ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-28 18:39:13    
ຮອງລັດຖະມົນຕີການ​ຕ່າງ​ປະ​ເທດ​ຈີນ​ຈະ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສະ​ໜັບ​ສະ​ໜູນ​ອົງ​ການ​ອຳ​ນາດ​ແຫ່ງ​ຊາດ​ປາ​ເລັສ​ຕິນ​ທີ່​ຈະ​ໄຂ​ຂຶ້ນ​ຢູ່​ລອນ​ດອນ

cri Author: lm

ຕາມ​ຂ່າວCRI: ວັນ​ທີ 28 ກຸມພາ​ຢູ່​ທີ່​ປັກ​ກິ່ງ, ທ່ານ​ລິວ​ຈ້ຽນຊາວ ​ໂຄສົກ​ກະຊວງ​ການ​ຕ່າງ​ປະ​ເທດ​ຈີນ​ປະກາດ​ວ່າ, ທ່ານ​ໄຕ້​ປິງ​ໂກ ຮອງ​ລັດຖະມົນຕີ​ກະຊວງການ​ຕ່າງ​ປະ​ເທດ​ຈີນ​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສະໜັບສະໜູນ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕິນທີ່​ຈະ​ໄຂ​ຂຶ້ນຢູ່​ລອນ​ດອນ​ໃນ​ວັນ​ທີ 1 ມີນາຕາມ​ຄຳ​ເຊີນ.

ທ່ານ​ລິວ​ຈ້ຽນ​ຊາວກ່າວ​ວ່າ, ຝ່າຍ​ຈີນ​ຫວັງ​ຢ່າງ​ຈິງ​ໃຈ​ໃຫ້​ກອງ​ປະຊຸມ​ເທື່ອ​ນີ້​ມີ​ຜົນ​ດີ​ຕໍ່​ການ​ສ້າງຕັ້ງປະ​ເທດ​ປາ​ເລັສຕິນ​ໂດຍ​ໄວ, ມີ​ຜົນ​ດີ​ຕໍ່ປາ​ເລັສຕິ​ນ​ແລະອິສລາ​ແອນເຈລະຈາ​ການ​ເມືອງ​ບັນລຸ​ການ​ຢູ່​ຮ່ວມ​ກັນ​ໂດຍ​ສັນຕິ​ໃນ​ທີ່​ສຸດ. ຝ່າຍ​ຈີນ​ຍິນ​ດີ​ເຮັດ​ຄື​ແຕ່​ເກົ່າ​ເມືອຫຼັງ ພ້ອມ​ກັນ​ກັບ​ປະຊາ​ຄົມ​ໂລກ​ທຳ​ຄວາມ​ພະຍາຍາມ​ຢ່າງ​ບໍ່​ລົດ​ລະ​ເພື່ອ​ຊຸກ​ຍູ້​ການ​ແກ້​ໄຂ​ບັນ​ຫາ​ຕາ​ເວັນ​ອອກ​ກາງ​ຢ່າງຮອບດ້ານ​ແລ​ະທ່ຽງ​ທຳ.