ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-01 16:12:17    
ສິງກະ​ໂປ​ແລະ​ອິນ​ໂດ​ເນ​ເຊຍ​ຈັດການ​ເຈລະຈາ​ດ້ານ​ເຕັກນິກ​ກ່ຽວ​ກັບ​ບັນຫາ​ຊາຍ​ແດນ​ເທີ​ງທະ​ເລ

cri
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ 28 ກຸມພາ,​ເຈົ້າຫນ້າ​ທີ່ສິງກະ​ໂປ​ແລະອິນ​ໂດ​ເນ​ເຊຍ​ໄດ້​ຈັດການ​ເຈລະຈາ​ກັນ​ດ້ານ​ເຕັກນິກ​ຢູ່​ສິງກະ​ໂປເປັນ​ເທື່ອ​ທຳ​ອິດ​,​​ແລກປ່ຽນ​ຄວາມ​ເຫັນ​ກັນ​ກ່ຽວ​ກັບ​ການ​ແກ້​ໄຂ​ການ​ວິວາດ​ກັນ​ກ່ຽວ​ກັບ​ຊາຍ​ແດນ​ເທີ​ງທະ​ເລ​ລະຫວ່າງ​ສອງ​ປະ​ເທດ.

ວັນ​ທີ 28 ກຸມພາ,​ໂທລະພາບ​ອາຊີ​ຊ່ອງ​ຂ່າວ​ຂອງ​ສິງກະ​ໂປ​ໄດ້​ນຳ​ເອົາ​ຖະ​ແຫລ​ງການ​ຮ່ວມ​ສະບັບ​ຫນຶ່ງ​ທີ່​ສອງ​ຝ່າຍ​ປະກາດ​ນັ້ນມາ​ແຈ້ງວ່າ,ກ່ອນ​ຫນ້າ​ນີ້,ຜູ້ນຳ​ສອງ​ປະ​ເທດ​ໄດ້​ກ້າວ​ເຖິງ​ຂັ້ນມີ​ຄວາມ​ຮັບ​ຮູ້​ຄື​ກັນ,​ເຈົ້າຫນ້າ​ທີ່​ຂອງ​ສອງ​ຝ່າຍ​ຄວນ​ເລີ່​ມຈັດການ​ເຈລະຈາ​ກ່ຽວກັບ​ບັນຫາ​ຊາຍ​ແດນ​ເທີ​ງທະ​ເລ​ທີ່​ຍັງ​ຄ້າ​ງຄາ​ຢູ່​ນັ້ນ.

​ໃນ​ການ​ເຈລະຈາ​ເທື່ອ​ນີ້,ຜູ້​ແທນ​ຂອງ​ສອງ​ຝ່າຍ​ໄດ້​ກຳນົດ​ທິດ​ການ​ເຈລະຈາ​ໃນ​ອະນາຄົດ,​ແລະ​ຫາລື​ບັນຫາ​ດ້ານ​ເຕັກນິກ​ທີ່​ກ່ຽວຂ້ອງ​ແລະ​ການຈັດຕັ້ງຈັດ​ວາງ​ຂອງ​ການ​ເຈລະຈາ​ໃນ​ພາຍຫລັງ.ຕາມ​ຂ່າວ​ແຈ້ງວ່າ,ຕໍ່​ໄປ​ພາຍ​ຫນ້າ,ພະນັກງານ​ທີ່​ກ່ຽວຂ້ອງ​ຂອງ​ສອງ​ຝ່າຍ​ຈະ​ຜັດປ່ຽນ​ກັນຈັດການເຈລະຈາ​​ເປັນ​ປະຈຳ​ຢູ່​ສອງ​ປະ​ເທດ.