ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-26 17:06:06    
ຢູ່ເຕລາ​ວິ​ຟ​ແຫ່ງ​ອິສ​​ຣາ​ແອນ​ເກີດ​ການ​​ລະ​ເບີດ​​ແບບ​​ຂ້າ​ໂຕ​ຕາຍ, ​ເຮັດ​ໃຫ້ 40 ​​ກວ່າ​ຄົນ​ຕາຍ​ແລະ​ບາດ​ເຈັບ

cri Author: MO
ຕາມ​ຂ່າວCRI: ຕອນ​ເດິກ​ທ່ຽງ​ຄືນ​ຂອງ​ວັນ​ທີ 25 ກຸມພາ, ຢູ່​ເມືອງ​ເຕລາ​ວິ​ຟ​ແຫ່ງ​ອິສຣາ​ແອນ​ໄດ້​ເກີດ​ເຫດການ​ລະ​ເບີດ​ແບບຂ້າ​ໂຕ​ຕາຍ​ລາຍ​ໜຶ່ງ, ​ຢ່າງ​ໜ້ອຍ​ເຮັດ​ໃຫ້ 4 ຄົນ​ຕາຍ, 38 ຄົນ​ບາດ​ເຈັບ.

ຕອນ​ຮຸ່ງ​ເຊົ້າວັນ​ທີ 26 ກຸມພາ, ທ່ານ​ເອ​ເລັກ​ຄັດ ຫົວໜ້າຜູ້​ແທນ​ເຈລະຈາຂອງ​ປາ​ເລັສຕີນ​ໄດ້​ກ່າວ​ປະນາມ​ຢ່າງ​ຮຸນ​ແຮງ​ຕໍ່​ເຫດການ​ລະ​ເບີດ​ລາຍ​ນີ້. ທ່ານ​ເວົ້າວ່າ, ຜູ້​ວາງ​ແຜນ​ເຫດການ​ເຈຕະນາ​ຜ່ານ​ການ​ກໍ່​ການລະ​ເບີດ​, ທຳລາຍ​ຄວາມ​ພະຍາຍາມ​ຂອງ​ບັນດາ​​ຝ່າຍ​ທີ່​ກ່ຽວຂ້ອງ​ໃນ​ການ​ຟື້ນ​ຟູ​ຂະ​ບວນວິວັດສັນຕິພາບຄືນ​ໃໝ່. ທ່ານ​ອັບ​ບາສ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕີນ​ກ່າວ​ວ່າ, ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕີນ​ຕັດສິນ​ໃຈ​ຈັບ​ຜູ້​ກໍ່​ເຫດການ​ລະ​ເບີດ​ລາຍ​ນີ້​ແລ້ວ​ລົງ​ໂທດ​ຕາມ​ກົດໝາຍ. ທ່ານ​ອັບ​ບາສຍັງຮຽກຮ້ອງໃຫ້ປາ​ເລັສຕີນ​ອິສຣາ​ແອນດຳ​ເນີນ​ການ​ສຳ​ຫລວດ​ຮ່ວມ​ຕໍ່​ເຫດການ​ລາຍ​ນີ້.

ຕາມ​ຂ່າວ​ແຈ້ງວ່າ, ​ຕອນ​ຮຸ່ງ​​ເຊົ້າວັນ​ທີ 26 ກຸມພາ, ​ເຈົ້າໜ້າ​ທີ່​ຊັ້ນສູງ​ປາ​ເລັສຕີນ​ໄດ້​ຈັດ​ກອງ​ປະຊຸມ​ດ່ວນ, ຫາ​ລື​ຜົນ​ສະທ້ອນ​ຕໍ່​ສະຖານະ​ການ​ປາ​ເລັສຕີນ​ອິສຣາ​​ແອນ​ຍ້ອນເຫດການ​ລາຍ​ນີ້​​ແລະ​ມາດ​ຕະການ​ຮັບ​ມື.

ມື້​ດຽວ​ກັນ, ເຈົ້າໜ້າ​ທີ່​ຊັ້ນສູງ​ຜູ້​ໜຶ່ງ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​​ອິສຣາ​ແອນກ່າວ​ວ່າ, ​ເຫດການ​ລະ​ເບີດ​ລາຍ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ປາ​ເລັສຕີນ​ຕ້ອງ​ຍົກ​ເລີກ​ອົງການ​ຫົວ​ຮຸນ​ແຮງ​ຢ່າງ​​ເຖິງ​ຖອງ, ຖ້າ​ບໍ່​ດັ່ງນັ້ນ, ຂະ​ບວນວິວັດ​ສັນຕິພາບ​ປາ​ເລັສຕີນ​ອິສຣາ​ແອນ​ກໍ​ບໍ່ຫ່ອນ​ຈະ​ມີ​ການຄືບ​​ໜ້າ.

ພາຍຫລັງ​ເກີດ​ເຫດການ​ແລ້ວ, ທ່ານ​ອານ​ນານ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ກໍ​ອອກ​ຖ​ະ​ແຫລ​ງການ, ກ່າວ​ປະນາມ​ຢ່າງ​ຮຸນ​ແຮງ.