ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-28 11:09:06    
ຜູ່​ທ່ອງ​ທ່ຽວ​ເຂດ​ໃນ​ຈີນ​ຜູ່​ທຳ​ອິດ​ຈະ​ໄປ​ທ່ຽວ​ຢູ່​ອະ​ວະ​ກາດ​ໃນ​ປີ​ຫນ້າ

cri Author: sayvanny

ຕາມ​ຂ່າວ​ຈາກ​ຫນັງ​ສື​ພິມ​ໄປ​ຈິງ​ວານ​ປ້າວ:ວັນ​ທີ 27 ກຸມ​ພາ ບໍ​ລິ​ສັດ​ຜົນ​ໄພ​ໄພ​ອະວະກາດ​ອາ​ເມ​ລິ​ກາ​ກັບ​ບໍ​ລິ​ສັດ​ທ່ອງ​ທ່ຽວ​ອະ​ວະ​ກາດ​ຮົງ​ກົງ​ຈຳ​ກັດ​ໄດ້​ເຊັນ​ສັນຍາ​ຮ່ວມ​ມື​ຢ່າງ​ເປັນ​ທາງ​ການ​ຢູ່​ເມືອງ​ເຊີນ​ເຈິ້ນ, ນີ້​ເປັນ​ຂີດ​ຫມາຍ​ສະ​ແດງ​ໃຫ້​ເຫັນ​ວ່າ​ການ​ທ່ອງ​ທ່ຽວ​ຢູ່​ອະ​ວະ​ກາດ​ໄດ້​ຈັດ​ຂຶ້ນ​ຢູ່​ຈີນ​ຢ່າງ​ເປັນ​ທາງ​ການ​ແລ້ວ. ​ເມື່ອ​ເປັນ​ແນວ​ນີ້ ຜູ່​ທ່ອງ​ທ່ຽວ​ຈີນ​ບໍ່​ພຽງ​ແຕ່​ສາມາດ​ສຳ​ນຶກ​ຮູ້​ຊີ​ວິດ​ການ​ເປັນ​ຢູ່​​ຂອງ​ນັກ​ບິນ​ອະ​ວະ​ກາດ​ສາກົນ​ຢູ່​ອາ​ເມ​ລິ​ກາ​ຫລື​ລັດ​ເຊຍ​ໄດ້​ທໍ່​ນັ້ນ, ຫາກ​ຍັງ​ສາ​ມາດ​ໄປທ່ຽວ​ຢູ່​ອະ​ວະ​ກາດ​ໄດ້​ອີກ​ດ້ວຍ.

ຕາມ​ຊາບ​ວ່າ, ການ​ທ່ອງ​ທ່ຽວ​ອະ​ວະ​ກາດ​ທີ່​ເປີດ​ຕໍ່​ນັກ​ທ່ອງ​ທ່ຽວ​ຈີນ​ງວດ​ທຳ​ອິດ​ຈະ​ຮັບ​ເອົາ​ການ​ສະ​ເຫ​ນີ​ຊື່​ໃນ​ໄວໆ​ນີ້,ກະ​ວ່າ​ຈະ​ມີ​ຜູ່​ທ່ອງ​ທ່ຽວ​ຈີນ 20 ກວ່າ​ຄົນ​ໄປ​ເຂົ້າ​ຮ່ວມ​ໂຄງ​ການ​ຝຶກ​ແອບ​ອະວະກາດ​ເທິງ​ຫນ້າດິນ​ຢູ່​ອາ​ເມ​ລິ​ກາ​​ໄວ​ທີ່​ສຸດ​ໃນ​ເດືອນ​ພຶດ​ສະ​ພາ​ປີ​ນີ້.ຕາມ​ໄດ້​ຊາບ, ​ໄດ້​ມີ​ຜູ່​ທ່ອງ​ທ່ຽວ​ເຂດ​ໃນ​ຈີນ​ຜູ່​ຫນຶ່ງ​ສະ​ເຫ​ນີ​ຊື່​ແລ້ວ,​ເພິ່ນມີ​ຫວັງ​ຂີ່ຍານ​ອະ​ວະ​ກາດ​ເຂົ້າສູ່​ຮ່ວງ​ອະ​ວະ​ກາດ​ໄດ້​ໃນ​ປີຫນ້າ.