ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-24 16:47:41    
ຈີນ​ໃຊ້​ມາດ​ຕະ​ການ​ເຄັ່ງ​ຄັດ​ເພີ່ມ​ທະ​ວີ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ເຍື້ອ​ສະ​ຫມອງ​ອັກ​ເສບ​(ສຽງ)

cri Author: sayvanny

ຫວ່າງ​ມໍ່ໆ​ນີ້, ຢູ່​ເຂດ​ສ່ວນ​ຫນຶ່ງ​ຂອງ​ແຂວງ​ອານ​ຮຸ່ຍ ພາກ​ຕາ​ເວັນ​ອອກ​ຂອງ​ຈີນ​ໄດ້​ເກີດມີ​ພະ​ຍາດ​ເຍື້ອ​ສະ​ຫມອງ​ອັກ​ເສບ​ລະບາດ, ​ແຂວງ​ອື່ນໆ​ກໍ່​ມີ​ຜູ່​ເປັນ​ພະ​ຍາດ​ເຍື້ອ​ສະ​ຫມອງ​ອັກ​ເສບ​ແຈກ​ກະ​ຈາຍ​ຢູ່. ​ເຖິງ​ວ່າ​ສະ​ພາບ​ພະ ຍາດ​ເຍື້ອ​ສະ​ຫມອງ​ອັກ​ເສບ​ຢູ່​ແຫ່ງ​ຕ່າງໆ​ຍັງ​ຢູ່​ໃນ​ສະ​ພາບ​ປົກ​ກະ​ຕິ​ກໍ່​ຕາມ, ​ແຕ່​ຍ້ອນ​ບຸນ​ກຸດ​ຈີນ​ຈະ​ວຽນ​ມາ​ເຖິງ, ຈິ່ງ​ມີ​ຄົນ​ສັນ​ຈອນ​​ໄປ​ມາ​ຢ່າງ​ຫລວງ ຫລາຍ. ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ພະ​ຍາດ​ນີ້​ແຜ່​ລະ​ບາດ,ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ຂອງ​ຈີນ​ຈິ່ງ​ພວມ​ໃຊ້​ມາດ​ຕະ​ການ​ອັນ​ຕັ້ງ​ຫນ້າ, ​ເພີ່ມ​ທະວີ​ການ​ປ້ອງ​ກັນ​ແລ​ະຄວບ​ຄຸມ​ພະ​ຍາດ​ເຍື້ອ​ສະ​ຫມອງ​ອັກ​ເສບ.

ພະ​ຍາດ​ເຍື້ອ​ສະ​ຫມອງ​ອັກ​ເສບ​ປະ​ເພດ​ລະ​ບາດ​ແມ່ນ​ພະ​ຍາດ​ທໍ່​ຫາຍ​ໃຈ​ຕິດ​ແປດ​ທີ່​ເຫັນ​ໂດຍ​ທົ່ວ​ໄປ,ສ່ວນ​ຫລາຍ​ມັກ​ເປັນ​ໃນ​ຍາມ​ລະ​ດູ​ຫນາວ​ແລະ​ລະ​ດູ​ບານ​ໃຫມ່.​ແຕ່​ຕ່າງ​ກັບ​ພະ​ຍາດ​ຊາສ໌,ພະ​ຍາດ​ເຍື້ອ​ສະ​ຫມອງ​ອັກ​ເສບ​ມີ​ວັກ​ແຊງ​ປ້ອງ​ກັນ​ທັງ​ມີ​ຢາ​ປົວ.ຕັ້ງ​ແຕ່​ຈີນ​ເລີ່ມ​ສັກ​ວັກ​ແຊງ​ພະ​ຍາດ​ເຍື້ອ​ສະ ຫມອງ​ອັກ​ເສບ​ໃຫ້​ເດັກ​ນ້ອຍ​ເມື່ອ​ປີ 1984 ​ເປັນ​ຕົ້ນ​ມາ, ການ​ລະ​ບາດ​ຂອງ ພະ​ຍາດ​ນີ້​ໄດ້​ຖືກ​ຄວບ​ຄຸມ​​ໄວ້​ໄດ້,ຈິ່ງບໍ່​ເຄີຍ​ເກີດ​ການ​ລະ​ບາດ​ຢ່າງ​ຂະ​ຫນາດ​ໃຫຍ່.

ຕົວ​ເລກ​ທີ່​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຈີນ​ປະກາດ​ສະ​ແດງ​ໃຫ​ເຫັນ​ວ່າ, ​ເດືອນ​ມັງ​ກອນ​ປີ​ນີ້ ທົ່ວ​ປະ​ເທດ​ໄດ້​ລາຍ​ງານ​ວ່າມີ​ຜູ່​ເປັນ​ພະຍາດ​ເຍື້ອ​ສະ ຫມອງ​ອັກ​ເສບ 250 ກວ່າຄົນ,​ໃນ​ນັ້ນ 16 ຄົນ​ໄດ້​ເສຍ​ຊີ​ວິດ, ຜູ່​ເປັນ​ພະ​ຍາດ​ນີ້​ໄດ້​ເພີ່ມ​ຂຶ້ນ​ຫລາຍ​ກວ່າ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ 90 ກວ່າ​ຄົນ. ​ໂດຍ​ແນ​​ໃສ່​ສະ​ພາບ​ດັ່ງ​ກ່າວ, ກະຊວງ​ສາ​ທາລະນະ​ສຸກ​ຈີນ​ຮຽກ​ຮ້ອງ​ໃຫ້​ແຫ່ງ​ຕ່າງໆ​ຕ້ອງ​ເພີ່ມ​ທະ​ວີ​ການ​ຕິດ​ຕາມ​ພະ​ຍາດ​ເຍື້ອ​ສະ​ຫມອງ​ອັກ​ເສບ​ແລະລາຍ​ງານ​ສະ​ພາບ​ພະ​ຍາດ​ລະ​ບາດ, ພະ​ຍາ​ຍາມ​ກວດ​ໃຫ້​ຮູ້ໂດຍ​ໄວ, ລາຍ​ງານ​ໂດຍ​ໄວ,ບົ່ງ​ມະ​ຕິ​ໂດຍ​ໄວ​ແລະ​ປິ່ນປົວ​ໂດຍ​ໄວ, ​ແລະ​ຕ້ອງ​ໃຊ້​ມາດ​ຕະ​ການ​ກັກ​ກັນ​​ຜູ່​ເປັນ​ພະ​ຍາດ​ດັ່ງກ່າວ.

ວັນ​ທີ 2 ກຸມ​ພາ ທ່ານ​ກາວ​ຄາຍ​ອຽນ ຫົວ​ຫນ້າ​ພະ​ແນກ​ສາ​ທາ​ລະ​ນະ​ສຸກ​ແຂວງ​ອານ​ຮຸ່ຍ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວິທະຍຸ cri ວ່າ:

ປະ​ຈຸ​ບັນ ພວກ​ຂ້າ​ພະ​ເຈົ້າ​ພວມ​ໃຊ້​ມາດ​ຕະ​ການ​ຫລາຍ​ຢ່າງ, ​ເພີ່ມ​ທະ​ວີ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ເຍື້ອ​ສະ​ຫມອງ​ອັກ​ເສບ.ມາດ​ຕະ​ການ​ເຫລົ່າ​ນີ້​ກໍ່​ຄື:​ກວດ​ກາ​ຢ່າງ​ເຄັ່ງ​ຄັດ, ​ລາຍ​ງານ​ສະ​ພາບ​ພະ​ຍາດ​ຢ່າ​ງບໍ່​ຂາດ​ໄລ​ຍະ,​ເມື່ອ​ປະກົດ​ເຫັນ​ຜູ່​ເປັນ​ພະ​ຍາດ​ນີ້​ກໍ່​ຕ້ອງ​ກອບ​ກູ້​ປິ່ນ​ປົວ​​ໃນ​ທັນ​ທີ;ສັກ​ວັກ​ແຊງ​ໃຫ້​ເດັກ​ນ້ອຍ​ທີ່​ມີ​ຄວາມ​ຈຳ​ເປັນ​​ໂດຍ​ດ່ວນ​ເປັນ​ຕົ້ນ. ອາດ​ເວົ້າ​ໄດ້​ວ່າ,ປະ​ຈຸ​ບັນ ສະ​ພາບ​ພະ​ຍາດ​ໄດ້​ຖືກ​ຄວບ​ຄຸມ​ໄວ້​ຢ່າງ​ບັງ​ເກີດ​ຜົນ,​ ມີ​ສອງ​ມື້​ມາ​ນີ້ບໍ່​ໄດ້​ປະ​ກົດ​ເຫັນ​ຜູ່​ເປັນ​ພະ​ຍາດ​ນີ້​ອີກ.ວຽກ​ງານ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ທຸກ​ລາຍ​ຂອງ​ແຂວງ​ອານ​ຮຸ່ຍ​ພວມ​ດຳ​ເນີນ​ໄປ​ຢ່າງ​​ເປັນ​ລະ​ບຽບ​ແລະ​ສະ​ດວກ.

​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຍ້ອນ​ບຸນ​ກຸດ​ຈີນ ບຸນ​ສຳຄັນ​ທີ່​ສຸດ​ຂອງ​ຈີນ​ຈະ​ວຽນ ມາ​ເຖິງ, ຜູ່​ທີ່​ກັບ​ເມືອ​ຢາມ​ບ້ານ​ແລະ​ອອກ​ໄປ​ທ່ອງ​ທ່ຽວ​ຢູ່​ຕ່າງ​ຖີ່ນ​ຫລາຍ​ທີ່​ສຸດ.​ເພື່ອ​ບໍ່​ໃຫ້​ພະ​ຍາດ​ເຍື້ອ​ສະ​ຫມອງ​ອັກ​ເສບ​ແຜ່​ລະບາດ​ຍ້ອນ​ຄົນ​ສັນ​ຈອນ​ໄປ ມາ​ຢ່າງ​ຂະ​ຫນາດ​ໃຫຍ່, ພາກ​ສ່ວນ​ທາງ​ລົດ​ໄຟ ທາງ​ຫລວງ​ແລະ​ການ​ບິນ​ພົນ​ລະ​ເຮືອນ​ຂອງ​ຈີນ​ກໍ່​ທະ​ຍອຍ​ກັນ​ໃຊ້​ມາດ​ຕະ​ການ​ປ້ອງ​ກັນ.ທ່ານ​ນາງ​ຮານ​ຊູ​ຢົງ ​ເຈົ້າ​ຫນ້າ​ທີ່​ກະ​ຊວງ​ທາງ​ລົດ​ໄຟ​ຈີນ​ແນະນຳ​ວ່າ:

ພວກ​ຂ້າ​ພະ​ເຈົ້າ​ໄດ້​ອົບ​ຮົມ​ພະ​ນັກ​ງານ​ຫມົດ​ທຸກ​ຄົນ, ​ໃຫ້​ພວກ​ເຂົາ​ເຈົ້າ​ມີ​ຄວາມ​ຮູ້​ກ່ຽວ​ກັບ​ພະ​ຍາດ​ຕິດ​ແປດ​ທາງ​ທໍ່​ຫາຍ​ໃຈ​,​ເຊິ່ງ​ລວມ​ທັງ​ຄວາມ​ຮູ້​ກ່ຽວ​ກັບ​ອາ​ການ​ພະ​ຍາດ​ເຍື້ອ​ສະ​ຫມອງ​ອັກ​ເສບ​ແລະ​ຄວາມ​ຮູ້​ປ້ອງ​ກັນ.ສອງ, ພວກ​ຂ້າ​ພະ​ເຈົ້າ​ໄດ້​ຈັດ​ຕູ້​ຢາ​ສຸກ​ເສີນ​ຕູ້​ຫນຶ່ງ​ໃນ​ລົດ​ໄຟ,ຢູ່​ໃນ​ຕູ້​ນີ້​ມີ​ຜ້າ​ບັງ​ຫນ້າ ​ເສື້ອ​ກັກ​ກັນ​ພະ​ຍາດ​ແລະ​ຢາ​ທີ່​ຕ້ອງ​ການ​ໃນ​ເວລາ​ປົວ​ຜູ່​ເປັນ​ພະ​ຍາດ​ຕິດ​ແປດ​ລວມ​ທັງ​ພະ​ຍາດ​ເຍື້ອ​ສະ​ຫມອງ​ອັກ​ເສບ.ອີກ​ດ້ານ​ຫນຶ່ງ ພວກ​ຂ້າ​ພະ​ເຈົ້າ​ຍັງ ​ໄດ້​ດຳ​ເນີນ​ການ​ກວດ​ກາ​ອະນາ​ໄມ,​ເມື່ອ​ປະກົດ​ເຫັນ​ຜູ່​ເປັນ​ພະ​ຍາດ​ກໍ່​ຊຳລະ​ແກ້​ໄຂ​ກັບ​ບ່ອນ​ໃນ​ທັນ​ທີ.

ນອກ​ນີ້ ພາກ​ສ່ວນ​ຄົມ​ມະ​ນາ​ຄົມ​ແລະ​ການ​ບິນ​ພົນລະ​ເຮືອນ​ເປັນ​ຕົ້ນ​ກໍ່​ທະ​ຍອຍ​ກັນ​ອອກ​ປະ​ກາດ​ແຈ້ງ​ການ​ດ່ວນ​ໄປ​ໃຫ້​ແຫ່ງ​ຕ່າງໆ, ຮຽກ​ຮ້ອງ​ໃຫ້​ແຫ່ງ​ຕ່າງໆ​ຕ້ອງ​ເຮັດ​ອະ​ນາ​ໄມ​​ໃຫ້​ດີ,ດັບ​ເຊື້ອ​ຢູ່​ສາ​ທາ​ລະ​ນະ​ສະ​ຖານ​ຄື ຫໍ​ຄອຍ​ຍົນ ຫ້ອງ​ຄອຍ​ລົດ​ແລະ​ທ່າ​ກຳ​ປັ່ນ​ເປັນ​ຕົ້ນ, ຮັບ​ປະ​ກັນ​​ໃຫ້​ບ່ອນ​ເຄື່ນ​ໄຫວ​ໃນ​ຫ້ອງ​ອາ​ກາດ​ລຸ​ລ່ວງ;​ ​ລາຍ​ງານ​ສະ​ພາບ​ພະ​ຍາດ​ຕາມ​ການ​ກຳນົດ,​ເມື່ອ​ປະ​ກົດ​ເຫັນ​ຜູ່​ເປັນ​ຫນ້າ​ສົງ​ໃສ​ກໍ່ລາຍ​ງານ​ຕໍ່​ພາກ​ສ່ວນ​ສາ​ທາ​ລະ​ນະ​ສຸກ​ໃນ​ທັນ​ທີ່​ໂລດ,​ແລະ​ສົມ​ທົບ​ກັບ​ພາກ​ສ່ວນ​ປ້ອງ​ກັນ​ພະ​ຍາດ​ເຮັດ​ວຽກ​ກັກ​ກັນ​ແລະ​ກວດ​ກາ​ໃຫ້​ດີ.