ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-24 17:13:35    
ມາດ​ຕະການ​ໃຫມ່ເງິນ​ກູ້​ທຶນ​ສຶກສາ​ຈະ​ນຳ​ຜົນປະ​ໂຫຍ​ດມາ​​ໃຫ້​ນັກ​ສຶກສາ

cri

ຕາມ​ຂ່າວສານ​ຊິນ​ຮວາ,​ແຕ່​ຈີນ​ທົດ​ລອງມາດ​ຕະການເງິນ​ກູ້​ທຶນສຶກສາເມື່ອປີ 1999 ​ແລະ​ປະຕິບັດທາງ​ການ​​ແຕ່ປີ 2000 ຈົນ​ຮອດປະຈຸ​ບັນ, ທົ່ວ​ປະ​ເທດ​ຈີນ​ໄດ້​ພິຈາລະນາອະນຸມັດ​ໃຫ້ນັກ​ສຶກສາ​ກູ້​ເງິນລວມທັງ​ຫມົດ1 ລ້ານ 1 ​ແສນ 5 ຫມື່ນ​ຄົນ,ມູນ​ຄ່າ​​ໃນຂໍ້​ຜູ​ກພັນ​ເງິນ​ກູ້ທີ່ອະນຸມັດ​​ໄດ້ບັນລຸມີ​ 9 ຕື້ 600 ກວ່າລ້ານຢວນ,ມີນັກ​ສຶກສາລວມ 1 ລ້ານ 8 ຫມື່ນ​ຄົນ​ໄດ້​ຮັບ​ເງິນ​ກູ້​ 6 ຕື້ 980 ລ້ານ​ຢວນເປັນ​ລຳດັບ,​ແກ້​ໄຂຄວາມ​ຫຍຸ້ງຍາກ​ຕົວ​ຈິ​ງຂອງ​ນັກ​ສຶກສາ​ທີ່​ຄອບຄົວ​ທຸກ​ຍາກ​ງວດ​​ໃຫຍ່,​ແຕ່​ວ່າ​​ຍັງ​ມີ​​ໄກກັບ​ຄວາມ​ຕ້ອງການ​ຕົວຈິງຫຼາຍ​ສົມຄວນ


 ດ້ວຍ​ເຫດ​ນີ້,ລັດ​ໄດ້​ປະກາດ​ມາດ​ຕະການ​ໃຫມ່ 3 ລາຍ​​ເພື່ອ​ຊຸກຍູ້​ວຽກ​ງານ​ປ່ອຍເງິນ​ກູ້​ທຶນ​ສຶກສາ​ຂອງ​ລັດ,ຕົວຢ່າ​ງຄື: ສຳລັບ​ນັກ​ສຶກສາ​ທີ່​ໄປ​ເຮັດ​ວຽກ​ຢູ່​ເຂດ​ທຸກ​ຍາກ​ລຳບາກ​ແລະ​ເຮັດ​ວຽກ​ທີ່ລຳບາກ​ທັງ​ຫມົດ ​ລັດ​ຈະ​ໃຊ້​ແທນທຶນ​ແລະ​ດອກ​ເບ້ຍ​ຂອງ​ເງິນ​ກູ້​ຂອງ​ເຂົາ​ເຈົ້າ​ໃຫ້,​ແຕ່​ປີ 2005 ​ເປັນຕົ້ນ​ໄປ ລັດ​ຈະ​ຫັກ​ເອົາຄ່າ​ຮຽນຂອງ​ໂຮງຮຽນ​ຊັ້ນ​ສູງ 10 % ​ເຮັດ​ເປັນ​ເງິນ​ໃຊ້​ສະ​ເພາະ​​ເພື່ອ​ຮັບປະກັນ​ການ​ເບີກເງິນ​ອຸດຫນູນ,ລັດ​ຍັງ​ຈະ​ເບີກ​ເງິນ​ອຸດ​ຫນູນ​ໃຫ້​ນັກ​ສຶກສາ​ທີ່​ທຸກ​ຍາກ​ກວ່າ​ເພິ່ນ 5 % ຂອງ​ໂຮ​ງຮຽນ​ຊັ້ນ​ສູງ​ຜູ່​ລະ 150 ຢວນ​ຕໍ່​ເດືອນ


ເມື່ອຝ່າຍຕ່າງໆ​​​ໄດ້​ພ້ອມກັນ​ພະຍາຍາມ​ແລ້ວ,ປະຈຸ​ບັນ ວຽກ​ງານ​ເງິນ​ກູ້​ທຶນ​ສຶກສາ​ຂອງ​ລັດ​ໄດ້​ມີ​ການ​ຄືບ​ຫນ້າ​ທີ່ມີ​ລັກສະນະ​ບຸກທະລຸ,​ແຕ່​ເດືອນ​ກັນຍາ​ປີ 2004 ຮອດ​ປະ​ຈຸບັນ,ອົງການ​ການ​ເງິນ​ທີ່​ກ່ຽວຂ້ອງ​ໄດ້​ອະນຸມັດ​​ໃຫ້ນັກ​ສຶກສາ 2 ​ແສນ 3 ຫມື່ນ  5ພົນ​ຄົນທີ່ໂຮງຮຽນ​ຊັ້ນ​ສູງ​​ໃນ​ທົ່ວ​ປະ​ເທດ​ກູ້​ເງິນ​ຕາມ​ກົນ​ໄກ​ໃຫມ່, ​ເງິນ​ກູ້​​ໃນ​ຂໍ້​ຜູກ​ພັນ​ທີ່​ອະນຸມັດ​​ມີ​ເຖິງ 2 ຕື້ 100 ລ້ານ​ຢວນ,ມີ​ນັກ​ສຶກສາ 2 ​ແສນ​ກວ່າ​ຄົນ​ໄດ້​ຮັບ​ເງິນ​ກູ້​ລວມ 1 ຕື້​ກວ່າ​ຢວນ


ປະຈຸ​ບັນ,ວຽກ​ງານ​​ເບີກເງິນ​ກູ້​ທຶນ​ສຶກສາ​ຂອງ​​ໂຮງຮຽນຊັ້ນ​ສູງທີ່​ຂຶ້ນ​ກັບ​ກະຊວງ​ແລະ​ຄະນະ​ກຳມະການ​ທຽບ​ເທົ່າ​ຂອງສູນ​ກາງ​ໄດ້​ດຳ​ເນີນ​ໄປ​ຢ່າງ​ສະດວກ,​ໂຮງຮຽນ​ຊັ້ນ​ສູງ 115 ​​​ຫຼັງທັງ​ຫມົດ​ໄດ້​ເລີ່​ມດຳ​ເນີນ​ວຽກ​ງານ​ລາຍ​ນີ້​ຕາມ​ກົນ​ໄກ​ໃຫມ່ທັງ​ຫມົດ,ພ້ອມ​ກັນນັ້ນ,ວຽກ​ງານຜັນ​ຂະຫຍາຍ​ເງິນ​ກູ້​ທຶນ​ສຶກສາ​ຂອງ​ລັດ​​ໃນ​ແຫ່ງ​ຕ່າງໆກໍ​ໄດ້​ມີ​ການ​ຄືບ​ຫນ້າຫ​ຫຼາຍ​ສົມຄວນ. 21 ​ແຂວງ ​ເຂດ​ປົກຄອງ​ຕົນ​ເອງ​ແລະ​ກຳ​ແພງນະຄອນ​ເຊັ່ນ:ນະຄອນຊຽງ​ໄຮ້ ​ແຂວງ​ຈ່ຽງຊູ່​ແລະ​ແຂວງ​ຫູ​ເປ​ເປັນຕົ້ນ​ໄດ້​ກຳນົດ​ທະນາຄານ​ທີ່​ປ່ອຍ​ເງິນ​ກູ້​ທຶນ​ສຶກສາ​ຂອງ​ລັດ​​ໃຫ້​ແກ່​ໂຮງຮຽນ​ຊັ້ນ​ສູງ​ທັງ​ຫມົດ.​ແລະ​ເລີ່ມ​ເບີກ​ເງິນ​ໃຫ້​ແລ້ວ  7 ​ແຂວງ ​ເຂດ​ປົກຄອງ​ຕົນ​ເອງ​ເຊັ່ນ ​ແຂວງ​ຊ່ານ​ຊີ ​ແຂວງ​ລຽວນິງ​ແລະ​ເຂດ​ກວາງຊີ​ເປັນຕົ້ນ​ໄດ​ກຳນົດ​ທະນາຄານທີ່​ປ່ອຍ​ເງິນ​ກູ້​ທຶນ​ສຶກສາ​ຂອງ​ລັດ​ແກ່​ໂຮງຮຽນ​ຊັ້ນ​ສູງບາງ​ຫຼັງ​ຢູ່​​ເຂດ​ເຫຼົ່ານີ້


ໃນ​ເວລາ​ຜັນ​ຂະຫຍາຍ​ວຽກ​ງານ​ດັ່ງກ່າວ,​ແຂວງ​ຟູ​ຈ້ຽນ ​ແຂວງ​ຫູ​ເປ​ແລະ​ແຂວງ​ຫູ​ນານ​ເປັນຕົ້ນ​ໄດ້​ເພີ່ມ​ທະວີ​ການ​ປະສານ​ງານ​ແລະ​ຈັດ​ວາງ​ເປັນ​ເອກະ​ພາບ, ຕັ້ງຫນ້າຄົ້ນຄວ້າ​ແກ້ບັນຫາ​ທີ່​ກ່ຽວຂ້ອງ​,ຮັບປະກັນ​ໃຫ້​ວຽກ​ງານ​ດັ່ງກ່າວ​ດຳ​ເນີນ​ໄປ​ຢ່າງ​ສະດວກ,ຄະນະ​ພັກ​ຂອງ​ໂຮງຮຽນ​ຊັ້ນ​ສູງ​ຕ່າງໆ​ເຊັ່ນ: ມະຫາວິທະຍາ​ໄລ​ວິທະຍາສາດ​ເຕັກ​ນິກປັກ​ກິ່ງ ມະຫາວິທະຍາ​ໄລ​ກະ​ສິກຳ​ຈີນ ມະຫາວິທະຍາ​ໄລລາ​ນ​ໂຈ​ວ​ແລະ​ມະຫາວິທະຍາ​ໄລ​ເຊ​ສວນ​ເປັນຕົ້ນ​ໄດ້​ເອົາ​ການ​ເບີກ​ເງິນ​ກູ້​ທຶນ​ສຶກສາ​ຂອງ​ລັດ​ປະສານ​ກັບ​ການ​ດັດ​ແປງ​ແລະ​ເພີ່ມ​ທະວີ​ວຽກ​ງານ​ແນວ​ຄິດ​ຂອງ​ນັກ​ສຶກສາ,​​ໃຫ້​ວຽກ​ງານ​ລາຍນີ້​ໄດ້​ມີ​ການ​ຄືບ​ຫນ້າ​ຢ່າງ​ວ່ອງ​ໄວ​ໃນ​ໂຮງຮຽນ​ຕົນ,ຫຼາຍອົງການ​ການ​ເງິນ​​ໄດ້ຕັ້ງຫນ້າ​ເຂົ້າ​ຮ່ວມການປະມູນທີ່ທະນາຄານ​ທີ່​ຮັບ​ປ່ອຍ​ເງິນ​ກູ້​ທຶນ​ສຶກສາ​ຂອງ​ລັດ​ໃນ​ແຫ່ງ​ຕ່າງໆ ​ຄື​ທະນາຄານ​ຈີນ​ໄດ້​ເຄື່ອນ​ໄຫວ​ຢ່າງ​ວ່ອງ​ໄວ, ​ເປັນ​ເຈົ້າ​ການ​ຕິດ​ຕໍ່ກັບໂຮງຮຽນ,​ໄດ້​ຮັບ​ຄວາມ​ຍ້ອງຍໍ​ແລະ​ຄວາມ​ໄວ້​ວາງ​ໃຈ​ຈາກ​ໂຮງຮຽນ​ຊັ້ນ​ສູງ​ທີ່​ກ່ຽວຂ້ອງ.