ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-01 14:35:37    
ປະຊາ​ຄົມ​ໂລກ​ກ່າວ​ປະນາມ​ຢ່າງ​ຮຸນ​ແຮງ​ຕໍ່​ເຫດການ​ຫລອນ​ໂຈມ​ຕີ​ດ້ວຍ​ລະ​ເບີດລົດຍົນ​​ຢູ່ອີຣັກ

cri Author: MO
ຕາມ​ຂ່າວCRI:ຕອນ​ເຊົ້າວັນ​ທີ 28 ກຸມພາ, ພາຍຫລັງ​ເມືອງ​ຮີ​ລາ ທີ່​ຢູ່​ພາກໃຕ້​ເມືອງ​ແບກ​ແດກ ນະຄອນຫລວງ​ອີຣັກ​ເກີດ​ເຫ​ດການ​ຫລອນ​ໂຈມ​ຕີ​ດ້ວຍ​​ລະ​ເບີດ​ລົດຍົນ​ແບບ​ຂ້າ​ໂຕ​ຕາຍ​ແລ້ວ, ວັນ​ທີ 28 ກຸມພາ ປະຊາ​ຄົມ​ໂລກ​ທະຍອຍ​ກັນ​ອອກ​ຖະ​ແຫລ​ງການ, ກ່າວ​ປະນາມ​ຢ່າງ​ຮຸນ​ແຮງ​ຕໍ່​ເຫດການ​ດັ່ງກ່າວ​ນີ້.

ທ່ານ​ອານ​ນານ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ອອກ​ຖະ​ແຫລ​ງການ​ກ່າວ​ວ່າ, ພວກ​ກໍ່​ການ​ຮ້າຍ​ໄດ້​ຢຽບ​ຢ່ຳ​ມະນຸດສະທຳ​ສາກົນ​ຢ່າງ​ບັງອາດ​ອີກ​ເທື່ອ​ໜຶ່ງ, ພວກ​ເຂົາ​ເຈົ້າ​ເຈຕະນາ​ສະກັດ​ກັ້ນດ້ວຍ​ກຳລັງ​ຮຸນ​ແຮງ​ບໍ່​ໃຫ້​ອີຣັກຂະຫຍາຍ​ໄປ​ສູ່​ທິດ​ສັນຕິພາບ ປະຊາທິ​ປະ​ໄຕ ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ.

ມື້​ດຽວ​ກັນ, ທ່ານ​ໂຊ​ລາ​ນາ ຜູ້​ແທນ​ຊັ້ນສູງ​ຂອງ​ສະຫະ​ພາບ​ເອີ​ລົບ​ທີ່​ຮັບຜິດຊອບ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ແລະ​ຄວາມ​ປອດ​ໄພ​ກໍ​ອອກ​ຖະ​ແຫລ​ງການ, ສະ​ແດງ​ຄວາມ​ຕື່ນ​ຕົກ​ໃຈ​ຕໍ່​ການ​ກະທຳ​​ກໍ່ການ​ຮ້າຍ.

ຖະ​ແຫລ​ງການ​ຂອງ​ສັນນິບາດ​ປະ​ເທດ​ອາ​ລັບ​ໄດ້​ກ່າວ​ປະນາມ​ຢ່າງ​ຮຸນ​ແຮງ​ຕໍ່ເຫດການ​ຫລອນ​ໂຈມ​ຕີ​ກໍ່ການ​ຮ້າຍ​ທີ່​ແນ​ໃສ່​ສາມັນ​ຊົນ​ທີ່​ບໍ່​ມີ​ໂທດ​ຫຍັງ, ກ່າວ​ວ່າ​ສະໜັບສະໜູນການ​ໃຊ້​ມາດ​ຕະການ​ບັງ​ເກີດ​ຜົນ​ປະ​ເພດ​ຕ່າງໆ, ​ໂຈມ​ຕີ​ການ​ຫລອນ​ໂຈມ​ຕີ​ກໍ່​ການ​ຮ້າຍ​ທັງ​ໝົດ​ທີ່​ແນ​ໃສ່​ສາມັນ​ຊົນ​ທີ່​ບໍ່​ມີ​ໂທດ​ຫຍັງ.