ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-24 21:08:05    
ຄະນະ​ກຳ​ມະ​ການ​ນິ​ຕິ​ບັນ​ຍັດ​ປາ​ເລັສ​ຕິນ​ຜ່ານ​ບັນ​ຊີ​ລາຍ​ຊື່​ລັດ​ຖະ​ບາ​ນ​ຊຸດ​ໃໝ່​ທີ່​ທ່ານ​ຄູ​ໄລ​ຍື່ນ​ໃຫ້(ພາບ)

cri Author: lm

ທ່ານຄູໄລ

ຕາມ​ຂ່າວCRI: ວັນ​ທີ 24 ກຸມພາ, ຄະນະ​ກຳມະການ​ນິຕິບັນຍັດ​ປາ​ເລັສຕິນ​ໄດ້​ປ່ອນ​ບັດ​​ຜ່ານ​ບັນ​ຊີ​ລາຍຊື່​ລັດຖະບານ​ຊຸດ​ໃໝ່​ທີ່​ທ່ານ​ຄູ​ໄລ ນາຍົກລັດຖະມົນຕີລັດຖະ​ບານ​ປາ​ເລັສ​ຕິນ​ປົກ​ຄອງ​ຕົນ​ເອງ​ຍື່ນ​ໃຫ້.

ທ່ານຄູໄລ

ຕາມ​ຂ່າວ​ແຈ້ງວ່າ, ລັດຖະບາ​ນຊຸດ​ໃໝ່​ມີ​ສະມາຊິກ​ 24 ທ່ານ, ​ໃນ​ນັ້ນ ທ່ານ​ຊາ​ອາສ ອະ​ດີດ​ລັດ​ຖະມົນຕີ​ການ​ຕ່າງປະ​ເທດຖືກ​ແຕ່ງຕັ້ງ​ເປັນ​ຮອງ​ນາຍົກລັດຖະ​ມົນ​ຕີ, ທ່ານ​ນາສ​ເຊີ ຢຸ​ເຊັຟ ອະ​ດີດ​ນາຍພົນຊັ້ນສູງ​ຖືກ​ແຕ່ງຕັ້ງ​ເປັນ​ລັດຖະມົນຕີ​ກະ​ຊວງ​ພາຍ​ໃນ, ທ່ານ​ນາສ​ເຊີ ອານ-ຄິດ​ວາ​ ອະ​ດີດ​​ເອກ​ອັກຄະ​ລັດຖະທູດປາ​ເລັສຕິນປະຈຳ​ສະຫະ​ປະຊາ​ຊາດ​ຖືກ​ແຕ່ງ​ຕັ້ງ​ເປັນ​ລັດ​ຖະ​ມົນ​ຕີ​ການ​ຕ່າງປະ​ເທດ, ທ່ານ​ຊາ​ລາມ ​​ໄຟ​ຢັດ ລັດຖະມົນຕີ​ກະ​ຊວງ​ການ​​ເງິນ​ດຳ​ລົງ​ຕຳ​ແໜ່ງ​ເດີມ, ທ່ານ​ເອ​ເລ​ຄັດ​ຖືກ​ປົດ​ຕຳ​ແໜ່​ງລັດຖະມົນຕີ​ວຽກ​ງານ​ເຈ​ລະ​ຈາ, ​ແຕ່​ຍັງ​ເປັນ​ຜູ່​ແທນ​ເຈ​ລະ​ຈາ​ປາ​ເລັສຕິນຢູ່​ຄື​ເກົ່າ.

ວັນທີ24ກຸມພາ,ທ່ານຄູໄລ(ຊ້າຍ)ກັບທ່ານຟັດຕູ ປະທານຄະນະກຳມະການນິຕິບັນຍັດ
ປາເລັສຕິນພວມຮັບຟັງກຳມະການຂອງຄະນະກຳມະການນິຕິບັນຍັດປະກອບຄຳຄິດ
ຄຳເຫັນ(ຂວາ)

1  2