ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-24 18:22:29    
ກຸ່ມ​ນາ​ໂຕ​ຈະ​ບໍ່​ສົ່ງ​ກອງ​ທະ​ຫານ​ຮັກ​ສາ​ສັນ​ຕິ​ພາບ​ໄປ​ເຂດ​ປາ​ເລັສ​ຕິນ​ອິສ​ລາ​ແອນ

cri Author: lm

ຕາມ​ຂ່າວCRI: ວັນ​ທີ 23 ກຸມພາ, ທ່ານ​ເຊັບ​ເຟີ ​ເລຂາທິການ​ໃຫຍ່​ກຸ່ມ​ນາ​ໂຕ​ທີ່​ພວມ​ຢ້ຽມ​ຢາມ​ຢູ່​ອິສລາ​ແອນ​ກ່າວ​ວ່າ, ກ່ອນ​ປາ​ເລັສຕິ​ນອິສລາ​ແອນ​ເຊັນ​ສັນ​ຍາ​ສັນ​ຕິ​ພາບ, ກຸ່ມ​ນາ​ໂຕ​ຈະ​ບໍ່​ສົ່ງ​ກອງ​ທະຫານ​ຮັກສາ​ສັນຕິພາບ​ໄປ​ເຂດ​ປາ​ເລັສຕິນ​ອິສ​ລາ​ແອນ.

​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ໜັງສືພິມ​ຮາ​ອາ​ເລັສ​ຂອງ​ອິສລາ​ແອນ, ທ່ານ​​ເຊັບ​ເຟີ​ກ່າວ​ວ່າ, ກຸ່ມ​ນາ​ໂຕ​ຍັງ​ຍຶດ​ໝັ້ນ​ໃຫ້ 4 ຝ່າຍ​ບັນຫາ​ຕາ​ເວັນ​ອອກ​ກາງ​ເສີມ​ຂະ​ຫຍາຍ​ບົດ​ບາດ​ພາ​ທາງ​ໃນ​ຂະ​ບວນວິວັດ​ສັນຕິພາບ. ທ່ານ​ກ່າວ​ເນັ້ນວ່າ, ​ເງື່ອນ​ໄຂ​ເບື້ອງ​ຕົ້ນ​ທີ່​ກຸ່ມ​ນາ​ໂຕ​ສົ່ງ​ກອງ​ທະ​ຫານ​ຮັກສາ​ສັນຕິພາບ​ໄປ​ເຂດ​ປາ​ເລັສຕິ​ນອິສລາ​ແອນ​ແມ່ນ​ປາ​ເລັສ​ຕິນ​ອິສລາ​ແອນ​ເຊັນ​ສັນ​ຍາ​ສັນ​ຕິພາບ, ສອງ​ຝ່າຍ​ລ້ວນ​ແຕ່​ສະ​ເໜີ​ຄວາມຮຽກຮ້ອງ​ຕ້ອງການ​ທີ່​ກ່ຽວ​ຂ້ອງ​ຕໍ່​ກຸ່ມ​ນາ​ໂຕ​ແລະ​ໄດ້​ຮັບ​ການ​ມອບ​ສິດ​ຈາກ​ສະພາ​ຄວາມ​ໝັ້ນຄົງ​ສະ​ຫະ​ປະ​ຊາ​ຊາດ.