ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-01 15:48:31    
ກອງ​ປະຊຸມ​ປະ​ຕິ​ຮູບ​ປາ​ເລັສ​ຕີນ​ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ຈັດ​ແຜນ​ການ​​ເສັ້ນ​ທາງ​ສັນ​ຕິ​ພາບ​ຄືນ​ໃໝ່

cri Author: MO
ຕາມ​ຂ່າວCRI: ວັນ​ທີ 28 ກຸມພາ ທ່ານ​ອັບ​ບາ​ສ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕີນ​ແລະທ່ານ​ສະທຼາວ ລັດຖະມົນຕີ​ການ​ຕ່າງປະ​ເທດ​ອັງກິດ​ຕ່າງ​ກ່າວ​ວ່າ, ກອງ​ປະຊຸມ​ປະຕິ​ຮູບ​ປາ​ເລັສຕີນ​ທີ່​ຈະ​ຈັດ​ຂຶ້ນ​ຢູ່​ລອນ​ດອນ​ຄວນ​ສຸມ​ກຳລັງ​​ເຂົ້າ​ໃນ​ການຈັດ​ແຜນການເສັ້ນທາງ​ສັນຕິພາບ​ຕາ​ເວັນ​ອອກ​ກາງຄືນ​ໃໝ່.

ໜັງສືພິມ​ເອກະລາດ​ຂອງ​ອັງກິດ​ສະບັບ​ວັນ​ທີ 28 ກຸມພາ​ໄດ້​ນຳ​ເອົາ​ຄຳ​ເວົ້າຂອງ​ທ່ານ​ອັບ​ບາສມາ​​ເຜີຍ​ແຜ່ວ່າ, ກອງ​ປະຊຸມ​ປະຕິ​ຮູບ​ປາ​ເລັສຕີນ​ຄວນ​ສຸມ​ກຳລັງ​​ເຂົ້າ​ໃນ​ການຈັດ​ແຜນ​ການ​​​ເສັ້ນທາງ​ສັນຕິພາບ​ຕາ​ເວັນ​ອອກ​ກາງຄືນ​ໃໝ່, ​ແລະ​ຊຸກ​ຍູ້​ໃຫ້​ຈັດ​ກອງ​ປະຊຸມ​ສາກົນ​ກ່ຽວ​ກັບ​ບັນຫາ​ຕາ​ເວັນ​ອອກ​ກາງ​ທີ່​ມີ​ຄວາມ​ໝາຍ​ແທ້​ຈິງ, ​ເພື່ອ​ແກ້​ໄຂ​ບັນຫາ​ຖານະ​ສຸດ​ທ້າຍ​ຂອງ​ປາ​ເລັສຕີນ.

ມື້​ດຽວ​ກັນ, ຢູ່​ທີ່​ລອນ​ດອນ, ທ່ານ​​ສະທຼາວ ລັດຖະມົນຕີ​ການ​ຕ່າງປະ​ເທດ​ອັງກິດ​ກໍ​ກ່າວ​ວ່າ, ກອງປະຊຸມ​ປະຕິ​ຮູບ​ປາ​ເລັສຕີນ​ແມ່ນບາດກ້າວ​ສຳຄັນ​ທີ່​ສຸດ​ແລະ​ມີ​ລັກສະນະ​ທາດ​ແທ້​ໄປ​ສູ່​ການຈັດ​ແຜນການ​ເສັ້ນທາງ​ສັນຕິພາບຄືນ​ໃໝ່.