ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-01 09:19:04    
ທ່ານ​ອານ​ນານ​ກ່າວ​ປະ​ນາມ​ຢ່າງ​ຮຸນ​ແຮງ​ຕໍ່​ເຫດການ​ຫລອນ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ລົດຍົນ​ຢູ່​ອີຣັກ

cri Author: MO
ຕາມ​ຂ່າວCRI:ວັນ​ທີ 28 ກຸມພາ, ທ່ານ​ອານ​ນານ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ອອກ​ຖະ​ແຫລ​ງການ, ກ່າວ​ປະນາມ​ຢ່າງ​ຮຸນ​ແຮງ​ຕໍ່​ເຫດການ​​ຫລອນ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ລົດຍົນ​ທີ່​ເກີດ​ຂຶ້ນ​ຢູ່​ອີຣັກ​ໃນ​ວັນທີ 28 ກຸມພາ.

ຖະແຫລງການຂຽນວ່າ, ພວກກໍ່ການຮ້າຍໄດ້ຢຽດຢ່ຳມະນຸດສະທຳສາກົນອີກເທື່ອໜຶ່ງ, ພວກເຂົາເຈົ້າເຈດຕະນາໃຊ້ກຳລັງຮຸນແຮງມາສະກັດກັ້ນບໍ່ໃຫ້ອີຣັກຂະຫຍາຍໄປຕາມ
ທິດສັນຕິພາບ ປະຊາທິປະໄຕແລະຄວາມຈະເລີນຮຸ່ງເຮືອງ, ປະຊາຊົນອີຣັກພັດກາຍ
ເປັນຜູ້ປະສົບເຄາະຮ້າຍທີ່ບໍ່ມີ​ໂທດ​ຫຍັງຂອງການເຄື່ອນໄຫວດ້ວຍກຳລັງຮຸນແຮງ.ຖະແຫລງການຍັງຮຽກຮ້ອງໃຫ້ບັນດາພັກຝ່າຍອີຣັກປະລະກຳລັງຮຸນແຮງ, ແກ້ໄຂ
ຄວາມເຫັນຂັດກັນຕາມຈິດໃຈປອງດອງຊາດ. ຖະແຫລງການກ່າວເນັ້ນວ່າ, ສະຫະ ປະຊາຊາດຈະສືບຕໍ່ສະໜັບສະໜູນຂະບວນວິວັດສ້າງສາຄືນໃໝ່ຂອງປະຊາຊົນອີຣັກ.