ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-27 17:07:20    
ປະຊາ​ຄົມ​ໂລກ​ກ່າວ​ປະນາມ​ເຫດ​ການ​ລະ​ເບີດ​ທີ່​ເກີດ​ຂຶ້ນ​ຢູ່​ເມືອງ​ເຕ​ລາ​ວິ​ຟ​ແຫ່ງ​ອິສ​ລາ​ແອນ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ຕອນກາງຄືນ​ວັນ​ທີ 25 ກຸມພາ ຢູ່​ເມືອງ​ເຕລາ​ວິ​ຟ​ແຫ່ງ​ອິສ​ລາ​ແອນ ​ໄດ້​ເກີດ​ເຫດການ​ລະ​ເບີດ​ແບບ​ສະຫຼະຊີວິດ, ວັນ​ທີ 26 ກຸມພາ, ປະຊາ​ຄົມ​ໂລກ​ໄດ້​ພາ​ກັນ​ກ່າວ​ປະນາມ​ຢ່າງ​ຮຸນ​ແຮງ.

ຣັດ​ເຊຍ​ກ່າວ​ປະນາມ​ຢ່າງ​ເດັດດ່ຽວ​ທີ່​ສຸດ​ຕໍ່​ການ​ກະທຳ​ກໍ່​ການ​ຮ້າຍ​ດັ່ງກ່າວ​ນີ້, ​ແລະ​ຮຽກ​ຮ້ອງ​ໃຫ້​ຜູ່​ນຳ​ປາ​ເລັສຕິນຕ້ອງ​ໃຊ້​ມາດ​ຕະການ​ທຸກ​ຢ່າງ​ກັ້ນກາງ​ການ​ເຄື່ອນ​ໄຫວ​ຂອງ​ພວກ​ຫົວ​ຈັດ, ​ແລະ​ກ່າວ​ວ່າຣັດ​ເຊຍ​ຈະ​ນຳ​​ໃຊ້​ທຸກໂອກາດ​ທຳຄວາມພະຍາຍາມ​ຈົນສຸດ​ຂີດ​ເພື່ອ​ສະ​ແຫວ​ງຫາ​ເຂດ​ຕາ​ເວັນ​ອອກ​ກາງ​ບັນລຸສັນຕິພາບ​ຖາວອນ​ແລະ​ທ່ຽງ​ທຳ.

ອາ​ເມ​ລິ​ກາ ສະຫະພາບ​ເອີ​ລົບ​ແລະ​ຕວກກີ​ຕ່າງໄດ້ອອກ​ຖະ​ແຫຼງການ, ກ່າວ​ປະນາມ​ຢ່າງ​ຮຸນ​ແຮງ​ຕໍ່​ເຫດການ​ລະ​ເບີດ. ອາ​ເມ​ລິ​ກາ​ຍັງ​ທວງໃຫ້​ຝ່າຍ​ປາ​ເລັສຕິນ​ໃຊ້​ມາດ​ຕະການ​ໃນ​ທັນທີ ລົງໂທດ​ຜູ່​ກໍ່​ເຫດການ​ລະ​ເບີດຕາມກົດໝາຍ; ສະຫະພາບ​ເອີ​ລົບ​ເຫັນ​ວ່າ​ເຫດການ​ດັ່ງກ່າວ​​ເປັນ​ການ​ທຳລາຍ​ຄວາມ​ຫວັງ​ໃໝ່ທີ່ຢາກໃຫ້ມີສັນຕິພາບລະຫວ່າງ​ປາ​ເລັສ​ຕິນ​ອິສ​ລາ​ແອນ, ກ່າວ​ເນັ້ນວ່າ​ປາ​ເລັສຕິ​ນອິສລາ​ແອນ​ຄວນ​ທຳ​ປະຕິ​ກິ​ລິ​ຍາ​ໃຕ້​ປະຖົມ​ປັດ​​ໄຈ​ບໍ່ທຳ​ລາຍ​ໝາກຜົນ​ຂະ​ບວນວິວັດ​ສັນຕິພາບ​ໃນຫຼາຍສັບ​ປະ​ດາ​ມາ​ນີ້​ແລະ​ສືບ​ຕໍ່​ຮັກສາ​ການ​ຕິດ​ຕໍ່​ພົວ​ພັນ​ກັນ.

ກ່ອນ​ນີ້​ມື້ໜຶ່ງ, ທ່ານ​ອານ​ນານ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ກໍ່​ອອກ​ຖະ​ແຫຼງ​ການ ກ່າວ​ປະ​ນາມ​ຢ່າງ​ຮຸນ​ແຮງ​ຕໍ່​ເຫດການ​ລະ​ເບີດ.