ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-28 16:07:54    
ອິສ​ລາ​ແອນ​ອາດ​ຈະ​ໂຈະ​ການ​ເຈ​ລະ​ຈາ​ການ​ເມືອງ​ລະ​ຫວ່າງ​ປາ​ເລັສ​ຕິນ​ກັບ​ອິສ​ລະ​ແອນ

cri Author: sayvanny
ຕາມ​ຂ່າວ CRI: ວັນ​ທີ 27 ກຸມ​ພາ ທ່ານ​ຊາ​ລອນ ນາ​ຍົກ​ລັດ​ຖະ​ມົນ ຕີ​ອິສ​ລາ​ແອນ​ກ່າວ​ເຕືອນ​ວ່າ,ຖ້າວ່າ​ອົງ​ການ​ອຳ​ນາດ​ແຫ່ງ​ຊາດ​ປາ​ເລັສ​ຕິນ​ບໍ່​ໃຊ້​ມາດ​ຕະກນ​ໂຈມ​ຕີ​ອົງການ​ຈັດ​ຕັ້ງ​ຫົວ​ຮຸນ​ແຮງ​ແລ້ວ, ອິສ​ລະ​ແອນ​ກໍ່​ຈະ​ໂຈະ​ການ​ເຈ​ລະ​ຈາ​ການ​ເມືອງ​ລະ​ຫວ່າງ​ປາ​ເລັສ​ຕິນ​ກັບ​ອິສ​ລາ​ແອນ,​ແລະ​ອາດ​ຈະ​ໃຊ້​ການ​ເຄື່ອນ​ໄຫວ​ທາງ​ການ​ທະ​ຫານ​ຂະ​ຫນາດ​ໃຫຍ່​ກວ່າ​ເກົ່າ​ຕໍ່​ຝ່າຍ​ປາ​ເລັສ​ຕິນ.

ມື້​ດຽວ​ກັນ, ​ໃນ​ເວລາ​ໂທ​ລະ​ສັບ​ລົມ​ກັບ​ທ່ານ​ນາງ​ໄລສ໌ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ, ທ່ານ​ຊາ​ລອນ​ເວົ້າ​ວ່າ, ຖ້າ​ຝ່າຍ​ປາ​ເລັສ​ຕິນ​ບໍ່​ໃຊ້​ມາດ​ຕະ​ການ​ອັນ​ຕັ້ງ​ຫນ້າ​,​ໂຈມ​ຕີ​ອົງ​ການ​ຫົວ​ຮຸນ​ແຮງ​ແລ້ວ​,​ແຜນ​ການ​ເສັ້ນ​ທາງ​ສັນ​ຕິ​ພາບ​ຕາ​ເວັນ​ອອກ​ກາງ​ກໍ່​ບໍ່​ສາ​ມາດ​ປະ​ຕິ​ບັດ​ໄດ້.

ຕາມ​ຊາບ​ວ່າ, ​ເພື່ອ​ເປັນ​ການ​ແກ້​ແຄ້ນ​ຕໍ່​ເຫດ​ການ​ລະ​ເບີດຢູ່​ທີ່​ເຕລາ​ວິດ,ປັດຈຸ​ບັນ ອິສ​ລາ​ແອນ​ໄດ້​​ໂຈະ​ແຜນ​ການ​ມອບ​ເມືອງ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ​ໃຫ້​ຝ່າຍ​ປາ​ເລັສ​ຕິນ,​ພ້ອມ​ທັງ​ໂຈະ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ການ​ປ່ອຍ​ຄົນ​ໂທດ​ປາ​ເລັສ​ຕິນ​ໃຫ້​ຝ່າຍ​ປາ​ເລັສ​ຕິນ.​ເຈົ້າ​ຫນ້າ​ທີ່​ອິສ​ລະ​ແອນ​ຍັງ​ກ່າວ​ວ່າ​ອາດ​ຈະ​ຟື້ນ​ຟູ​ການ​ເຄື່ອນ​ໄຫວ​ລົບ​ລ້າງ​ອົງການ​ຈີ​ຮັດ​ຂອງ​ປາ​ເລັສ​ຕິນ​ຕາມ​ເປົ້າ​ຫມາຍ.