ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-24 16:42:03    
ຈີນ​ສະໜັບ​ສະ​ໜູນ​ການ​ຄົ້ນ​ຄວ້າ​ໂຄຼນ​ເພື່ອ​ການ​ປົວ​ພະ​ຍາດ

cri Author: q
CRIລາຍ​ງານ​ວ່າ: ຫວ່າງ​ມໍ່ໆ​ນີ້,ຄະນະ​ກຳມະການ​ກົດໝາຍ​ຂອງ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ສະ​ໄໝ​ທີ59​ໄດ້​ຜ່ານ​ຄຳ​ຖະ​ແຫຼ​ງການ​ການ​ເມືອງ​ສະບັບ​ໜຶ່ງ,ທວງ​ໃຫ້​ບັນດາ​ປະ​ເທດ​ເກືອດ​ຫ້າມ​ການ​ໂຄຼນມະນຸດ​ດ້ວຍ​ຮູບ​​ແບບ​ໃດໆ​ທີ່​ລະ​ຝືນ​ກັບສັກ​ສີ​ຂອງ​ມະນຸດ.30ກວ່າ​ປະ​ເທດ​ເຊັ່ນ​ຈີນ​ແລະ​ອັງກິດ​ເປັນ​ຕົ້ນ​ໄດ້​ປ່ອນ​ບັດ​ຄັດຄ້ານຄຳ​ຖະ​ແຫຼ​ງການ​ດັ່ງກ່າວ.ຜູ້​ແທນ​ຈີນ​ເຫັນ​ວ່າ,ການ​ບັນ​ລະ​ຍາຍ​ຂອງ​ຄຳ​ຖະ​ແຫຼ​ງການ​ບໍ່​ຈະ​ແຈ້ງ,ອາດ​ຈະ​ພາ​ໃຫ້​ຄົນ​ເຂົ້າ​ໃຈ​ຜິດ​ວ່າການຄົ້ນຄວ້າ​ໂຄຼນ​ເພື່ອ​ການ​ປົວ​ພະຍາດ​ກໍ​ຖືກເກືອດ​ຫ້າມ,ທັງ​ນີ້​ຈີນ​ຮັບ​ເອົາ​ບໍ່​ໄດ້.ນັກ​ຂ່າວ​ໄດ້​ສຳພາດ​ຜູ້​ຊ່ຽວຊານ​ທີ່​ກ່ຽວຂ້ອງ​ກັບ​ເລື່ອງ​ນີ້.

ສັບ​ທີ່​ວ່າ​ໂຄຼນ​​ໃນດ້ານ​ວິທະຍາ​ສາດ​ແລ້ວ, ແມ່ນ​ໝາຍ​ຄວາມ​ວ່າ​ຕົວ​ພິມ​ຂອງ​ຊີ​ວະ​ຊາດ​ໃດ​ໜຶ່ງ.​ບັນດາ​ປະ​ເທດ​ໃນ​ໂລກ​ໄດ້​ໂຄຼນສັດ​ຫຼາຍ​ຊະນິດເຊັ່ນ​ແບ້​ແລະງົວ​ເປັນ​ຕົ້ນ.​ແຕ່​ການ​ໂຄຼນ​ມະ​ນຸດ,ຄື​​ໂຄຼນ​ເພື່ອ​​ແຜ່ພັນ​ຖືກຄັດຄ້ານ​ໃນທົ່ວ​ໂລກ​,ຈີນ​ກໍ​ຄັດ​ຄ້ານ​ຄື​ກັນ.​ແຕ່​ວ່າ,ຈະ​ເກືອດ​ຫ້າມການ​ໂຄຼນ​ເພື່ອ​ການ​ປົວ​ພະຍາດ ​ຫຼື​ບໍ່​ນັ້ນ,ຢູ່​ລະຫວ່າງ​ບັນດາ​ປະ​ເທດ​ຫຼື​ຢູ່ປະ​ເທດ​ຕ່າງໆ​ມີ​ການ​ຖົກ​ຖຽງ​ກັນ​ຢ່າງຮຸນ​ແຮງ.

ໂຄຼນ​ເພື່ອ​ການ​ປົວ​ພະຍາດ​ແມ່ນໝາຍ​ຄວາມ​ວ່າ​ຈັ່ງ​ໃດ?ທ່ານ​ລີ​ລິງ​ຊົງ ຫົວໜ້າ​ສູນ​ຄົ້ນ​ຄວ້າ​ຈຸ​ລັງ​ລຳ​ຕົ້ນ​ມະຫາ​ວິທະຍາ​ໄລ​ປັກ​ກິ່ງ​ອະທິບາຍວ່າ:"​ໂຄຼນ​ເພື່ອ​ປົວ​ພະຍາດ,​ເວົ້າ​ງ່າຍໆ,​ກໍ​ແມ່ນ​ລອກ​ແບບ​ເອົາຈຸ​ລັງ​ລຳ​ຕົ້ນ​ຂອງໜໍ່​ແຮ່ຜູ້​ປ່ວຍ.ຈຸ​ລັງ​ລຳ​ຕົ້ນ​ຂອງ​ໜໍ່​ແຮ່​ແມ່ນ​ຈຸ​ລັງ​ຊະ​ນິດ​ໜຶ່ງ​​ແຍກ​ອອກ​ມາ​ເອງ,ມັນ​ສາມາດ​ປ່ຽນ​ເປັນ​ຈຸ​ລັງ​ທີ່​ມີ​ສັບພະ​ຄຸນ​ຕ່າງໆ​ຢູ່ໃນ​ຮ່າງ​ຄີງ​ຄົນ.​ເມື່ອ​ຍ້າຍ​ມັນ​ເຂົ້າ​ໃນ​ຕົນ​ໂຕ​ຂອງ​ຜູ້​ປ່ວຍ​ແລ້ວ,ກໍ​ສາມາດ​ເຂົ້າ​ແທນ​ຈຸ​ລັງ​ຕາຍ​ຂອງ​ຜູ້​ປ່ວຍ​,​​ໃຫ້​ເນື້ອ​ເຍື້ອ​ແລະ​ອະ​ໄວ​ຍະ​ວະ​ທີ່​ຕາຍ​ແລ້ວ​ນັ້ນ​ມີ​ສັບ​ພະ​ຄຸນຄືນ​​ໃໝ່.​ແລ້ວ​ບັນລຸ​ຈຸດ​ປະ​ສົງ​ເພື່ອ​ປົວ​ພະ​ຍາດ."

ທ່ານ​ລີ​ລິງ​ຊົງ​ອະທິບາຍ​ອີກ​ວ່າ,​ໂຄຼນ​ເພື່ອ​ການ​ປົວ​ພະຍາດ,ກ່ອນ​ອື່ນ​ແມ່ນ​ໂຄຼນ​ໜໍ່​ແຮ່​ອັນ​ໜຶ່ງຂອງ​ຄົນ,​ແລ້ວ​ແຍກ​ເອົາ​ຈຸ​ລັງ​ລຳ​ຕົ້ນ​ພິ​ເສດ​ໃນ​ໜໍ່​ແຮ່​ເພື່ອ​ໃຊ້​ສຳລັບ​ປົວ​ພະຍາດ.ຄວາມ​ແຕກ​ຕ່າງ​ກັນລະຫວ່າງ​ໂຄຼນ​ເພື່ອ​ການ​ປົວ​ພະຍາດ​ກັບ​ໂຄຼນ​ເພື່ອ​ແຜ່ພັນ​ແມ່ນ​ມີ​ຈຸດປະສົງ​ຕ່າງ​ກັນ.ໜໍ່​ແຮ່​ທີ່​ໄດ້​ ​ຈາກ​ການ​ໂຄຼນ​ເພື່ອ​ປົວ​ພະຍາດ​ແມ່ນ​ໃຊ້​ສຳລັບ​ແຍກ​ຈຸ​ລັງ​ລຳ​ຕົ້ນ​ຂອງ​ໜໍ່​ແຮ່,ສ່ວນ​ໜໍ່​ແຮ່​ທີ່​ໄດ້​ຈາກ​ການ​ໂຄຼນ​ເພື່ອ​ແຜ່ພັນ​ພັດ​​ແມ່ນ​ເພື່ອ​ຍ້າຍ​ມັນ​ເຂົ້າ​ໃນ​ທ້ອງ​ຂອງ​ຄົນ,​ໃນ​ທີ່​ສຸດ​ກໍ​ກຳ​ເນີ​ດຄົນ​ຜູ້​ໃໝ່,ຄື​ມະນຸດ​ໂຄຼນ.

ການ​ໂຄຼນ​ເພື່ອ​ການ​ປົວ​ພະຍາດ​ມີ​ຄວາມ​ໝາຍ​ສຳຄັນ​ກໍ​ຍ້ອນ​ວ່າການ​ຄົ້ນ​ພົບ​​ແລະ​ປະ​ຍຸກ​ຈຸ​ລັງ​ລຳ​ຕົ້ນມີ​ຄວາມ​ໝາຍ​ປະຕິວັດຕໍ່ສຸຂະພາບ​ຂອງ​ມະນຸດ,​ນັກວິ​ທະຍາ​ສາດ​ສ່ວນ​ຫຼາຍໄດ້​ຮັບຮອງ​ທິດ​ສະ​ດີດັ່ງກ່າວ​ໂດຍ​ທົ່ວ​ໄປ​ແລ້ວ.ຜ່ານ​ຈາກ​ຈຸ​ລັງ​ລຳ​ຕົ້ນ​ຂອງ​ໜໍ່​ແຮ່​ຍັງ​ສາມາດ​ຄົ້ນຄວ້າ​ການ​ກຳ​ເນີ​ດ​ແລະ​ການ​ເຕີບ​ໃຫຍ່​ຂອງ​ໜໍ່​ແຮ່​ມະນຸດ,ຄົ້ນ​ພົບ​ແຊນມະນຸດ​ໃໝ່,​ເພື່ອ​ປົວ​ແປງ​ເນື້ອ​ເຍື້ອ​ແລະ​ອະ​ໄວ​ຍະ​ວະຂອງ​ຄົນ​ທີ່​ເສຍ​ສັບພະ​ຄຸນ​ຂອງ​ມວນ​ມະນຸດ.​ໃນ​ອະ​ນາ​ຄົດ​ບໍ່​ດົນ​ປານ​ໃດ,​ຕາບ​ໃດ​ອະ​ໄວ​ຍະ​ວະ​ແລະ​ເນື້ອ​ເຍື້ອ​ໃດໆ​ຂອງ​ຄົນປະກົດ​ມີ​ບັນຫາ​ແລ້ວ,ມັນ​ກໍ​ສາ​ມາດ​ ​ປ່ຽນ​ແລະ​ປົວ​ອະ​ໄວ​ຍະ​ວະ​ດັ່ງກ່າວ​ຢ່າງ​ສະບາຍ​ຄື​ປ່ຽນ​​ເຄື່ອງອາ​​ໄຫຼ່ລົດຍົນທີ່​​ເປ່ເພ​.

ຄຳ​ຖະ​ແຫຼ​ງການ​ການ​ເມືອງ​ທີ່​ທວງ​ໃຫ້ບັນດາ​ປະ​ເທດ​ເກືອດ​ຫ້າມ​ການ​ໂຄຼນ​ມະ​ນຸດ​ດ້ວຍ​ຮູບ​​ແບບ​ໃດໆ​ທີ່​ຝືນ​ກັບ​ກຽດ​ສັກ​ສີ​ຂອງ​ມະນຸດ​ເຊິ່ງອົງ​ການ​ສະຫະ​ປະຊາ​ຊາດ​ຜ່ານ​ໃນ​ເທື່ອ​ນີ້​ບໍ່​ມີ​ຜົນ​ສັກສິດດ້ານ​ກົດໝາຍ,ຈະບໍ່ກະທົບກະ​ເທືອ​ນ​ເຖິງ​ການ​ຄົ້ນ​ຄວ້າ​ໂຄຼນ​ເພື່ອ​ການ​ປົວ​ພະຍາດ​ຂອງ​ຈີນ.ຈີນ​ໃຫ້​ທັດສະນະ​ວ່າ,ຈີນ​ຄັດຄ້ານ​ການ​ໂຄຼນ​ເພື່ອ​ແຜ່ພັນ​​​ໂດຍ​ຕະຫຼອດ.​ຈີນ​ໄດ້​ໃຊ້​ມາດ​ຕະການ​ຢ່າງ​​ແຂງ​ແຮງ​ປ້ອງ​ກັນ​ບໍ່​ໃຫ້​ໂຄຼນ​ເພື່ອ​ການ​ປົວ​ພະຍາດ​ຫັນ​ປ່ຽນ​ເປັນ​ໂຄຼນ​ເພື່ອ​ແຜ່ພັນ,.ທ່ານ​ລີ​ນິງ ສາ​ສະ​ດາ​ຈານ​ ​ສູນ​ເຕັກນິກ​ຊີວະ​ຊາດ​ກະ​ສິ​ກຳ​ຂອງ​ມະ​ຫາ​ວິທະຍາ​ໄລ​ກະ​ສິ​ກຳ​ຈີນ​ເວົ້າ​ວ່າ:

"ໃນ​ເດືອນ​ມັງກອນ​ປີ2003,ຈີນ​ໄດ້​ວາງ​ແບບ​ສະບັບ​ດ້ານ​ຈະລິ​ຍະ​ທຳກ່ຽວ​ກັບ​ການ​ຄົ້ນຄວ້າ​ຈຸ​ລັງ​ລຳ​ຕົ້ນ​ຂອງ​ໜໍ່​ແຮ່​ມະນຸດ,​ເຊິ່ງ​ໄດ້​ກຳນົດ​ໄວ້​ວ່າ:ການ​ຄົ້ນຄວ້າ​ໜໍ່​ແຮ່​ຕ້ອງ​​ເຮັດ​ພາຍ​ໃນ14​ມື້,​ເມື່ອ​ກາຍ​ເວລາ​ກຳນົດ​ແລ້ວ​ກໍ​ຫ້າມ​ບໍ່​ໃຫ້​ບົ່ມ​ເພາະ​ຕໍ່​ໄປ,ຍິ່ງ​ບໍ່​ໃຫ້​ຍ້າຍ​ເຂົ້າ​ສູ່ມົດ​ລູກ​ຂອງ​ແມ່."

ທ່ານ​ລີ​ນິງຍັງ​ເຜີຍ​ໃຫ້​ຮູ້​ວ່າ,ຈີນ​ຍັງ​ຈະ​ວາງ​ຂໍ້​ກຳນົດ​ ​ລະອຽດ​ກວ່​າ​ເກົ່າຢ່າງ​ເປັນ​ລະບົບ​,​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ການ​ໂຄຼນ​ເພື່ອ​ການ​ປົວ​ພະຍາດ​ຫັນປ່ຽນ​ເປັນ​ການ​ໂຄຼມ​ເພື່ອ​ແຜ່ພັນ.