ນິຍາຍພິສະດານເລື່ອງຄວາມຝັນໃນຫໍວິມານແດງເປັນຕົວແທນໃຫ້ແກ່ ຜົນງານສູງສຸດຂອງນິຍາຍໃນສະໄຫມຈີນບູຮານ,ບໍ່ພຽງແຕ່ປະຊາຊົນຈີນໃຜໆກໍຮູ້ກັນຫມົດທໍ່ນັ້ນ,ບົນເວທີວັນນະຄະດີໂລກກໍ່ແມ່ນບົດປະພັນທີ່ມີຊື່ສຽງເຊິ່ງໃຜໆກໍຮັບຮູ້ກັນ.
ໃນຄອບຄົວຂອງທ່ານສາວເສຍສິງຕັ້ງແຕ່ປູ່ຮອດພໍ່ຂອງເພິ່ນ,ເຄີຍໄດ້ຮັບຕຳແຫນ່ງສຳຄັນໃນລາຊະວົງເຊັງ.ໃນໄວເດັກຂອງທ່ານສາວເສຍສິງເຄີຍຜ່ານຊີວິດອັນຮັ່ງມີສີສຸກມາໄລຍະຫນຶ່ງ,ແຕ່ບໍ່ດົນ,ຍ້ອນພໍ່ຂອງເພິ່ນຖືກລົງໂທດວິໄນຈຶ່ງປົດຕຳແຫນ່ງແລະຖືກເຈົ້າຫນ້າທີ່ຄົ້ນເຮືອນ,ຈາກນັ້ນຄອບຄົວເພິ່ນຈຶ່ງຊຸດ
ໂຊມລົງຢ່າງໄວວາ.ເມື່ອທ່ານສາວເສຍສິງເຕີບໃຫຍ່ມາແລ້ວ,ກໍ່ເຄີຍພັດເຊພະເນຈອນຢູ່ເຂດຊານເມືອງຕາເວັນຕົກນະຄອນປັກກິ່ງ.ຜ່ານຊີວິດອັນທຸກຍາກລຳບາກ,ຊີວິດໃນຄອບຄົວຂຸນນາງກໍໄດ້ສ້າງພາບພົດທີ່ລືມຍາກໄວ້ກັບທ່ານສາວເສຍສິງ,ທັງຫມົດເຫຼົ່ານີ້ໄດ້ສ້າງພື້ນຖານໃຫ້ແກ່ທ່ານແຕ່ງເລື່ອງຄວາມຝັນໃນຫໍວິມານແດງ.
ທຳອິດ,ນະວະນິຍາຍເລື່ອງນີ້ໃສ່ຊື່ວ່າບັນທຶກກ້ອນຫິນ,ໃນເວລາທ່ານສາວເສຍສິງຍັງມີຊີວິດຢູ່ບໍ່ໄດ້ແຕ່ງສຳເລັດຫມົດ, ນະວະນິຍາຍທີ່ກ່າຍເອົາຂອງເພິ່ນກໍ່ຊ່າລືກັນຢູ່ຕາມສັງຄົມແລ້ວ,ຫຼັງຈາກທ່ານເຖິງແກ່ກຳແລ້ວ,ນັກແຕ່ງທີ່ຊື່ວ່າກ່າວເອີ້ໄດ້ກຶກກອງຄວາມຫມາຍເດີມຂອງຜູ່ແຕ່ງ,ແລ້ວແຕ່ງ 40 ຕອນສຸດທ້າຍຕໍ່ໄປ,ຈຶ່ງໄດ້ແຕ່ງສຳເລັດເລື່ອງຄວາມຝັນໃນຫໍວິມານແດງ.
ເລື່ອງຄວາມຝັນໃນຫໍວິມານແດງຕົ້ນຕໍແມ່ນວາດພາບເລື່ອງຄວາມຮັກແບບໂສກນາດຕະກຳ.ເອົາຄວາມຮັກເປັນເນື້ອເລື່ອງ,ຜ່ານຈາກຄອບຄົວໃຫຍ່ຂອງຂຸນນາງທີ່ປ່ຽນຈາກຄວາມຮັ່ງມີສີສຸກໄປສູ່ຄວາມຊຸດໂຊມ.ໄດ້ເຜີຍໃຫ້ເຫັນຄວາມຟຸມເຟືອຍເປື່ອຍເຍື່ອຍແລະຄວາມຊົ່ວຊ້າລາມົກຂອງຊົນຊັ້ນປົກຄອງສັກດິນາ,ແລະ ເຜີຍໃຫ້ເຫັນຊາຕາກຳປະຫວັດສາດຂອງສັງຄົມສັກດິນາທີ່ຕ້ອງໄປສູ່ຄວາມພັງທຳລາຍແນ່ນອນ.
ທ້າວເຈຍປ້າວອີ ຜູ່ເປັນພະເອກແມ່ນບຸກຄົນທີ່ສອດຮ້ອຍໃນຕະຫຼອດເລື່ອງດັ່ງກ່າວ,ຕາມການຊັນນະສູດ,ຮູບໂສມດັ່ງກ່າວມີປະສົບການຂອງຜູ່ແຕ່ງ.ທ້າວເຈຍປ້າວອີ ເກີດຢູ່ໃນຄອບຄົວເຈົ້າຂຸນມຸນນາຍເຊິ່ງຄົນຫມົດຕະກຸນໃຜກໍຝາກຄວາມຫວັງໄວ້ນຳເພິ່ນ,ແຕ່ເພິ່ນບໍ່ມັກອ່ານຫນັງສືແລະຊັງແນວຄຶດສັກດິນາທີ່ສືບທອດກັນມາ,ຊັງຄອບຄົວທີ່ຜູກມັດເພິ່ນ,ແລະມີຈິດໃຈທໍລະຍົດຢ່າງເຕັມປ່ຽມ,ຍ້ອນເພິ່ນດຳລົງຊີວິດຢູ່ໃນຫມູ່ສາວໃຊ້ທີ່ສວຍງາມແລະບໍລິສຸດ,ສະນັ້ນຈຶ່ງມີຄວາມເຫັນໃຈພວກເຂົາເຈົ້າທີ່ຜ່ານຊີວິດຢູ່ຊັ້ນຕ່ຳ.
ນາງຫຼິນໄຕ້ອີແມ່ນເພດຍິງທີ່ທ່ານສາວເສຍສິງຈົງໃຈປັ້ນແຕ່ງ,ນາງສາວຜູ່ອ່ອນແອທີ່ດຳລົງຊີວິດໃນຄະລືຫາດຢົງໂກະຟູແມ່ນຄົນທີ່ຖືຕົວທີ່ສຸດ,ນາງມີຄວາມຮູ້ຄວາມສາມາດ,ແຕ່ພັດມັກໂສກເສົ້າເຫງົາໃຈ.ນາງກັບທ້າວເຈຍປ້າວອີແມ່ນສ່ຽວກັນມາແຕ່ນ້ອຍ,ພາຍຫຼັງມາເລີຍກາຍເປັນຄູ່ຮັກກັນ,ແຕ່ໃນທີ່ສຸດ,ຄວາມຮັກຂອງພວກເຂົາເຈົ້າຖືກອິດທິກຳລັງສັກດິນາບີບຄັ້ນຈົນມຸດມອດໄປ
ເລື່ອງຄວາມຝັນໃນຫໍວິມານແດງແມ່ນນະວະນິຍາຍແບບສາລານຸກົມເລື່ອງຫນຶ່ງ,ບຸກຄົນທີ່ກ່ຽວພັນເຖິງໃນເລື່ອງດັ່ງກ່າວຈາກພະບໍລົມມະວົງສານຸວົງຮອດເຈົ້າຂຸນມຸນນາຍຈາກ ສາວໃຊ້ ຄົນໃຊ້ ຮອດພະສົງສາມະເນນ ພໍ່ຄ້າແລະກະສິກອນ,ໄດ້ກວມທັງເກືອບທຸກຊັ້ນວັນນະໃນສັງຄົມຈີນໃນຄາວນັ້ນ,ຂອບເຂດວາດພາບຈາກມາລະຍາດ ການໄປມາຫາສູ່ກັນດ້ານການສະຫຼອງແລະໄປໄວ້ອາໄລຂອງສັງຄົມຊັ້ນສູງ,ຈາກການຜະລິດຂອງກຳມະກອນ ຮອດການປູກດອກໄມ້ ຕົ້ນໄມ້ຂອງຊາວນາ,ຈາກນາຍຫມໍ ຫມໍລຳຮອດໂຫລາສາດມີຫມົດທຸກແນວ,ອັນໄດ້ສະແດງໃຫ້ເຫັນດ້ານຕ່າງໆໃນຊີວິດສັງຄົມຂອງລາຊະວົງເຊັງ.
ຮູບປະພັນບຸກຄົນໃນເລື່ອງຄວາມຝັນໃນຫໍວິມານແດງໄດ້ຖືກວາດພາບຢ່າງສຳເລັດຜົນທີ່ສຸດ,ບຸກຄົນໃນເລື່ອງຄວາມຝັນໃນຫໍວິມານແດງໄດ້ລື່ນກາຍ 700 ຄົນ,ໃນນັ້ນ ບຸກຄົນແບບຢ່າງມີຮ້ອຍກວ່າຄົນ,ທ່ານສາວເສຍສິງຍັງສາມາດກຳການວາດພາບເພດຍິງຢ່າງຖືກຕ້ອງແລະເລິກເຊິ່ງທີ່ສຸດ,ໂດຍສະເພາະແມ່ນສະພາບຈິນຕະນາການແລະຈິດໃຈອາລົມຂອງຍິງໄວຫນຸ່ມເຍົາວະຊົນທີ່ສັບສົນ ສະດຸ້ງໄວແລະມີການປ່ຽນແປງຫຼາຍ,ທ່ານໄດ້ເຜີຍໃຫ້ເຫັນຄວາມຫວັງຂອງພວກເຂົາເຈົ້າທີ່ມີຕໍ່ຊີວິດການເປັນຢູ່ໂດຍສະເພາະແມ່ນຄວາມປາຖະຫນາຕໍ່ຄວາມຮັກດ້ວຍຄວາມເຫັນໃຈທີ່ສຸດ,ທັງໄດ້ສະແດງໃຫ້ເຫັນມະນຸດສຳພັນທີ່ອຸດົມສົມບຸນແລະເລິກເຊິ່ງ,ທັງໄດ້ສະແດງໃຫ້ເຫັນການຜູກມັດແລະຜົນສະທ້ອນຂອງສະພາບແວດລ້ອມແລະສັງຄົມທີ່ມີຕໍ່ພວກເຂົາເຈົ້າ.ສະນັ້ນຈຶ່ງໄດ້ປັ້ນແຕ່ງພວກເຂົາເຈົ້າໃຫ້ເປັນຮູບຊົງສີລະປະທີ່ເປັນໂຕ້ຢົ້ງໆ
ເມື່ອເລື່ອງຄວາມຝັນໃນຫໍວິມານແດງໄດ້ແຕ່ງອອກມາແລ້ວ,ຄົນທັງຫຼາຍນິຍົມກັນອ່ານແລະໂຈຕະນາ,ຊາວຫນຸ່ມບາງຄົນເມື່ອອ່ານແລ້ວກໍຮູ້ສຶກກະຕຸ້ນໃຈຫຼາຍນຳຄວາມຮັກຂອງພະເອກກັບນາງເອກຈົນນ້ຳຕາໄຫຼ,ມູນຄ່າດ້ານສິລະປະຂອງເລື່ອງຄວາມຝັນໃນຫໍວິມານແດງແມ່ນຫົວຂໍ້ໂອ້ລົມທີ່ບໍ່ສຸດສ້ຽງ,ພາສາ ອົງປະກອບແລະການປັ້ນແຕ່ງບຸກຄົນຂອງເລື່ອງນີ້ລ້ວນແຕ່ໄດ້ລະດັບສູງສຸດຂອງນະວະນິຍາຍບຸຮານຈີນ
|