ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-24 17:42:53    
ຄົນ​ຈີນ​ຫຼິ້ນກິລາ​ຫັດກາຍສະ​ຫຼອງ​ບຸນ​ກຸດ​ຈີນ(ສຽງ)

cri Author: lm

ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ​ເມື່ອ​ທຽບ​ກັບ​ເມື່ອ​ກ່ອນ​ແລ້ວ, ດຽວ​ນີ້ ຮູບ​ການຄົນຈີນສະຫຼອງບຸນ​ກຸດ​ຈີນ--​ເຊິ່ງ​ເປັນ​ປີ​ໃໝ່​ຕາມ​ຈັນທະຄະຕິ​ຈີນ​ໄດ້​ມີ​ການ​ປ່ຽນ​ແປງ​ຢ່າງ​ໃຫຍ່. ຄົນ​ທັງ​ຫຼາຍ​ບໍ່​ສະ​ເພາະ​ເຮັດ​ແຕ່​ງານ​ຊຸມນຸມມິດ​ຕິງ​ແລະ​​ໄປ​ທ່ອງ​ທ່ຽວ​ທໍ່​ນັ້ນ​ແລ້ວ, ການ​ອອກກຳ​ລັງ​ກາຍ​ຫຼິ້ນ​ກິລາ​ກໍ່​ກາຍ​ເປັນຮູບ​ການ​ສຳຄັນ​ໃນ​ໄລຍະ​ບຸນ​ກຸດ​ຈີນ. ​ໃນ​ລາຍການ​ໂລກ​ກິລາ​ພາກ​ນີ້, ​ເຊີນ​ຟັງ​ບົດ​ແຈ້ງ​ຂ່າວ​ປະກອບ​ສຽງ​ທີ່​ພາດ​ຫົວ​ເລື່ອງ​ວ່າ: ຄົນ​ຈີນ​ຫຼິ້ນ​ກິ​ລາ​ຫັດ​ກາຍສະຫຼອງບຸນ​ກິດ​ຈີນ​.

ສະຫະ​ປະຊາ​ຊາດ​ກຳນົດປີ 2005 ​ເປັນ​ "ປີກິລາ​ສາກົນ", ກົມ​ໃຫຍ່​ກິລາ​ແຫ່ງ​ຊາດ​ຈີນ​​ກໍ່ຖື​ອັນນີ້​ເປັນ​ຫົວ​ຂໍ້, ຈັດ "ການ​ເຄື່ອນ​ໄຫວ​ຫຼິ້ນກິລາຫັດກາຍຂະໜາດ​ໃຫຍ່ສະຫຼອງບຸນ​ກຸດ​ຈີນ​ທົ່ວ​ປະ​ເທດ" ​ໃນ​ໄລຍະ​ບຸນ​ກຸດ​ຈີນ, ​ເພື່ອຊຸກ​ຍູ້​ການ​ເຄື່ອນ​ໄຫວ​ຫັດກາຍ​ບໍລິຫານ​ທົ່ວ​ປວງ​ຊົນ​ຢູ່​ແຫ່ງ​ຕ່າງໆ​ຕື່ມ​ອີກ. ​ໃນ​ໄລຍະ​ບຸນ​ກຸດ​ຈີນ, ​ແຫ່ງ​ຕ່າງໆ​ຂອງ​ຈີນ​ໄດ້​ຈັດການ​ເຄື່ອນ​ໄຫວ​ຫັດກາຍ​ບໍລິຫານ​ທົ່ວ​ປວງ​ຊົນ​ທີ່​ມີຫຼາຍຮູບຫຼາຍ​ແບບ​ໂດຍ​ອີງ​ຕາມ​ຈຸດ​ພິ​ເສດ​ຂອງທ້ອງ​ຖິ່ນ​. ຢູ່​ຕົວ​ເມືອງ​ພາກ​ເໜືອ​ຈີນ​ຄື ນະຄອນຫຼວງປັກ​ກິ່ງ​ແລະ​ນະຄອນ​ຮາ​ເອີ​ປິ່ນ ​ເທດສະບານ​ແຂວງ​ເຫີ​ຍຫຼົງຈຽງ​ທີ່​ອາກາດ​ໜາວ​ຈັດ​ ​ໄດ້​ພາກັນ​ຈັດ​ໃຫ້​ມີ​ການ​ແລ່ນສະ​ກີ ການຫຼິ້ນ​ສະເກັດ​ບົນ​ນ້ຳ​ແຂງ ການລອຍ​ນ້ຳ​ຍາມໜາວແລະ​ອື່ນໆ, ສ່ວນ​ຢູ່​ຕົວ​ເມືອງ​ພາກ​ໃຕ້​ທີ່​ອາກາດອົບ​ອຸ່ນຊຸ່ມ​ຊື່ນ​ໂດຍ​ທຽບ​ຖານ​ໃນ​ລະດູ​ໜາວ ​ໄດ້​ຈັດ​ໃຫ້​ມີ​ການ​ແລ່ນ​ນອກ​ສະໜາມ​ແລະ​ການ​ປິນພູ​ເປັນຕົ້ນ.

ສະໜາມ​ແລ່ນ​ສະ​ກີ​ພູ​ຢຸນຟໍຕັ້ງຢູ່​ເຂດ​ຊານ​ເມືອງ​ປັກ​ກິ່ງ, ​ໃນ​ໄລຍະ​ບຸນ​ກຸດ​ຈີນ, ຜູ່​ມັກ​ຫຼິ້ນ​ກິລາ​ໄປ​ແລ່ນ​ສະ​ກີ​ຢູ່​ຫັ້ນຢ່າງ​ບໍ່​ຂາດ​​ສາຍ. ທ້າວ​ຈິນ​ເຜິ​ງ​ເຜິ​ງ ນັກ​ສຶກສາ​ມະຫາ​ວິ​ທະ​ຍາ​ໄລການບິນ​​ແລະ​ການບິນ​ອະວະກາດ​ປັກ​ກິ່ງ​ກ່າວ​ວ່າ, ຝ່າຍ​ໂຮງຮຽນ​ພວກ​ເຂົາ​ເຈົ້າ​ໄດ້​ຈັດຕັ້ງນັກ​ສຶກສາ​ໄປ​ຈັດການ​ແຂ່ງຂັນ​ແລ່ນ​ສະ​ກີ​ເພີດ​​ເພີນຢູ່​ຫັ້ນ. ທ້າວ​ຈິນ​ເຜິ​ງ​ເຜິ​ງ​ເວົ້າວ່າ:​ໃນ​ໄລຍະ​ບຸນ​ກຸດ​ຈີນ, ນອກຈາກ​ກັບ​ພໍ່​ແມ່​ໄປ​ຢາມຍາດພີ່ນ້ອງ​ແລ້ວ, ຂ້າພະ​ເຈົ້າຍັງ​ເຂົ້າ​ຮ່ວມ​ການ​ແລ່ນ​ສະ​ກີ​ທີ່ຈັດ​ໂດຍ​ມະຫາວິທະຍາ​ໄລ​ພວກ​ເຮົາ, ​ແລະ​ໄປຫຼິ້ນດອກ​ປີກ​ໄກ່​ຢູ່​ຫໍ​ກິ​ລາ​​ໃນ​ມະຫາ​ວິທະຍາ​ໄລ​ເປັນ​ປະຈຳ. ​ເວລາສອບ​ເສັງ​ປາຍ​ເທີ​ມ, ນັກ​ສຶກສາ​ຮູ້​ສຶກ​ເຄັ່ງ​ຕຶງ​ຫຼາຍ, ດຽວ​ນີ້ ຫຼິ້ນກິລາ​ກໍ່​ແມ່ນ​ເພື່ອ​ຢ່ອນ​ອາລົມ, ​ໃຫ້​ຮ່າງກາຍ​ແຂງ​ແຮງ​ຂຶ້ນ, ຍິ່ງ​ສຳ​ຄັນ​ກວ່າ​ນັ້ນ​ແມ່ນ​ຈະ​ທຸ່ມ​ເທ​ເຫື່ອ​ແຮງຫຼາຍກວ່າ​ເກົ່າ​ເຂົ້າໃນ​ການ​ຮ່ຳຮຽນ​ແລະ​ເຮັດ​ວຽກ​ຫຼັງ​ເປີດ​​ຮຽນແລ້ວ.

ຜູ່​ເຂົ້າການ​ເຮັດ​ວຽກ​ສ່ວນ​ໜຶ່ງ​ຂອງ​ປັກ​ກິ່ງ​ນອກຈາກ​​ໄປ​ຊຸມນຸມ​ມິດ​ຕິງ​ກັບ​ໝູ່​ເພື່ອນ​ທີ່​ຈຳ​ເປັນ​ແລ້ວຍັງ​ໄປ​ຫຼິ້ນກິ​ລາ​ຢູ່​ສູນ​ຫັດກາຍ​ແລະ​ສູນກິລາສະເພາະ​ໃນ​ໄລຍະ​ບຸນ​ກຸດ​ຈີນ. ຢູ່​ສູນ​ກິລາຫັດກາຍຊິງ​ໜຽວ​ປັກ​ກິ່ງ, ນັກ​ຂ່າວ​ໄດ້​ເຫັນ​ຄົນທັງຫຼາຍພວມຫຼິ້ນກິລາ​ຈົນ​​ເຫື່ອ​ໄຫຼ​ໄຄ​ຍ້ອຍ. ກາ​ນຝຶກ​ກາຍ​ດ້ວຍ​ອຸປະກອນຕ່າງໆ ການຫັດກາຍ​ແບບໂຍຄະ ​ເຕັ້ນລຳ​ກິລາ ​ເທ​ຄວນ​ໂດ​ ​ກິລາ​ປະ​ເພດ​ບານ​ດັ້ງ​ເດີມ​ແລະ​ອື່ນໆ, ​ໄດ້​ປະກອບ​ເປັນ​ບັນຍາກາດມ່ວນ​ຊື່ນ​ສະບາຍ​ໃຈ.

ທ່ານ​ຈາງ​ຊູ​ເຮັດ​ວຽກ​ຢູ່​ບໍລິສັດ​ໄອ​ທີ​ແຫ່ງ​ໜຶ່ງ​​ ລາວໄດ້​ຊື້​ບັດ​ສະມາຊິກ​ສູນ​ກິລາ​ແຫ່ງໜຶ່ງ​ກ່ອນ​ຈະ​ເຖິງ​ບຸນ​ກຸດ​ຈີນ, ທ່ານ​ບອກ​ນັກ​ຂ່າວ​ວ່າ, ​ໃນ​ໄລຍະ​ບຸນ​ກຸດ​ຈີນ, ທ່ານກັບ​ເພື່ອນ​ຮ່ວມ​ງານ​ໄດ້​ມາ​ຫັດກາຍ​ບໍລິຫານ​ຢູ່​ສູນຫັດກາຍ​​ແຫ່ງ​ນີ້​ເລື້ອຍໆ, ​ແບບ​ແຜນ​ຊີວິດ​ການ​ເປັນ​ຢູ່ນີ້​ໄດ້​ກາຍ​ເປັນ​ເນື້ອ​ໃນ​ທີ່​ຂາດ​ບໍ່​ໄດ້​ໃນ​ຊີວິດ​ການ​ເປັນ​ຢູ່​ໃນ​ໄລຍະ​ບຸນ​ກຸດ​ຈີນ. ທ່ານ​ຈາງ​ຊູ​ກ່າວ​ວ່າ, ສິ່ງປະ​ເສີດ​ອັນ​ໃດຈະ​ປ່ຽນແທນ​ສຸຂະພາບ​ແຂງ​ແຮງ​ບໍ່​ໄດ້, ການ​ຫັດກາຍ​ບໍລິຫານ​ສາມາດ​ເຮັດ​ໃຫ້​ທ່ານ​ພັກຜ່ອນ​ຢ່ອນ​ອາລົມ​​ແລະຮ່າງກາຍ​ທັງ​ຈິດ​ໃຈ​ຢ່າງ​ເຖິງ​ຖອງ. ທ່ານ​ເວົ້າວ່າ: ​ໃນ​ຍາມ​ທຳ​ມະ​ດາ, ຂ້າພະ​ເຈົ້າຂຸ້ນ​ນຳ​ວຽກຫຼາຍ, ຊຸມນຸມ​ມິດ​ຕິງ​ກໍ່ຫຼາຍ, ຕອນ​ເຊົ້າ 9 ​ໂມງ​ເຂົ້າການ​, ຕອນ​​ແລງ​ 17 ​ໂມງ​ຈຶ່ງເລີກການ, ຂ້າພະ​ເຈົ້າບໍ່​ມີ​ເວລາ​ຫວ່າງ​ໄປ​ຫັດກາຍ, ສະນັ້ນ ​ໃນ​ວັນ​ພັກ​ບຸນ​ກຸດ​ຈີນ​ຫຼາຍມື້​ລຽນຕິດນັ້ນ, ຂ້າພະ​ເຈົ້າຊັກ​ຊວນ​ໝູ່ເພື່ອນ​ໄປ​ຫັດກາຍ​ຢູ່​ສູນ​ຫັດກາຍ​ແລະ​ຫໍ​ກິລາ​ນະຄອນຫຼວງ. ​ໃນ​ເວລາ​​ເຮັດ​ວຽກ​ເຄັ່ງຫຼາຍ, ຂ້າພະ​ເຈົ້າຮູ້ສຶກ​ກຳລັງວັງຊາ​ບໍ່​ພຽງພໍ​, ນີ້​ອາດ​ຈະ​​ແມ່ນຍ້ອນ​ຫຼິ້ນກິລາ​ຫັດກາຍ​ບໍລິ​ຫານ​ໜ້ອຍ​ໂພດ. ສະນັ້ນການ​ສວຍ​ໂອກາດ​ພັກ​ບຸນ​ກຸດ​ຈີນ​ໄປ​ຫຼິ້ນກິລາ, ຝຶກ​ຮ່າງກາຍ​​ໃຫ້​ແຂງແຮງ​ຂຶ້ນ, ຈັ່ງຊີ້ມີ​ກຳລັງວັງຊາຫຼາຍກວ່າ​ເກົ່າ​ເວລາ​ເຮັດວຽກ.

ຄົນ​ຈີນ​ມັກຫຼິ້ນກິລາ​ຫັດກາຍ​ບໍລິຫານນັ້ນ​, ​ແມ່ນ​ຍ້ອນແຜນການ​ຫັດ​ກາຍ​ບໍລິຫານ​ທົ່ວ​ປວງ​ຊົນ​ທີ່​ເລີ່​ມປະຕິບັດ​ເມື່ອ​ປີ 1995. ນັກ​ກິລາ​ຈີນ​ໄດ້​ຮັບ​ຜົນງານ​ດີ​ເດັ່ນ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ອາ​ແຕນ, ​ແລະປັກ​ກິ່ງ​ຈະ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ໃນ​ປີ 2008, ທັງ​​ໝົດ​ເຫຼົ່ານີ້​ໄດ້​ກະຕຸກ​ຄວາມ​ກະຕືລືລົ້ນ​ຂອງ​ຄົນຈີນ​ທີ່​ມີ​ຕໍ່​ການຫຼິ້ນກິລາ​ຫັດກາຍ​ບໍລິຫານ​ຕື່ມ​ອີກ. ຕາມ​ໄດ້​ຊາບ, ນັບ​ມາ​ຮອດ​ປີ 2004, ຈີນ​ໄດ້​​ເຮັດໂຄງການ​ຫັດກາຍ​ບໍລິຫານ​ທົ່ວ​ປວງ​ຊົນສຳ​ເລັດ​ 1939 ​ໂຄງການ. ທຶນ​ສາທາລະ​ນູປະ​ໂພ​ກທີ່​ຫ້າງ​ຫາ​ໄດ້​ຈາກ​ການ​ຂາຍຫວຍ​ກິລາ​ຈີນ​​ໃນ​ເວລາ 8 ປີ​ມາ​ນີ້ ສ່ວນຫຼາຍ​ໄດ້​ຖືກ​ໃຊ້​​ເຂົ້າໃນການ​ປະຕິບັດແຜນການ​ຫັດກາຍ​ບໍລິຫານ​ທົ່ວ​ປວງ​ຊົນ, ​ເງິນ​ເຫຼົ່ານີ້​ໄດ້ບໍລິຈາກ​ໃຫ້​ໂຄງການ​ຫັດ​ກາຍ​ບໍລິຫານ​ທົ່ວ​ປວງ​ຊົນ ສ້າງສູນ​ກິລາ ​ຊື້​ອຸປະກອນ​ກິລາແລະ​​ອື່ນໆ. ​ໃນ​​ໄລ​ຍະ 10 ປີ​ຄື​ແຕ່​ປີ 1995 ຫາ​ປີ 2004, ອາຍຸ​ຍືນຂອງ​ປະຊາກອນ​ຈີນສະ​ເລ່ຍຕໍ່​ຫົວ​ຄົນ​ໄດ້​ຍືນ 3,45 ປີ, ດຽວ​ນີ້​ໄດ້​ບັນລຸ 72 ປີ​ແລ້ວ, ​ເທົ່າ​ກັບ​ລະດັບ​ປະ​ເທດ​ພັດທະນາ​ຜ້ານ​ກາງ, ​ນີ້​ແມ່ນ​ຍ້ອຍ​ແຜນ​ການ​ຫັດ​ກາຍ​ບໍລິຫານ​ທົ່ວ​ປວງ​ຊົນ​ແລະ​​ແບບ​ແຜນ​ດຳລົງ​ຊີວິດ​ທີ່​ປອດ​ໃສ​ໄດ້​ເສີມ​ຂະຫຍາຍ​ບົດ​ບາດ​ສຳຄັນ.

​​ແຕ່ກ່ອນ, ​ເມື່ອບຸນ​ກຸດ​ຈີນ​ຫາ​ກໍ່ຫວິດ​ໄປ​, ມັກ​ຈະ​ມີຄົນ​ບໍ່​ໜ້ອຍ​​ໄປ​ປິ່ນປົວ​ຢູ່​ໂຮງໝໍ​ຍ້ອຍ​ກິນ​ດຶ່ມຫຼາຍ​ເກີນ​ໄປ​ໃນ​ໄລຍະ​ບຸນ​ກຸດ​ຈີນ​. ຜູ່​ປ່ວຍໂຣກ​ເສັ້ນ​ເລືອດ​ເຈັບ​ໝາກ​ຫົວ​ໃຈ​ແລະ​ອື່ນໆ​ຈຶ່ງ​ໄດ້​ເພີ່ມ​ຂຶ້ນຫຼາຍກວ່າ​ຍາມ​ທຳ​ມະ​ດາຕັ້ງຫຼວງຫຼາຍ. ​ແຕ່​ເມື່ອ​ໄດ້​ເອົາ​ໃຈ​ໃສ່​ນຳ​ການ​ຫັດ​ກາຍ​ແລ້ວ, ສະພາບ​ດັ່ງກ່າວ​ໃນ​ປີ​ນີ້​ໄດ້ຫຼຸດລົງຫຼາຍ​ແລ້ວ. ທ່ານ​ລີ​ຢາງ ນາຍ​ໝໍໂຮງໝໍ​ເລກ​ສາມ​ສັງກັດມະຫາວິທະຍາ​ໄລ​ປັກ​ກິ່ງ​ເວົ້າວ່າ: ​ໃນ​ໄລຍະ​ບຸນ​ກຸດ​ຈີນ​ປີ​ນີ້, ຜູ່​ມາ​ປົວ​ພະຍາດ​ຢູ່​ໂຮງໝໍພວກ​ຂ້າພະ​ເຈົ້າ​ມີ​ໜ້ອຍ​ແລ້ວ, ມູນ​ເຫດ​ຕົ້ນຕໍ​ມີຫຼາຍດ້ານ​ດັ່ງ​ລຸ່ມ​ນີ້: ກ່ອນ​ອື່ນ, ​ໃນ​ຈິດ​ສຳນຶກ​ຂອງ​ຄົນ​ທັງຫຼາຍ, ສະຫຼອງບຸນ​ກຸດຈີນ​ຢ່າງ​ປອດ​ໃສ​ແລະ​ສະຕິ​ຕໍ່​ການຫັດກາຍ​ບໍລິຫານ​ແຮງ​ກ້າກ​ວ່າ​ເມື່ອ​ກ່ອນ. ຄົນ​ທັງຫຼາຍບໍ່​ສະ​ເພາະ​ແຕ່​ຊຸມນຸມ​ພາ​ເຂົ້ານຳ​ກັນ​ທໍ່​ນັ້ນດອກ, ຫາກ​ຍັງ​ເອົາ​ໃຈ​ໃສ່​ນຳ​ການຫຼິ້ນກິລາຫັດກາຍ​ບໍລິຫານ. ຖັດມາ ອາກາດ​ໃນ​ຍາມ​ບຸນ​ກຸດ​ຈີນ​ປີ​ນີ້​ອົບ​ອຸ່ນ, ນີ້​ໄດ້​ອຳນວຍ​ໂອກາດ​ໃຫ້​ຄົນ​ທັງຫຼາຍ​ໄປຫຼິ້ນກິລາ​ຢູ່​ນອກ​ເຮືອນ​.