|
 |
(GMT+08:00)
2005-02-28 10:24:22
|
ວຽກງານກະກຽມຊັກຊວນນັກທຸລະກິດເຂົ້າຮ່ວມງານເອັກສ໌ໂປຈີນອາຊຽນຄັ້ງທີສອງໄດ້ເລີ່ມຕົ້ນແລ້ວ
cri
Author: sayvanny
ຕາມຂ່າວ CRI: ນັກຂ່າວໄດ້ຊາບຈາກກອງເລຂາງານເອັກສ໌ໂປຈີນອາຊຽນວ່າ, ວຽກງານກະກຽມຊັກຊວນນັກທຸລະກິດເຂົ້າຮ່ວມງານເອັກສ໌ໂປຈີນອາຊຽນຄັ້ງທີສອງໄດ້ເລີ່ມຕົ້ນແລ້ວໃນຫວ່າງມໍ່ໆນີ້, ຂະຫນາດຊັກຊວນນັກທຸລະກິດເທື່ອນີ້ໄດ້ກວ້າງກວ່າເທື່ອທຳອິດ.
ຕາມຊາບວ່າ, ງານເອັກສ໌ໂປຈີນອາຊຽນຄັ້ງທີສອງລວມໄດ້ຈັດໃຫ້ມີ 5 ເຂດວາງສະແດງຫົວຂໍ້ຈຳເພາະເຊັ່ນ ຫົວຂໍ້ປະເທດ ຫົວຂໍ້ການຄ້າ ຫົວຂໍ້ການລົງທຶນ ຫົວຂໍ້ການທ່ອງທ່ຽວແລະຫົວຂໍ້ບຸກເບີກຊັບພະຍາກອນມະນຸດ,ຈະເພີ່ມຮ້ານວາງສະແດງ 1000 ກວ່າຮ້ານບົນພື້ນຖານງານເອັກສ໌ໂປຄັ້ງທຳອິດ, ເຊິ່ງບັນລຸເຖິງ 3000 ກວ່າແຫ່ງ.
|
|
|