ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-23 18:28:57    
ງານ​​ເອ​ກສ໌​ໂປຈີນ​ອາຊ​ຽນ​ຄັ້ງ​ທີ​ສອງ​ໄດ້​ເລີ່ມ​ເຊື້ອ​ເຊີນ​ນັກ​ທຸ​ລະ​ກິດ​ມາ​ເຂົ້າ​ຮ່ວມ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ນັກ​ຂ່າວ​ໄດ້​ຊາບ​ຈາກຄະນະ​ເລຂາ​ງານ​​ເອກ​ສ໌​ໂປ​ຈີນ​ອາ​ຊຽນ​ວ່າ, ຮ້ານ​ວາງສະ​ແດງ​ໃນ​ງານ​​ເອກ​ສ໌​ໂປ​ຈີນ​ອາຊຽນ​ຄັ້ງທີ​ສອງ​ຈະ​ເພີ່ມ 1000 ກວ່າ​ຮ້ານ​ເມື່ອ​ທຽບ​ກບຄັ້ງປະຖົມ​ມະ​ເລີກ, ຍອດ​ຈຳ​ນວນ​ຮ້ານ​ວາງ​ສະ​ແດງ​ຈະ​ບັນລຸ 3000 ກວ່າ​ຮ້ານ.

ງານ​​ເອກ​ສ໌​ໂປ​ຈີນອາຊ​ຽນຄັ້ງທີ​ສອງ​ໄດ້​ຕັ້ງ​ເຂດ​ວາງສະ​ແດງ​ໃຫຍ່ 5 ​ເຂດຄື ​ເຂດ​ບັນ​ດາ​ປະ​ເທດ ​ເຂດ​ລົງທຶນ ​ເຂດ​ທ່ອງທ່ຽວ​ແລະ​ເຂດ​ພັດທະນາຊັບ​ພະ​ຍາ​ກອນ​ມະ​ນຸດ. ​ໃນ​ນັ້ນ ​ເຂດ​ພັດ​ທະ​ນາ​ຊັບພະຍາກອນ​ມະນຸດ​ແມ່ນ​ຕັ້ງ​ໃໝ່​ໃນ​ປີ​ນີ້. ຕົ້ນຕໍ​ວາງສະ​ແດງ​ຜົນ​ການ​ສຶກ​ສາ​ຂອງ​ປະ​ເທດ​ຕ່າງໆ ​ເຈລະຈາ​ໂຄງການ​ຮ່ວມ​ມື​ດ້ານ​ຊັບພະຍາ​ກອນ​ມະນຸດ, ຮັດ​ແໜ້ນ​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ໃນ​ດ້ານ​​ພັດທະນາ​ຊັບພະຍາກອນ​ມະ​ນຸດ​ລະ​ຫວ່າງ​ປະ​ເທດ​ຕ່າງໆ.

​ເຂດບັນດາ​ປະ​ເທດຕົ້ນຕໍ​ແມ່ນ​ເຂດ​ໂຄສະນາ​ຄວາມ​ມີສະ​ເໜຂອງຕົວ​ເມືອງ​ຈີນ​ແລະອາ​ຊຽນ, ​ແຕ່​ລະ​ປະ​ເທດ​ຈະ​ເລືອກ​ຕົວ​ເມືອງໜຶ່ງ​ເປັນຕົວ​ແທນ, ສະ​ແດງ​ຈຸດ​ພິ​ເສດ​ແລະ​ໝາກ​ຜົນ​ຂອງ​ຕົວ​ເມືອງ​ໃນ​ດ້ານ​ການ​ຄ້າ ການທ່ອງທ່ຽວ​ ການ​ລົງທຶນ​ແລະ​ເຕັກ​ນິກ​ເປັນ​ຕົ້ນ.