ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-25 11:22:32    
ສະ​ບາຍ​ດີ​ປີ​ໃໝ່(ສຽງ)

cri Author: huachunmei

ທີ່​ນີ້, ​ວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ. ສະ​ບາຍ​ດີ, ​ທ່ານ​ຜູ່​ຟັງ​ທີ່​ເຄົາ​ລົບ, ​ຂ້າ​ພະ​ເຈົ້າ​ແມ່ນ​ສົມ​ບູນ, ​ຊົມ​ເຊີຍ​ທ່ານ​ຮັບ​ຟັງ​ລາຍ​ການ​ນັດ​ພົບ​ກັນ​ໃນ​ວັນ​ອາ​ທິດ. ​ວັນ​ທີ 9 ກຸມ​ພາ​ປີ​ນີ້​ແມ່ນ​ບຸນ​ກຸດ​ຈີນ. ສຳ​ລັບ​ຊາວ​ຈີນ​ແລ້ວ, ບຸນ​ກຸດ​ຈີນ​ແມ່ນ​ມື້​ບຸນ​ທີ່​ຄຶກ​ຄື້ນ​ກວ່າ​ເພີ່ນ​ໃນ​ປີ​ຫນຶ່ງ.​ ໃນ​ໄລ​ຍະ​​ນີ້, ​ແຫ່ງ​ຕ່າງ​ໆ​ຂອງ​ຈີນ​ລ້ວນ​ແຕ່​​ໄດ້​ຈັດ​ໃຫ້​ມີ​ການ​ເຄື່ອນ​ໄຫວ​ສະ​ຫຼອງ​ຫຼາຍ​ຮູບ​ຫຼາຍ​ຢ່າງ, ​ຮີດ​ຄອງ​ປະ​ເພ​ນີ​ບູ​ຮານ​ຫຼາຍ​ຢ່າງ​ກໍ່​ແມ່ນ​ໄດ້​ສືບ​ທອດ​ກັນ​ມາ​ຈົນ​ຮອດ​ດຽວ​ນີ້​ໃນ​ການ​ເຄື່ອນ​ໄຫວ​ສະ​ຫຼອງ​ເຫຼົ່າ​ນີ້. ​ໃນ​ລາຍ​ການ​ພາກ​ນີ້, ​ພວກ​ເຮົາ​​ໄດ້​ຈັດ​ໃຫ້​ທ່ານ​ຟັງ​ເພງ​ຟື້ນ​ເມືອງ​ມ່ວນ​ໆ​ຫຼາຍ​ເພງ, ​ເພື່ອ​ໃຫ້​ທ່ານ​ໄດ້​ຮູ້​ຮີດ​ຄອງ​ປະ​ເພນີ​ພິ​ເສດ​ຂອງ​ບຸນ​ກຸດ​ຈີນ, ​ແລະ​ໃຫ້​ທ່ານ​ແບ່ງ​ປັນ​ຄວາມ​ມ່ວນ​ຊື່ນ​ນຳ​ກັນ​ກັບ​ພວກ​ເຮົາ.

ທ່ານ​ຜູ່​ຟັງ​ທີ່​​ໂຄ​ລົບ, ​ເພງ​ທີ່ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ເພງ​ພື້ນ​​ເມືອງ​ພາກ​ເໜືອ​ແຂວງ​ສ້ານ​ຊີ​ທີ່​ຊື່​ວ່າ ກວ້າ​ຮົງ​ເຕິ່ງ ​ແປ​ວ່າ ​ແຂວນ​ໂຄມ​​ແດງ. ​ເພງ​ນີ້​ມີ​ທຳ​ນອງ​ມ່ວນ​ຊື່ນ​ບັນ​ລະ​ຍາຍ​​ຮີດ​ຄອງ​ປະ​ເພ​ນີ​ທີ່​ທຸກ​ຄອບ​ຄົວ​ໃນ​ຊົນ​ນະ​ບົດ​ຕ້ອງ​ແຂວນ​ໂຄມ​ແດງ​ຢູ່​ໜ້າ​ປະ​ຕູ​​ໃນ​ຍາມ​ບຸນ​ກຸດ​ຈີນ. ​ເນື້ອ​ເພງ​ຮ້ອງ​ວ່າ, "​ເດືອນ​ຈຽງ​ອອກ​ໃໝ່, ​ປີ​ໃໝ່​ວຽນ​ມາ, ​ຂ້ອຍ​ເຮັດ​ໂຄມ​ເຈ້ຍ​​ແຂວນ​ໃສູ່​ໜ້າ​ບ້ານ. ​ລົມ​ພັດ​ໂຄມ​ແດງ​​ປິ່ນ​ຄ້ວງ​ໆ, ​ຂ້ອຍ​ກັບ​ອ້າຍ​ຊ່ານ​ເກີ່​ຂອງ​ຂ້ອຍ​ສະ​ຫຼອງ​ບຸນ​ປີ​ໃໝ່."

ຕາມ​ພື້ນ​ເມືອງ​ຂອງ​ຈີນ, ບຸນ​ກຸດ​ຈີນ​ກໍ​ເອິ້ນ​ວ່າ ​ໜຽນ ​ແປ​ວ່າ​ປີ​ໃໝ່​. ມີ​ຂຶ້ນ​ໃນ​ການ​ເສັ່ນ​ໄຫວ້​ບູ​ຊາ​ເທບ​ພະ​ເຈົ້າ​ແລະ​ບັນ​ພະ​ບູ​ລຸດ​ໃນ​​ສະ​​ໄໝ​ບູ​ຮານ. ​ການ​ອວຍ​ພອນ​ກັນ​ໃນ​ບຸນ​ປີ​ໃໝ່​ແມ່ນ​ຮີດ​ຄອງ​ສຳ​ຄັນ​ຢ່າງ​ໜຶ່ງ​ໃນ​ບຸນ​ກຸດ​ຈີນ, ​ແມ່ນ​ຮູບ​ການ​ທີ່​ຄົນ​ທັງ​ຫຼາຍ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນ​ຮັບ​ປີ​ໃໝ່​ແລະ​ອວຍ​ພອນ​ເຊິ່ງ​ກັນ​ແລະ​ກັນ. ​ໃນ​ຕອນ​ເຊົ້າ​ມື້​ທຳ​ອິດ​ຂອງ​ບຸນ​ກຸດ​ຈີນ, ຫຼັງ​ຈາກ​ຕື່ນ​ນອນ​ແລ້ວ, ​ຜູ່​ເປັນ​ລູກ​ຫຼານ​ຈະ​ຕ້ອງ​ໄປ​ອວຍ​ພອນ​ປີ​ໃໝ່​ຕໍ່​ຜູ່​ໃຫຍ່​, ຂໍ​ໃຫ້​ພວກ​ເພິ່ນ​ມີ​ຄວາມ​ສຸ​ຂະ​ພາບ​ແຂງ​ແຮງ​ອາ​ຍຸ​ໝັ້ນ​ຂວັນ​ຍືນ. ​ໃນ​ເວ​ລາ​ອອກ​ນອກ​ພົບ​ກັນ​ກັບ​ໝູ່​ເພື່ອນ, ຄົນ​ທັງ​ຫຼາຍ​ກໍ່​ຕ້ອງ​ເວົ້າ​ແຕ່​ຄຳ​ສິ​ລິ​ມຸງ​ຄຸນ​ຕ່າງ​ໆຕໍ່​ກັນ ຄື, ​ຂໍ​ໃຫ້​ເຈົ້າ​ຈົ່ງ​ໂຊກ​ຈົ່ງ​ໝານ​ແລະ​ສະບາຍ​ດີ​ປີ​ໃໝ່​ເປັນ​ຕົ້ນ. ​ຕໍ່​ໄປ, ​ເຊີນ​ຟັງ​ເພງ​ພື້ນ​ເມືອງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຈີນ​ທີ່​ຊື່​ວ່າ, ​ສຽວ​ປ້າຍ​ນຽນ ​ແປ​ວ່າ ສະ​ບາຍ​ດີ​ປີ​ໃໝ່. ​ເພງ​ນີ້​ໄດ້​ວາດ​ພາບ​ບັນ​ຍາ​ກາດ​ສິ​ລິ​ມົງ​ຄຸນ​ແລະ​ອາ​ລົມ​ມ່ວນ​ຊື່ນ​ຂອງ​ຄົນ​ທັງ​ຫຼາຍ​ໃນ​ຍາມ​ບຸນ​ປີ​ໃໝ່, ​ໃນ​ເພງ​ມີ​ເນື້ອ​ຮ້ອງ​ວ່າ, "​ເດືອນ​ຈຽງ​ອອກ​ໃໝ່, ​ປີ​ໃໝ່​ວຽນ​ມາ, ​ທຸກ​ຄອບ​ຄົວ​ຕິດ​ຄະ​ຕິ​ຄູ່​​ໃສ່​ບານ​ປະ​ຕູ. ​ມື້​​ໃໝ່​ໜຶ່ງ​ຄ່ຳ,​ ທຸກ​ຄອບ​ຄົວ​ເຕົ້າ​ໂຮມ​ສາ​ມັກ​ຄື​ກັນ, ​ຍິງ​ຊາຍ​ນ້ອຍ​ໃຫຍ່​ນຸ່ງ​ເສື້ອ​ໃໝ່."

1  2