ໄລຍະແຕ່ເກີດ ຮອດ 3 ຂວບ.
ແມ່ນໄລຍະເດັກແດງແລະເດັກນ້ອຍ,ຕໍ່ເດັກແດງຕ້ອງລະວັງເປັນພິເສດຢ່າໃຫ້ມີຂອງປິດປາກແລະດັງພາຍໃຫ້ເດັກຫາຍໃຈບໍ່ອອກ,ລະວັງອຸບັດເຫດທີ່ຄາດຄຶດບໍ່ເຖິງ,ລະວັງພະຍາດຫົວໃຈມາແຕ່ເກີດພ້ອມດ້ວຍພະຍາດທີ່ອາດຈະພາໃຫ້ແຫວກແນວ,ລະວັງປອດອັກເສບ,ຫຼອດລົມອັກເສບແລະຜິວອັກເສບເປັນຕົ້ນ.
ເດັກນ້ອຍອາຍຸແຕ່ 4 ຂວບຮອດ 7 ຂວບ.
ຍັງຕ້ອງລະວັງອຸບັດເຫດແລະພະຍາດຫົວໃຈ,ເຊິ່ງຈະພາໃຫ້ຕາຍ, ໃນໄລຍະນີ້ ຄວນສັກວັກແຊງ. ຕ້ອງລະວັງບໍ່ໃຫ້ເດັກນ້ອຍຕົກນ້ຳ,ດຶກນ້ຳ,ຖືກໄຟໄໝ້,ນ້ຳຮ້ອນລວກແລະຕຸ້ຍເກີນຄວນເປັນຕົ້ນ. ນອກນີ້ ເດັກນ້ອຍໃນໄລຍະນີ້ເລີ່ມສົນໃຈນຳເພດ,ນອກຈາກເລີ່ມໃຫ້ການສຶກສາດ້ານເພດແລ້ວ,ຍັງຕ້ອງສອນໃຫ້ມີຄວາມຮູ້ທີ່ຖືກຕ້ອງ,ໃຫ້ຮູ້ຈັກວ່າພະຍາດແມ່ນຫຍັງ.
ອາຍຸແຕ່ 8 ປີຮອດ 17 ປີ.
ແມ່ນໄລຍະສອນບ່າວສອນສາວແລະໄລຍະເຕີບໂຕທີ່ພົວພັນກັບເພດ. ຈະມີຄວາມລຳຄານໃຈເກີດຂຶ້ນເຊັ່ນຄວາມສູງ,ນ້ຳໜັກຮ່າງກາຍແລະຮູບຮ່າງເປັນຕົ້ນ,ເດັກຍິງຈະລະດູມາ,ເດັກຊາຍຈະມີຄວາມຕື່ນເຕັ້ນທາງເພດ,ບັນຫາອະໄວຍະວະສືບພັນສຸກງອມເຫຼົ່ານີ້ເປັນຕົ້ນ,ລ້ວນແຕ່ຈະເປັນການກວນໃຈຂອງເດັກນ້ອຍ. ນອກນີ້ ຍັງຕ້ອງລະວັງຕັບອັກເສບປະເພດ.
ອາຍຸແຕ່ 18 ຮອດ 24 ປີ.
ແມ່ນໄລຍະເຕີບໃຫຍ່ເປັນຜູ້ໃຫຍ່ເຕັມໂຕຊອກຫາຄູ່ຫາຄີມ,ມີຄວາມຕ້ອງການທາງເພດຂ້ອນຂ້າງແຮງ. ເວົ້າສຳລັບຜູ້ໃຫຍ່ທີ່ແຂງແຮງແລ້ວ,ໃນໄລຍະນີ້ຕ້ອງໄປກວດສຸຂະພາບເທື່ອໜຶ່ງຢູ່ໂຮງໝໍ,ລວມທັງກວດກາມະໂຣກ,ກວດທາດບຳລຸງ,ໂກເລສະເຕລອນແລະຄວາມດັນເລືອດ. ດີທີ່ສຸດແມ່ນກວດກ່ອນແຕ່ງງານ.
ອາຍຸແຕ່ 25 ຮອດ 39 ປີ.
ແມ່ນໄລຍະຄົບຄ້າສະມາຄົມໃນສັງຄົມແລະປະຊາສຳພັນ,ຕ້ອງມີຄວາມຊິນເຄີຍທີ່ດີເພື່ອປ້ອງກັນພະຍາດ,ຖ້າມີພະຍາດຊຳເຮື້ອຕ້ອງກວດໃຫ້ຮູ້ໂດຍໄວ,ແລະເອົາໃຈໃສ່ປິ່ນປົວ. ໃນການກວດພະຍາດໄລຍະແຕ່ 30 ປີຮອດ 35 ປີນັ້ນ ຄວນແທກຄວາມດັນເລືອດ,ເອົາໃຈໃສ່ວ່າມີພະຍາດເລືອດຈາງບໍ່,ໂກເລສະເຕລອນສູງບໍ່,ຜູ້ຍິງຕ້ອງເບິ່ງວ່າປາກມົດລູກເປັນແນວໃດແລະລະວັງຕ່ອມນົມເປັນມະເຮັງ,ຕ້ອງຂໍຮຽນນຳນາຍໝໍກ່ຽວກັບວິທີກວດເຕົ້ານົມ,ຜິວໜັງ,ໝາກອັນທະ,ຄໍແລະປາກເອົາເອງ.
ອາຍຸແຕ່ 40 ຮອດ 59 ປີ.
ໄລຍະທ້າຍຂອງໄວກາງຄົນ,ແມ່ນໄລຍະທີ່ການເຄື່ອນໄຫວສັງຄົມຄຶກຄັກກວ່າໝູ່,ຄວນກວດໃຫ້ຮູ້ມີພະຍາດຊຳເຮື້ອຫຼືບໍ່ໂດຍໄວເຊັ່ນເລືອດດັນສູງ,ພະຍາດຫົວໃຈ,ບີເປັນໜີ້ວ,ພະຍາດທາດກະດູກຜຸຜ່ອຍ,ຕ້ອງລະວັງບຳລຸງຮອກໂມນຢ່າງເໝາະສົມ. ໃນໄລຍະອາຍຸ 40 ປີ,45 ປີ,50 ປີແລະ 55 ປີ,ຕ້ອງໄປກວດສຸຂະພາບຢ່າງຮອບດ້ານເທື່ອໜຶ່ງ,ພ້ອມທັງກວດພະຍາດຊຳເຮື້ອເປັນພິເສດແລະຂໍຄຳປຶກສາກັບນາຍໝໍກ່ຽວກັບການກິນຢາ. ຜູ້ທີ່ອາຍຸເກີນ 50 ປີ ຕ້ອງໄປກວດເລືອດດັນສູງ,ຄວາມອ້ວນແລະມະເຮັງບາງຊະນິດຄູ່ປີ.
ຜູ້ອາຍຸແຕ່ 60 ຮອດ 70 ປີທີ່ສຸຂະພາບແຂງແຮງໃນໄລຍະຕົ້ນຂອງໄວຊະລາ,ໃນເວລາອາຍຸ 60 ປີຄວນກວດສຸຂະພາບເທື່ອໜຶ່ງ,ຈາກນັ້ນບາປີໜຶ່ງກວດເທື່ອໜຶ່ງ. ນອກຈາກຕ້ອງລະວັງພະຍາດຊຳເຮື້ອແລ້ວ,ຍັງຄວນເອົາໃຈໃສ່ນຳສະພາບຈິດໃຈເຊັ່ນການອອກກິນເບ້ຍບຳນານ,ຄອບຄົວເສຍຊີວິດ,ຄວາມຕ້ອງການທາດບຳລຸງມີການປ່ຽນແປງແລະການເຄື່ອນໄຫວໜ້ອຍລົງເປັນຕົ້ນ; ຍັງຕ້ອງເອົາໃຈໃສ່ຮັກສາແຂ້ວ.
ຜູ້ອາຍຸ 70 ປີຂຶ້ນໄປຕ້ອງພະຍາຍາມຫຼີກເວັ້ນບໍ່ນອນໂຮງໝໍ,ເວລານີ້ ການສະໜັບສະໜູນຂອງຄອບຄົວແລະສັງຄົມແມ່ນສຳຄັນທີ່ສຸດ. ຜູ້ເຖົ້າຜູ້ແກ່ຕ້ອງຊ່າງນຳໃຊ້ຊັບພະຍາກອນສັງຄົມ,ເຊັ່ນສະຫວັດດີການສັງຄົມຂອງລັດຖະບານເປັນຕົ້ນ. ໃນດ້ານຮ່າງກາຍ,ຕ້ອງປົວແຂ້ວແລະຕີນຕາມເວລາກຳນົດ,ເອົາໃຈໃສ່ນຳຄວາມຕ້ອງການດ້ານທາດບຳລຸງ,ຈຳກັດການເຄື່ອນໄຫວແລະຈັດວາງຊີວິດການເປັນຢ່ໃຫ້ເໝາະສົມູ,ຮຽນຮູ້ວິທີຮັກສາສຸຂະພາບຕ່າງໆ.
|