ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-24 16:35:55    
ຈີນ​ເລັ່ງ​ເລັດ​ບຳລຸງ​ສ້າງ​ກຳ​ມະ​ກອນ​ເຕັກ​ນິກ​ຊັ້ນ​ສູງ

cri Author: q
CRIລາຍ​ງານ​ວ່າ: ນັກ​ຂ່າວ​ໄດ້​ຊາ​ບຈາກກອງ​ປະຊຸມວຽກ​ງານ​ແຮງ​ງານ​ແລະ​ປະກັນ​ສັງ​ຄົມ​ທົ່ວ​ປະ​ເທດ​ຈີນ​ທີ່​ປິດ​ປະຊຸມ​ໃນ​ອາທິດ​ແລ້ວ​ນີ້ ,ປີ​ນີ້,ຈີນ​ໄດ້​ສຳ​ເລັດເປົ້າ​ໝາຍ​ທີ່​ບຳລຸງ​ສ້າງ​ກຳ​ມະ​ກອນ​ເຕັກນິກ​ຊັ້ນ​ສູງ1​ແສນ​ຄົນ​ຕາມ​ແຜນການ.ນອກ​ນີ້,ກອງ​ປະ​ຊຸມ​ເທື່ອ​ນີ້​ຍັງ​ເຜີຍ​ໃຫ້​ຮູ້ວ່າ,ຕໍ່​ໄປ​ພາຍ​ໜ້າ,ຈີນ​ຈະ​ສືບ​ຕໍ່​ເພີ່ມ​ຄວາມ​ແຮງ​ໃນ​ການ​ບຳ​ລຸງ​ສ້າງ​ກຳ​ມະ​ກອນ​​ເຕັກ​ນິກ​ຊັ້ນ​ສູງ.

ກຳມະກອນ​ເຕັກນິກ​ແມ່ນໝາຍ​​ເຖິງ​ກຳມະກອນ​ທີ່ຊຳນານວຽກ​ງານ​ເຕັກນິກ​ທີ່​ກ່ຽວ​ຂ້ອງ.​ກຳ​ມະ​ກອນ​ເຕັກ​ນິກ​ຊັ້ນ​ສູງ​ແມ່ນ​ໝາຍ​ເຖິງ​ກຳມະກອນ​ທີ່​ສາມາດກຳກັບ​ແລະນຳ​ໃຊ້​ເຕັກ​ນິກ​ຊັ້ນ​ສູງ​ໃນ​ລະ​ດັບ​ອັນ​ແນ່​ນອນ,​ພວກ​ເຂົາ​ເຈົ້າ​ສາ​ມາດ​​ແກ້​ໄຂ​ບັນ​ຫາ​ເຕັກ​ນິກ​ຂໍ​ກະ​ແຈທີ່​ປະ​ສົບ​ໃນ​ການ​ຜະ​ລິດ.​ການ​ຂາດ​ເຂີນ​ກຳ​ມະ​ກອນ​ເຕັກ​ນິກ​ຊັ້ນ​ສູງ​ຈະ​ພາ​ໃຫ້​ຄຸນ​ນະພາບ​ຂອງ​ຜະ​ລິດ​ຕະ​ພັນ ​ວິ​ສາ​ຫະ​ກິດ​ຕ່ຳ​ລົງ,​ກຳ​ລັງ​ແກ່ງ​ແຍ່ງ​ກໍ່​ອ່ອນ​ລົງ.​ສ່ວນ​ຖ້າ​ປະ​ເທດ​ໜຶ່ງ​ຂາດ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ດ້ານ​ນີ້,ກໍ​ຈະ​ກະທົບ​ກະ​ເທືອ​ນ​ເຖິງ​ການ​ຂະ​ຫຍາຍ​ຕົວ​ຂອງ​ຂະ​ແໜງ​ການ​ໃດ​ໜຶ່ງ​ຈົນ​ກະທັ້ງ​ເສດ​ຖະ​ກິດ​ທົ່ວ​ສັງຄົມ.ສະ​ນັ້ນ,​ໃນ​ຫຼາຍ​ປະ​ເທດ​ພັດທະນາ,​ກຳ​ມະ​ກອນ​ເຕັກ​ນິກ​ຊັ້ນ​ສູງ​ໄດ້​ກວມ30​%​ຫາ​40%​ຂອງ​ຍອດ​ຈະ​ນວນ​ ​ກຳ​ມະ​ກອນ​ເຕັກ​ນິກ.

ຈີນ​ມີ​ຊັບພະຍາ​ກອນ​ແຮງ​ງານ​ຢ່າງ​ຫຼວງ​ຫຼາຍ.​ແຕ່​ວ່າ​ພັດ​ຂາດ​ເຂີນກຳມະກອນ​ເຕັກນິກ​ໂດຍ​ສະ​ເພາະ​​ແມ່ນ​ກຳມະກອນ​ເຕັກນິກ​ຊັ້ນ​ສູງ​ໂດຍ​ທຽບ​ຖານ.ນີ້​ໄດ້​ກາຍ​ເປັນ​ປັດ​​ໄຈ​ສຳ​ຄັນ​ອັນ​ໜຶ່ງ​ທີ່​ຜູກ​ມັດ​ການ​ພັດທະນາ​ເສດຖະ​ກິດ​ຈີນ.ທ່ານ​ຈ່າງ​ສຽວ​ຈ້ຽນ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຮງ​ງານ​ແລະ​ປະ​ກັນ​ສັງ​ຄົມ​ຈີນ​ເວົ້າ​ວ່າ:

" ​ກຳມະກອນ​ເຕັກນິກ​ຊັ້ນ​ສູງ​ໄດ້​ແຈກ​ຢາຍ​ຢູ່​ບັນດາ​ຂະ​ແໜງ​ການ​ເສດຖະກິດ​ແຫ່ງ​ຊາດ,ມີ​ຈຳນວນ​ຫຼວງ​ຫຼາຍ,​ແລະມີ​ບົດບາດ​ສຳຄັນ.​ເມື່ອສັງ​ເກດ​ຈາກ​ສະພາບ​ກຳມະກອນ​ເຕັກນິກ​ຊັ້ນ​ສູງ​ຂອງ​ຈີນ​ໃນ​ສະ​ເພາະ​ໜ້າ​ນີ້,ຍອດຈຳນວນ​ກຳມະກອນ​ເຕັກນິກ​ຊັ້ນ​ສູງ​ຍັງ​ບໍ່​ສາມາດ​ຕອບ​ສະໜອງ​ຄວາມ​ຕ້ອງການ,ກຳມະກອນ​ເຕັກນິກ​ຊັ້ນ​ສູງ​ກວມ​ພຽງ4%ຂອງ​ຍອດ​ຈຳ​ນວນ​ກຳ​ມະ​ກອນ​ເຕັກນິກທໍ່​ນັ້ນ. "

ທ່ານ​ຈ່າງ​ສຽວ​ຈ້ຽນກ່າວ​ວ່າ:ຄຽງ​ຄູ່​ກັບ​ເສດຖະກິດ​ຈີນ​ພັດທະນາ​ຢ່າງ​ໄວວາ,ຫຼາຍຂະ​ແໜງ​ການ​ດັ້ງ​ເດີມລ້ວນ​ແຕ່​ໄດ້​ເລື່ອນ​ຊັ້ນ​ຂອງ​ອຸດສາຫະກຳ,ລະ​ບົບອຸດສາຫະກິດທີ່​ນັບ​ມື້​ນັບ​ຫັນ ​ທັນ​ສະ​ໄໝ​ນັ້ນ​ຕ້ອງການ​ກຳມະກອນ​ເຕັກນິກ​ຊັ້ນ​ສູງຈຳນວນ​ຫຼວງ​ຫຼາຍ​ທີ່​ກຳກັບ​ເຕັກນິກ​ຍອດ​ຢ້ຽມ​ລາຍ​ໜຶ່ງ​ນັ້ນ​ຢ່າງ​ຮີບ​ດ່ວນ.ກໍ​ແມ່ນ​ຍ້ອນ​ມູນ​ເຫດ​ດັ່ງກ່າວ,​ໃນ​ຫຼາຍປີ​ມານີ້,ຈີນ​ໄດ້​ເລັ່ງລັດ​ບຳລຸງ​ສ້າງ​ເຕັກ​ນິກ​ກຳ​ມະ​ກອນ​ຊັ້ນ​ສູງ.​ໃນ​ກອງ​ປະຊຸມ​ວຽກ​ງານ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ທົ່ວ​ປະ​ເທດ​ຈີນ​ທີ່​ຈັດ​ຂຶ້ນ​ໃນ​ທ້າຍ​ປີ​ກາຍ​ນີ້,​ລັດ​ຖະ​ບານ​ຈີນ​ໄດ້​​ເອົາ​ການ​ບຳລຸງ​ສ້າງ​ກຳ​ມະ​ກອນ​ເຕັກ​ນິກ​ຊັ້ນ​ສູງ​ຈັດ​ເຂົ້າ​ໃນ​ແຜນ​ກຳ​ນົດ​ລວມ​ຂອງ​ຍຸດ​ທະ​ສາດ​ສ້າງ​ປະ​ເທ​ດ​​ໃຫ້​ເຂັ້ມ​ແຮງ​ດ້ວຍ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ.

ພາຍ​ໃນ​ເບື້ອງ​ຫຼັງ​ດັ່ງກ່າວ,​ຈຳນວນໂຮງຮຽນ​ສ້າງ​ກຳມະກອນ​ເຕັກນິກ​ຊັ້ນ​ສູງ​ຂອງ​ແຫ່ງ​ຕ່າງໆ​ໄດ້​ເພີ່ມຂຶ້ນ​ຢ່າງ​ຫຼວງ​ຫຼາຍ.ປະຈຸ​ບັນ,ທົ່ວ​ປະ​ເທດ​ຈີນ​ໄດ້​ລື່ນ​ກາຍ300​ກວ່າ​ຫຼັງ.ອົງການ​ເຫຼົ່າ​ນີ້​ໄດ້​ສົ່ງ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​​ໄປ​ໃຫ້​ທຸກຂະ​ແໜງ​ການຢ່າງບໍ່​ຂາດ​ສາຍ.

ນອກ​ນີ້,ຈີນ​ຍັງ​ໄດ້​ເລັ່ງລັດ​ອົບ​ຮົບ​ກຳມະກອນ​ເຕັກນິກ​ທີ່​ຢູ່​ໜ້າ​ທີ່​ຕຳ​ແໜ່​ງ,​ເຮັດ​ໃຫ້​ລະ​ດັບ​ເຕັກນິກ​ຂອງ​ພວກ​ກ​ເຂົາ​ເຈົ້າ​ຍົກ​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.​ໃນ​ຕົ້ນ​ປີ​ນີ້,ຈີນ​ໄດ້​​ເລີ່​ມ​ປະ​ຕິ​ບັດ​ໂຄງການ​ຫຼາຍ​ລາຍ​ເຊັ່ນ​ແຜນການ​ຊ່າງ​ເຕັກນິກ​ໃໝ່,ກິດ​ຈະ​ການ​ອົບ​ຮົມ​ກຳ​ມະ​ກອນ​ເຕັກ​ນິກ​ຊັ້ນ​ສູງ​ເປັນ​ຕົ້ນ.ປະຈຸ​ບັນ,​​ຈີນ​ໄດ້​ບັນລຸ​ເປົ້າ​ໝາຍ​ທີ່​ບຳລຸງ​ສ້າງ​ກຳມະກອນ​ເຕັກນິກ​ຊັ້ນ​ສູງ1​ແສນ​ຄົນ​ໃນ​ປີ​ນີ້.ນອກ​ນີ້,ອົງການ​ປົກຄອງ​ທ້ອງ​ຖິ່ນ​ຕ່າງໆ​ແລະ​ລັດ​ວິ​ສາ​ຫະກິດ​ຂະ​ໜາດ​ໃຫຍ່​ຈຳນວນ​ໜຶ່ງ​ກໍ​ໄດ້​ທະຍອຍ​ກັນ​ວາງ​ນະ​ໂຍບາຍ​ແລະ​ມາດ​ຕະການ​ທີ່​ກ່ຽວຂ້ອງ,​ເລັ່ງລັດ​ບາດກ້າວ​ບຳ​ລຸງ​ສ້າງ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ​ດ້ານ​ເຕັກນິກ​ຊັ້ນ​ສູງ.

ເພື່ອ​ວາງສະ​ແດງ​ເຕັກນິກ​ຂອງ​ກຳມະກອນ​ເຕັກນິກ​ຊັ້ນ​ສູງ​ຜູ້ດີ​​ເດັ່ນ,​ໃຫ້​ແຫ່ງ​ຕ່າງໆ​ແລກ​ປ່ຽນ​ບົດ​ຮຽນ​ໃນ​ການ​ບຳລຸງ​ສ້າງ,​ແຕ່ລະ​ປີ,ຈີນ​​ໄດ້​ຈັດການ​ແຂ່ງຂັນ,​ການ​ເຄື່ອນ​ໄຫວ​ແລກ​ປ່ຽນ​ຫຼາຍ​ລາຍ.​ຕາມ​ສະຕິ​ຖິ​ບໍ່​ຄົບ​ຖ້ວນ,​ປີ​ນີ້,​ແຫ່ງ​ຕ່າງໆ​ຂອງ​ຈີນ​ໄດ້​ຈັດ​ການ​ເຄື່ອນ​ໄຫວ​​ແຂ່ງ​ຂັນ​ຂອງ​ກຳມະກອນ​ເຕັກນິກ​ຊັ້ນ​ສູງ​ເກືອບ300​ລາຍ.ມີ​ຜູ້​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​4​ລ້ານ6​ແສນ​ກວ່າ​ຄົນ,ກຳມະກອນ​ເຕັກ​ນິກ​ຊັ້ນ​ສູງ​ຜູ້​ດີ​ເດັ່ນ​ງວດໜຶ່ງ​ໄດ້​ຮັບ​ການ​ຍ້ອງຍໍ​ແລະ​ລາງວັນ.

ເຈົ້າ​ໜ້າ​ທີ່​ຂອງ​ກະຊວງ​ແຮງ​ງານ​ແລະ​ປະກັນ​ສັງຄົມ​ຈີນ​ກ່າວ​ວ່າ,ປີໜ້າ,ຈີນ​ຈະສືບ​ຕໍ່​ເພີ່ມ​ຄວາມ​ແຮງ,ບູລະນະ​ນະ​ໂຍບາຍ​ແລະ​ມາດ​ຕະການ​ກ່ຽວ​ກັບ​ການບຳລຸງ​ສ້າງ​ກຳມະກອນ​ເຕັກນິກ​ຊັ້ນ​ສູງ​ໃຫ້​ສົມບູນຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ,ປົວ​ແປງ​ອົງ​ປະກອບ​ຜູ້​ອອກແຮງ​ງານ​ເຕັກນິກ​ໃຫ້​ສົບ​ບູນຂຶ້ນ​ເປັນ​ກ້າວໆ,​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ການ​ພັດທະນາ​ເສດ​ຖະກິດ​ຈີນ.