ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-28 15:34:34    
ໃຊ້​ທ່າ​ທີ​ທີ່​ມີ​ສະ​ຕິ​ສຳ​ປະ​ຊັນ​ຍະ​ມາ​ທັບ​ມ້າງ​ວົງ​ວຽນ​ຂອງ​ກຳ​ລັງ​ຮຸນ​ແຮງ

cri Author: MO
ຕາມ​ຂ່າວCRI: ​ເຫດການ​ລະ​ເບີດ​ແບບ​ຂ້າ​ໂຕ​ຕາຍ​ທີ່​ເກີດ​ຂຶ້ນ​ຢູ່​ເຕລາ​ວິ​ຟ​ໃນ​ວັນ​ທີ 25 ກຸມພາ​ໄດ້​ທຳລາຍ​ສະພາບ​ສະຫງົບອັນ​ສັ້ນໆ​ລະຫວ່າງ​ປາ​ເລັສຕີນ​ອິສຣາ​ແອນ, ທົ່ວ​ໂລກ​ລ້ວນ​ແຕ່​ສົນ​ໃຈ​ວ່າ ຍ້ອນ​ເຫດການ​ດັ່ງກ່າວ ປາ​ເລັສຕີນ​ອິສຣາ​ແອນ​ຈະ​ຕົກ​ຢູ່​ໃນ​ວົງ​ວຽນ​ທີ່​ຕ້ານ​ກຳລັງ​ຮຸນ​ແຮງດ້ວຍ​ກຳລັງ​ຮຸນ​ແຮງ​ອີກຫຼືບໍ່​? ​ແລ້ວ​​ເສຍ​ໂອກາດ​ສັນຕິພາບ​ທີ່​​ໄດ້​ມາ​ບໍ່​ງ່າຍ? ​ແຕ່​ວ່າ, ທ່າ​ທີ​ທີ່​ມີ​ສະຕິສຳປະຊັນ​ຍະ​​ທີ່ລັດຖະບານ​​ແລະ​ພົນລະ​ເຮືອນ​ຂອງ​ປາ​ເລັສຕີນ​ອິສຣາ​ແອນ​ສະ​ແດງ​ອອກຫລັງ​​ເກີດ​​ເຫດການ​ລະ​ເບີດ​ນັ້ນ ​ໄດ້​ເຮັດ​ໃຫ້​ຊາວ​ໂລກ​ມີ​ຄວາມ​ໝັ້ນ​ໃຈ​ແລະ​ຄວາມ​ຫວັງ​ຕໍ່​ອະນາຄົດ​ຂອງ​ຂະ​ບວນວິວັດ​ສັນຕິພາບ​ປາ​ເລັສຕີນ​ອິສຣາ​ແອນ.

ພາຍຫລັງ​ເກີດ​ເຫດການ​ລະ​ເບີດ​ຢູ່​ເຕລາ​ວິ​ຟ​ແລ້ວ, ປາ​ເລັສຕີນ​ໄດ້​ໃຊ້​ຄຳ​ເວົ້າ​ຮຸນແຮງ​​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ ກ່າວ​ປະນາມ​ເຫດການ​ລາຍ​ນີ້. ທ່ານ​ອັບ​ບາສ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕີນ​ຊີ້​ອອກ​ຢ່າງ​ແຫຼມຄົມ​ວ່າ, ຜູ້​ບົງ​ການ​ໃນເຫດການ​ລະ​ເບີດ​ແມ່ນ​ນັກ​ກົນ​ອຸບາຍ​ທີ່ເຈດຕະນາທຳລາຍ​ຂະ​ບວນວິວັດ​ສັນຕິພາບ, ປາ​ເລັສຕີນ​ຕັດສິນ​ໃຈ​ຈັບ​ຕົວ​ພວກ​ເຂົາແລ້ວ​ລົງ​ໂທດ​ຕາມ​ກົດໝາຍ, ບໍ່​ອະນຸ​ໂລມ​ຢ່າງ​ເດັດຂາດ.

ສິ່ງ​ທີ່​ເປັນ​ໜ້າ​ສົນ​ໃຈນັ້ນ​ແມ່ນ, ​ແຕ່​ກ່ອນ, ​​ເມື່ອເກີດ​ເຫດການ​ລະ​ເບີດ​ແບບ​ຂ້າ​ໂຕ​ຕາຍ​ຢູ່​ໃນ​ແດນ​ອິສຣາ​ແອນ​​ແລ້ວ, ອົງການ​ຫົວ​ຮຸນ​ແຮງ​ປາ​ເລັສຕີນ​ມັກ​ເປີດ​ປ່າວ​ຢ່າງ​ໄວ​ວາ​ແລະ​ເປັນ​ເຈົ້າການວ່າຮັບຜິດຊອບ​ຕໍ່​ເຫດການ​, ​ແຕ່​​ໃນ​ເທື່ອ​ນີ້, ອົງການ​ຫົວ​ຮຸນ​ແຮງ​ຕ່າງໆຂອງປາ​ເລັສຕີນ​ພັດ​ທະຍອຍ​ກັນ​ປະຕິ​​ເສດ​ບໍ່​ຮັບ​ຮູ້​ວ່າມີ​ການ​ກ່ຽວ​ພັນ​ກັບ​ເຫ​ດການ​ລາຍ​ນີ້. ຫາງ​ສຽງ​ທ້ອງ​ຖິ່ນ​ເຫັນ​ວ່າ, ນີ້​ຕົ້ນຕໍ​ແມ່ນ​ຍ້ອນສະພາບ​ພາຍ​ໃນ​​ປາ​ເລັສຕິນ​ໄດ້​ມີ​ການ​ປ່ຽນ​ແປງ​ຫລວງຫລາຍ. ພາຍຫລັງ​ທ່ານ​ອັບ​ບາສຂຶ້ນ​ຄອງ​ອຳນາດ​ແລ້ວ, ສະຖານະ​ການ​ປາ​ເລັສຕີນ​ອິສຣາ​ແອນ​ໄດ້​ປະກົດ​ມີ​ສະພາບ​ຜ່ອນ​ຍານ​ທີ່​ຫາ​ຍາກ. ​ໃຕ້​ຄວາມ​ພະຍາຍາມ​ຂອງ​ທ່ານ​ອັບ​ບາສ, ອິສຣາ​ແອນ​ເຫັນ​ດີ​ຜ່ອນ​ສັ້ນຜ່ອນ​ຍາວ​ຢ່າງ​ເປັນ​ລະບົບ​ຕໍ່​ຝ່າຍ​ປາ​ເລັສຕີນ, ປະຊາ​ຄົມ​ໂລກ​ກໍ​ພາກັນ​ສະໜອງ​ຄວາມ​ຊ່ອຍ​ເຫຼືອດ້ານ​ການ​ເມືອງ​ແລະ​ເສດຖະກິດ​ໃຫ້​ປາ​ເລັສຕີນ. ​​​ໄທ​ເມືອງ​ປາ​ເລັສຕີນ​ເຫັນ​ໂດຍ​ທົ່ວ​​ໄປ​ວ່າ, ນະ​ໂຍບາຍການ​ເຈລະຈາ​ສັນຕິພາບ​ຂອງ​ທ່ານ​ອັບ​ບາສ​ແມ່ນ​ມີ​ຜົນ​ສັກສິດ, ​ແລະ​ຝາກ​ຄວາມ​ຫວັງ​ຫລາຍ​ຕໍ່​ທ່ານ. ອົງການ​ຫົວ​ຮຸນ​ແຮງ​ກໍ່​​ເລື່ອງກໍ່​ລາວໃນ​ເວລາ​ຫົວລ້ຽວຫົວ​ຕໍ່​ທີ່ປະຊາຊົນ​ປາ​ເລັສຕີນ​​ໃກ້​ຈະ​ໄດ້​ຮັບ"ໝາກຜົນ​ສັນຕິພາບ"ນັ້ນ, ​ແນ່ນອນ​ແລ້ວ​ວ່າແມ່ນ​ເລື່ອງ​ບໍ່ຖືກ​ໃຈ​ຄົນ.

ພາຍຫລັງ​ເກີດ​ເຫດການ​ລະ​ເບີດ​ແລ້ວ, ອິສຣາ​ແອນ​ກໍ​ໄດ້​ສະ​ແດງ​ຄວາມ​ອົດ​ກັ້ນ​ໄວ້​ແລະ​ໃຊ້​ທ່າ​ທີ​ຕ່ຳ​ທີ່​ຕ່າງ​ກັບ​ແຕ່​ກ່ອນ​. ​​ເມື່ອກ່ອນ, ອິສຣາ​ແອນ​ມັກ​ໃຊ້​ການ​ເຄື່ອນ​ໄຫວ​ແກ້​ແຄ້ນ​ທາງ​ການ​ທະຫານ​ຢ່າງ​ຂະໜາດ​ໃຫຍ່​ໃນ​ທັນທີ, ​ແຕ່​ເທື່ອ​ນີ້, ອິສຣາ​ແອນບໍ່​ໄດ້​ໃຊ້​ວິທີ​ການ​ແກ້​ແຄ້ນ​ທາງ​ການ​ທະຫານ, ຫາກ​ໃຊ້​ກຳລັງ​ໜິບທາງ​ການ​ເມືອງ​ແລະ​ທາງ​ການ​ທູດ​ຕໍ່​ຝ່າຍ​ປາ​ເລັສຕີນ, ບັງຄັບ​ໃຫ້​ປາ​ເລັສຕີນ​ໃຊ້​ມາດ​ຕະການ​ໂຈມ​ຕີ​ອົງການ​ຫົວ​ຮຸນ​ແຮງ. ຫາງ​ສຽງ​ອິສຣາ​ແອນ​ກໍ​ສະ​ແດງທ່າ​ທີທີ່​ມີ​ສະຕິ​ສຳ​ປະຊັນ​ຍະຢ່າງ​ສູງ​ສົ່ງ, ພາ​ກັນຮຽກຮ້ອງໃຫ້​ລັດຖະບານ​ຈົ່ງໃຫ້​​ເວລາດົນ​ແດ່​ແລະມີ​ຈິດ​ໃຈ​ອົດທົນ​ແກ່​ທ່ານ​ອັບ​ບາສ.

ທ່າ​ທີ​ອົດ​ກັ້ນຂອງ​ຝ່າຍ​ອິສຣາ​ແອນ​ຕົ້ນຕໍ​ມີ​ສາມ​ປັດ​ໃຈດັ່ງ​ລຸ່ມ​ນີ້: ກ່ອນ​ອື່ນ, ຊັ້ນຜູ້ນຳ​ແລະ​ພົນລະ​ເມືອງ​ປາ​ເລັສຕີນ​ລ້ວນ​ແຕ່​ໄດ້​ສະ​ແດງ​ຄວາມ​ຈິງ​ໃຈ​ຕໍ່ສັນຕິພາບ​ຫລາຍ​ສົມຄວນ, ສ່ວນ​ຄວາມ​ຫຍຸ້ງຍາກ​ຂອງ​ຝ່າຍ​ປາ​ເລັສຕີນ​ໃນ​ດ້ານ​ໂຈມ​ຕີ​ອົງການ​ຫົວ​ຮຸນ​ແຮງ​ນັ້ນ​ກໍ​ແມ່ນ​ໄດ້​ເຫັນ​ມາ​ແລ້ວ; ຖັດມາ, ພຶດຕິ​ກຳ​ຢັ້ງຢືນ​ໃຫ້​ເຫັນ​ວ່າ, ມີແຕ່​ຮ່ວມ​ມື​ກັບ​ອົງການ​ນຳ​ປາ​ເລັສຕີນ​ທີ່​ມີ​ຄວາມ​ຈິງ​ໃຈ​ໃນສັນຕິພາບທໍ່​ນັ້ນ, ອິສຣາ​ແອນ​ຈຶ່ງ​ຈະ​ປົວ​ແປງ​ສະພາບ​​ແວດ​ລ້ອມຄວາມ​ປອດ​ໄພ​ຂອງ​ຕົນ​ຈາກ​ດ້ານ​ກົກ​ຮາກ​ໄດ້; ສາມ, ອາ​ເມ​ລິາກ​ໄດ້ພິຈາລະນາ​ຈາກ​ຜົນ​ປະ​ໂຫຍ​ດຍຸດ​ທະ​ສາດ​ຕາ​ເວັນ​ອອກ​ກາງ​ໃຫຍ່, ຫວັງ​ໃຫ້​ອິສຣາ​ແອນ​ຮັກສາ​ຄວາມ​ອົດ​ກັ້ນ​ໄວ້​ຕໍ່ການ​ທ້າ​ທາຍ​ຂອງ​ອົງການ​ຫົວ​ຮຸນ​ແຮງ​ປາ​ເລັສຕີນ, ຫລີກ​ເວັ້ນບໍ່​​ໃຫ້​ສະຖານະ​ການ​ຊຸດ​ຮ້າຍ​ລົງ.

ບຸກຄົນ​ວິ​ເຄາະ​ຊີ້​ອອກ​ວ່າ, ​ໃນ​ການ​ປະ​ທະ​ກັນລະຫວ່າງ​ປາ​ເລັສຕີນ​ອິສຣາ​ແອນ​ໃນ 4 ປີກວ່າ​ມາ​ນີ້, ​ເຄີຍ​ເກີດ​ສະພາບ​ການຕັ້ງຫລາຍ​ເທື່ອ​ທີ່​ລູກ​ລະ​ເບີດ​ລູກ​ໜຶ່ງ​ກໍ​ເຮັດ​ໃຫ້​ສອງ​ຝ່າຍ​ຕົກ​ຢູ່​ໃນ​ສະພາບ​ໝູນວຽນ​ດ້ວຍ​ກຳລັງ​ຮຸນ​ແຮງ​ຄືນ​ໃໝ່. ການ​ທີ່ສອງ​ຝ່າຍ​ປາ​ເລັສຕິ​ນອິສຣາ​ແອນ​ສາມາດ​ຮັກສາ​ຄວາມ​ໃຈ​ເຢັນ​ແລະຄວາມ​ອົດ​ກັ້ນ​​, ຊຳລະ​ວິ​ກິດ​ການ​ເທື່ອ​ນີ້​ຢ່າງ​​ເໝາະ​ສົມ​ໄດ້ຫຼືບໍ່, ​ແມ່ນ​ຂໍກະ​ແຈ​ທີ່​ທັບ​ມ້າງ​ວົງ​ວຽນ​ຕ້ານ​ກຳລັງ​ຮຸນ​ແຮງດ້ວຍ​ກຳລັງ​ຮຸນ​ແຮງ​ລະຫວ່າງ​ປາ​ເລັສຕີນ​ອິສຣາ​ແອນ, ​ແລະ​ເລີ່​ມຕົ້ນຂະ​ບວນວິວັດ​ສັນຕິພາບ​ຄືນ​ໃໝ່.