ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-23 20:24:44    
ສະຫະ​ປະຊາ​ຊາດ​ເຫັນ​ວ່າ​ການ​ພົວ​ພັນ​ປາ​ເລັສ​ຕິນ​ອິສຣາ​ແອນ​ໄດ້​ຮັບ​ການ​ປົວ​ແປງ​​ໃຫ້​ດີ​ຂຶ້ນ​ຢ່າງ​ເດັ່ນ​ຊັດ

cri Author: q
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ22​ກຸມພາ,ທ່ານ​​ແພຼ​ເດີ​ແກັສທ໌ ຮອງ​ເລຂາ​ທິການ​ໃຫຍ່​ສະ​ຫະ​ປະຊາ​ຊາດທີ່​ຮັບຜິດຊອບ​ວຽກ​ງານ​ການ​ເມືອງ​​ກ່າວ​ວ່າ,​ໃນ​​​ໜຶ່ງ ເດືອນ ​ມາ​ນີ້,ການ​ພົວ​ພັນ​ປາ​ເລັສ​ຕິ​ນອິສຣາ​ແອນ​ໄດ້​ມີ​ການ​ປົວ​ແປງ​ໃຫ້​ດີ​ຂຶ້ນ​ຢ່າງ​ເດັ່ນ​ຊັດ.ການ​ແກ້​ໄຂ​ບັນຫາ​ຕາ​ເວັນ​ອອກ​ກາງ​ໂດຍ​ສັນຕິ​ໄດ້​ປະກົດ​ມີ​​ແສງ​ອາ​ລຸນອີກ.

ໃນ​ເວລາລາຍ​ງານ​ສະຖານະ​ການ​ຕາ​ເວັນ​ອອກ​ກາງ​ຢູ່​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ,ທ່ານ​ແພຼນ​ເດີ​ແກັສທ໌ຊີ້​ອອກ​ວ່າ,ປີ2005,ພາຍ​ໃຕ້​ຄວາມ​ພະຍາຍາມ​ຂອງ​ທ່ານ​ຊາ​ລອນ ນາຍົກລັດຖະມົນຕີອິສຣາ​ແອນ​ແລະທ່ານ​ອັບ​ບາສ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕິນ,​ແຜນການ​​ເສັ້ນທາງ​ສັນຕິພາບ​ຕາ​ເວັນ​ອອກ​ກາງ​ໄດ້​ຮັບ​ການປະຕິບັດ​ຄືນ​ໃໝ່.ທ່ານ​ຮຽກຮ້ອງ​ໃຫ້​ປະຊາ​ຄົມ​ໂລກ​ຕັ້ງໜ້າ​ເຂົ້າ​ຮ່ວມ,​ແລະ​ຊຸກ​ຍູ້​ໃຫ້​ບັນດາ​ຝ່າຍ​ໄດ້​ມີ​ຄືບ​ໜ້າ​ໃນ​ບັນຫາ​ຕາ​ເວັນ​ອອກ​ກາງ.

ເມື່ອ​ກ່າວ​ເຖິງ​ບັນຫາ​ອິສຣາ​ແອນ​ສ້າງ​ກຳ​ແພງ​ຂັ້ນ,ທ່ານ​ແພຼນ​ເດີ​ແກັສທ໌​ເວົ້າ​ວ່າ,ອິສຣາ​ແອນ​ຕ້ອງ​ແຈ້ງ​ໃຫ້​ພາຍ​ນອກ​ຊາບ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ຂອງ​ເຂົາ​ພາຍ​ໃຕ້ປະຖົມ​ປັດ​ໄຈ​ທີ່​ບໍ່​ເພີ່ມ​ຕື່ມຄວາມທຸກ​ທໍລະມານໃຫ້​ປະຊາຊົນ​ປາ​ເລັສຕິນ,ບໍ່​ກະທົບກະ​ເທືອ​ນ​ເຖິງ​ບັນຫາ​ຖານະ​ສຸດ​ທ້າຍ​ຂອງ​ປາ​ເລັສຕີນ​ອິສຣາ​ແອນ,​ແລະບໍ່​ທຳລາຍ​ອະ​ນາ​ຄົດ​ສັນ​ຕິ​ພາບ​ຂອງ​ພາກ​ພື້ນ​ດັ່ງກ່າວ.