດ​ລາດ​ຊະ​ວົງ​ຊີ່​ຮ້ານໄດ້​ຂຶ້ນສະ​​ເຫວີຍ​ລາດ​ໃນ​ມື້ 15 ຄ່ຳ​ເດືອນ​ຈຽງ,​ເພື່ອ​ສະຫຼອງການ​ຂຶ້ນສະ​ເຫວີຍ​ລາດ,​ເຈົ້າຊີວິດ​ຮ້ານ​ເວີນ​ຊົງ​ຕົກລົງ​ກຳນົດ​ມື້ 15 ຄ່ຳ​ເດືອນ​ຈຽງ​ເປັນ​ມື້ບຸນ​ໂຄມ​ໄຟ.​ເມື່ອ​ຮອດ​ຕອນ​ຄ່ຳ​ມື້ນັ້ນ,ທຸກ​ປີ​ເຈົ້າຊີວິດ​ກໍ​ສະ​​ເດັດ​ປະພາດ​ຢູ່​ນອກ​ພະລາດ​ຊະ​ວັງ,ຫຼິ້ນມ່ວນ​ຊື່ນ​ຮ່ວມ​ກັນກັບ​ສາມັນ​ຊົນ,​ໃນ​ມື້ນັ້ນ,ທຸກໆ​ຄອບ​ຄົວ​ຢູ່​ຕາມ​ຖະຫນົມ​ຫົນທາງລ້ວນ​ແຕ່​ແຂວນ​ໂຄມ​ໄຟ​ສີ​ທີ່​ແປກ​ປະຫຼາດຫຼາຍຢ່າງ​ຫຼາຍ​ແນວ​ເພື່ອ​ໃຫ້​ຄົນ​ທັງຫຼາຍ​ໄປຊົມ,​ເມື່ອ​ຮອດ​ກ່ອນ ຄ.ສ. ປີ 104,ບຸນ​ເຂົ້າຫນົມ​ບົວລອຍ​ຖືກ​ຈັດ​ເປັນ​ບຸນ​ສຳຄັນ​ຂອງ​ຊາດ​ຢ່າງ​ເປັນ​ທາງ​ການ,ການ​ຕົກລົງ​ດັ່ງກ່າວ​ເຮັດ​ໃຫ້​ບຸນ​ເຂົ້າຫນົມ​ບົວລອຍ​ມີ​ຂະຫນາດ​ໃຫຍ່​ກວ່າ​ເກົ່າ,ຕາມ​ຂໍ້​ກຳນົດ,ຢູ່​ສາທາລະນະ​ສະຖານ​ແລະ​ທຸກໆ​ຄອບຄົວ​ຕ້ອງ​ແຂວນ​ໂ​ຄມ​ໄຟ​ສີ​ຫມົດ,​ໂດຍ​ສະ​ເພາະ​ແມ່ຖະຫນົນ​ສິວິ​ໄລ​ແລະ​ໃຈກາງ​ວັດທະ ນະທຳ​ຕ້ອງ​ຈັດ​ງານ​ໂຄມ​ໄຟ​ແລະ​ງານ​ວາງສະ​ແດງ​ໂຄມ​ໄຟ​ຢ່າງ​ຂະຫນາດ​ໃຫຍ່​ແລະ​ຄຶກຄື້ນ,ຍິງ​ຊາຍ​ນ້ອຍ​ໃຫຍ່​ພາກັນຊົມ​ໂຄມ​ໄຟ​ສີ​ແລະ​ແກ້ຄຳທວາຍ​ທີ່​ຂຽນ​ໃສ່​ເຖິງໂຄ​ມ​ໄຟ,​ເຊີດມັງກອນ​ໂຄມ​ໄຟ​ເປັນຕົ້ນຈົນຊອດ​ແຈ້ງ.ແຕ່​ນັ້ນມາ​ເລີຍ​ເຮັດ​ແນວ​ນີ້​ສືບ​ກັນ​ມາຊູ່​ປີ,​ຈົນ​ກາຍ​ເປັນ​ຮີດຄອງ​ປະ​ເພນີ​ຂອງ​ຊາ​ວຈີນ​​ໃນທຸກ​ສະ​ໄຫມ,ຕາມ​ບົດ​ບັນ​ໄວ້​ວ່າ,​ເມື່ອ​ຄ.ສ.ປີ 713 ,ລາດ​ຊະ​ວົງ​ຖາງ​ໃນ​ຄາວ​ນັ້ນ​ໄດ້​ຈັດ​ພູ​ໂຄມ​ໄຟ​ຂະຫນາດ​ໃຫຍ່​ຄື​ແຂວຍ​ໂຄມ​ໄຟ​ສີ​ຕ່າງໆ 5 ຫມື່ນ​ກວ່າ​ຫນ່ວຍ​ຄູນ​ກັນ​ຂຶ້ນ ສູງ​ປະ​ມານ 7 ​ແມັດ,ຢູ່​ເມືອງ​ຊາງ​ອ່ານ​ ນະຄອນຫຼວງ​ໃນ​ຄາວ​ນັ້ນຄື​ເມືອງ​ຊີ​ອານ​ໃນ​ປະຈຸ​ບັນ




ໂຄມ​ໄຟ​ສີ​ໃນ​ຍາມ​ບຸນ​ເຂົ້າຫນົມ​ບົວລອຍ,​ໂດຍ​ທົ່ວ​ໄປ​ແມ່ນ​ເຮັດ​ດ້ວຍ​ເຈ້ຍ​ສີ,ສາມາດ​ເຮັດ​ເປັນ​ຮູບ​ຊະນິດ​ຕ່າງໆ​ຄື​ສາຍພູສາຍ​ນ້ຳ,ສິ່ງ​ກໍ່ສ້າງ ບຸກຄົນ ດອກ​ໄມ້​ດອກ​ຕອກແລະ​ນົກ​ຫນູ​ປູ​ປີກ​ເປັນຕົ້ນ,​ໃນ​ນັ້ນ​ໂຄມ​ມ້າ​ແລ່ນມີ​ສີສັນ​ພິ​ເສດ​ຂອງ​ຈີນ,​ໂຄມ​ມ້າ​ແລ່ນ​ເປັນ​ເຄື່ອງຫຼິ້ນຊະ​ນິດ​ຫນຶ່ງ,ຕາມ​ເວົ້າ​ວ່າ​ໂຄມ​ຊະນິດ​ນີ້​ມີ​ປະຫວັດ​ພັນ​ກວ່າ​ປີ​ແລ້ວ.ຢູ່​ໃນ​ໂຄມ​ດັ່ງກ່າວ​ໄດ້​ຕິດ​ໃບ​ພັດ​ລົມ,​ໃນ​ເວລາ​ໄຕ້​ທຽນ​ໄຂ​​ໃສ່ໃນ​ໂຄມ​ນີ້,ອາຍ​ຮ້ອນລອຍ​ຂຶ້ນ,​ເຮັດ​ໃຫ້​ໃບ​ພັດ​ລົມ​ປິ່ນ,ມ້າ​ເຈັ້ຍທີ່​ຕິດ​ໃສ່​ໃບ​ພັດ​ລົມ​ກໍ​ປິ່ນ​ນຳ,​ ​ມ້າ​ເຈັ້ຍພິມ​​ເງົາ​ໃສ່ໂຄມ​ສີ, ​ເບິ່ງ​ທາງ​ນອກ​,​ກໍ​ຄື​ມ້າຫຼາຍໆ​ໂຕ​ກຳ​ລັງ​ແລ່ນ​ຢູ່,ໃນ​ຫຼາຍປີ​ມາ​ນີ້, ຢູ່​ພາກ​ເຫນືອ​ຂອງ​ຈີນ ສິນລະປະຄວັດ​ນ້ຳກ້າມ​ໃຫ້​ເປັນ​ຮູບ​ຕ່າງ​ໆ ແລ້ວ​ຕໍ່​ດອກ​ໄຟ​ໃສ່​ຄື​ກັບ​ໂຄມ​ໄຟ​,ພ້ອມ​ກັນນັ້ນ,ຄົນ​ທັງຫຼາຍ​ຍັງໄດ້​ໃຊ້​ໄຮ​,​ເຮັດໂຄມ​ໄຟ​ນານາ​ສີ​ປະກອບ​ກັບ​ໂຄມ​ນ້ຳກ້າມ​ທີ່​ເຫຼຶ້ອມຍິບຍັບ​ ຈັ່ງ​​ແມ່ນ​ເປັນ​ຫນ້າ​ເບິ່ງ​ທີ່​ສຸດ.




ການ​ກິນ​ເຂົ້າຫນົມ​ບົວລອຍ​ໃນ​ຍາມ​ບຸນ​ເຂົ້າຫນົມ​ບົວລອຍ​ກໍ​ແມ່ນ​ຮີດຄອງ ຢ່າງນຶ່ງ,​ໃນ​ສະ​ໄຫມລາ​ດຊະ​ວົງຊົ້ງຄື​ແຕ່​ປີ 960 -- ປີ 1279,​ໃນ​ຫມູ່​ປະຊາຊົນເລີ່​ມກິນ​ອາຫານ​ໃຫມ່​ຊະນິດ​ຫນຶ່ງ​ໃນ​ມື້ບຸນ​ດັ່ງກ່າວຄື:​ເອົາ​ຫມາກ​ໄມ້​ຊະນິດ​ຕ່າງ​ໆເຮັດ​ເປັນ​ໄສ້,​ເປືອກ​ແມ່ນ​ເຮັດ​ດ້ວຍ​ແປ້ງ​ເຂົ້າຫນຽວ,​ ຕົ້ມກິນ,ຈັ່ງ​ແມ່ນ​ແຊບ​ອີ​ຫຼີ,ພາຍ​ລຸນ​ມາ,​ເຂດ​ພາກ​ເຫນືອ​ຂອງ​ຈີນ,ສ່ວນ​ຫຼາຍ​ເອີ້ນ​ເຂົ້າຫນົມ​ຊະນິດ​ນີ້​ເປັນ​ເຂົ້າຫນົມ​ຢວນຊ່ຽວ,​ເຂົ້າຫນົມຢວນຊ່ຽວມີ​​ໄສ້ເກືອບ30 ຊະນິດ,​ເຊັ່ນໄສ້ຫມາກທັນ​ເຊື່​ອມ​,ຫມາກ​ຖົ່ວກວນ ຫມາກງາ ​ແລະ​ໂຊ​ໂກລາ​ເປັນຕົ້ນ,​ເຂົ້າຫນົມ​ບົວລອຍ​ຂອງແຫ່ງ​ຕ່າງໆ​ກໍ​ມີ​ລົດ​ຊາດ​ຕ່າງ​ກັນ, ບົວລອຍ​ຂອງ​ແຂວງຮູ​ນານ​ທີ່​ຢູ່​ພາກ​​ໃຕ້ຂອງ​ຈີນ​ເປັນສີຂາວໆ,​ໄສໆ ທັງ​ຫອມ​ທັງ​ຫວານ,ຂະຫນົມບົວລອຍ​ຂອງ​ເມືອງ​ນິງ​ໂປ່ ​ແຂວງ​ເຈີ​ຈ່ຽງ ທາງພາກ​ຕາ​ເວັນ​ອອກ​ຂອງ​ຈີນມັກ​​ໃສ່ໄ​ສ້ຫຼາຍ​​ແຕ່ເປືອກ​ບາງ,ຂະຫນົມ​ບົວລອຍ​ຂອງ​ຊຽງ​ໄຮ້​ຄື​ໄຂ່​ນົກກາງ​ແກ​​ເປັນ​ກ້ອນ​ນ້ອຍໆ,ກິນ​ແລ້ວ​ຮູ້ສຶກ​ຫວານ​ແລະ​ເຢັນ​ຊຸ່ມ​ຄໍ ເຂົ້າຫນົມ​ບົວລອຍ​ຂອງ​ປັກ​ກິ່ງ​ມີ​ໄສ້ປ້ຽວ​ຫວານ ​ໄສ້ຫມາກງາ​ແລະ​​ໄສ້ ນ້ຳມັນ​ເບີ​ເປັນຕົ້ນກໍ​ມີ​ລົດ​ແຊບ​ອີກ​ແບບ​ຫນຶ່ງ




ໃນ​ບຸນ​ເຂົ້າຫນົມ​ບົວລອຍ​ນອກຈາກ​ຊົມ​ໂຄມ​ໄຟ​ແລະ​ກິນ​ຂະຫົມ​ບົວລອຍ​ແລ້ວ,ຍັງ​ໄດ້​ຈັດການ​ເຄື່ອນ​ໄຫວ​ລື້​ນ​ເລີງ​ຊະນິດ​ຕ່າງ​ໆ​ຄື​:ຫຼິ້ນ​ໄ​ມ້​ໂຢກ​ເຢກ ຟ້ອນ​ຢາງ​ເກີ ​ເຊີດ​​ສິງ​​ໂຕເປັນ​ຕົ້ນ,​ໂດຍສະ​ເພາະ​ແມ່ນ​ເຊີດ​​ສິງ​ໂຕ,ນອກຈາກ​ຈີນ​ແລ້ວ​,​ຢູ່​ບ່ອນ​ທີ່​ມີ​ຊາວ​ຈີນ​​ຢູ່​​ແຫ່ງຕ່າງໆ​ໃນ​ໂລກ,​ເມື່ອ​ຮອດ​ມື້ບຸນ,ກໍ​ມັກ​ຈັດການ​ສະ​ແດງ​ເຊີດ​ ​ສິງ​ໂຕ​ ເສບ​ດົນ​ພື້ນ​ເມືອງ​ຈີນ, ຕີ​ຄ້ອງ​ຕີ​ກອງ ​ເປົ່າ​ປີ່​ເປົ່າ​​ແກ່ ບໍ່​ວ່າ​ຜູ່​ສະ​ແດງ​ຫຼືວ່າ​ຜູ່ຊົມ​ລ້ວນ​ແຕ່​ເຂົ້າຮ່ວມ​ຢ່າງ​ດີ​ອົກ​ດີ​ໃຈ,​ຟົດ​ຟື້ນ​ຄຶກຄື້ນທີ່​ສຸດ