![]( /mmsource/images/2004/04/21/laba.gif)
ທີ່ນີ້, ວິທະຍຸສາກົນແຫ່ງປະເທດຈີນ. ສະບາຍດີ, ທ່ານຜູ່ຟັງທີ່ເຄົາລົບ, ຂ້າພະເຈົ້າແມ່ນສົມບູນ, ໃນລາຍການນັດພົບກັນໃນວັນອາທິດພາກນີ້, ທ່ານຈະໄດ້ຟັງເພງພື້ນເມືອງແຂວງຫູນານຂອງຈີນປະມວນໜຶ່ງ.
ທ່ານຜູ່ຟັງທີ່ໂຄລົບ, ທີ່ທ່ານພວມຟັງຢູ່ນີ້ແມ່ນເພງພື້ນເມືອງແຂວງຫູໜານຈີນທີ່ຊື່ວ່າ, ອີເກິນຈູກ່ານຢົງອີ້ວ່ານ ແປວ່າ ໄມ້ໄຜ່ລຳດຽວຄົດງ່າຍ. ເນື້ອເພງຮ້ອງວ່າ, "ໄມ້ໄຜ່ລຳດຽວຄົດງ່າຍ, ປ່ານສາມດິ້ວຝັນກັນດຶງບໍ່ຂາດ. ບໍ່ຢ້ານແຮງອ່ອນນ້ອຍ, ຢ້ານແຕ່ໂດດດ່ຽວເປັນປ່ຽວພອຍ, ພ້ອມໃຈກັນເງິນຄຳກໍຫາຊື້ບໍ່ໄດ້." ເພງນີ້ໄດ້ໃຊ້ຄວາມເວົ້າທຳມະດາບອກພວກເຮົາຮູ້ເຫດຜົນທີ່ວ່າ, ຄວາມສາມັກຄີກໍແມ່ນກ້ອນກຳລັງ, ມີແຕ່ສາມັກຄີກັນທໍ່ນັ້ນຈຶ່ງສາມາດເອົາຊະນະຄວາມຫຍຸ້ງຍາກທຸກຢ່າງໄດ້.
ແຂວງຫູໜານຕັ້ງຢູ່ພາກກາງສຽງໃຕ້ຂອງຈີນ, ເພາະວ່າຢູ່ເບື້ອງໃຕ້ຂອງໜອງຕົ້ງຖິງ ໜອງນ້ຳຈືດໃຫຍ່ກວ່າໝູ່ຂອງຈີນ, ຈຶ່ງຖືກເອິ້ນເປັນຫູໜານ ມີຄວາມໝາຍວ່າ ທິດໃຕ້ຂອງໜອງ. ຢູ່ເທິງດິນແດນແຂວງຫູໜານທີ່ມີເນື້ອທີ່ 2 ແສນ 1 ໝື່ນກິໂມແມັດຕາ, ມີເຜົ່າຮ້ານ ເຜົ່າມົ້ງ ເຜົ່າທູເຈ່ຍແລະເຜົ່າຕົ້ງເປົນຕົ້ນຕັ້ງພູມລຳເນົາຢູ່. ເນື່ອງຈາກວ່າມີຄວາມແຕກຕ່າງກັນໃນດ້ານເງື່ອນໄຂທາງພູມິສາດ ພາສາ ຮີດຄອງປະເພນີແລະຄວາມຊິນເຄີຍ, ໄດ້ເຮັດໃຫ້ເພງພື້ນເມືອງແຂວງຫູໜານມີລັກສະນະຫຼາຍສີຫຼາຍສັນຫຼາຍຮູບຫຼາຍແບບ, ໃນນັ້ນ, ເພງຊາວພູດອຍແມ່ນຮູບແບບຊະນິດໜຶ່ງຂອງເພງພື້ນເມືອງທີ່ງເຜີຍແຜ່ໃນທົ່ວແຂວງ. ຕໍ່ໄປ, ເຊີນຟັງເພງຊາວພູດອຍແຂວງຫູໜານທີ່ຊື່ວ່າ ຕົ້ງຖິງອີມີຊ່ຽງ ແປວ່າ ອູ່ເຂົ້າອູ່ປາໜອງຕົ້ງຖິງ. ເພງນີ້ໄດ້ວາດພາບທິວທັດຢູ່ເຂດໜອງຕົ້ງຖິງແລະສະພາບທີ່ປວງຊົນສະຫຼອງເກັບກ່ຽວໄດ້ຫຼາຍຢ່າງມ່ວນຊື່ນ.
ທີ່ທ່ານຟັງມານັ້ນແມ່ນເພງພື້ນເມືອງແຂວງຫູໜານທີ່ຊື່ວ່າອູ່ເຂົ້າອູ່ປາທີ່ໜອງຕົ້ງຖິງ. ເພງ ລັງໄຈ້ວ້າຍຈ່ຽນຕາຊ່ານເກີ ແປວ່າ ອ້າຍຮ້ອງເພງຊາວພູດອຍຢູ່ທາງນອກ ທີ່ທ່ານຈະໄດ້ຟັງຕໍ່ໄປແມ່ນເພງຊາວພູດອຍທີ່ນິຍົມກັນຢູ່ເມືອງຊາງຊາແຂວງຫູໜານ. ໃນເພງນີ້ໄດ້ວາດພາບ: ນາງສາວຊົນນະບົດຜູ່ໜຶ່ງນັ່ງຕ່ຳຜ້າໄໝຢູ່ໃນເຮືອນ, ທັງຟັງຄູ່ຮັກຮ້ອງເພງຢູ່ທາງນອກ, ແມ່ຂອງນາງເປັນຄົນຫົວເກົ່າສັກດິນາ ຮ້າຍນາງ ບໍ່ໃຫ້ນາງຟັງເພງຊາວພູດອຍ, ແຕ່ນາງກໍບໍ່ອ່ອນແອຈັກເມັດ, ເຜີຍແບຄວາມຈອມປອມຂອງທັດສະນະຄະຕິສັກດິນາດ້ວຍເຫດຜົນທີ່ຖືກຕ້ອງຕາມທຳນອງຄອງທຳ. ເນື້ອເພງມີຊີວິດຊີວາ, ເຕັມໄປດ້ວຍລົດນິຍົມ. ໂດຍສະເພາະແມ່ນຕອນທ້າຍຈັງຫວາະໄວເຂົ້າ, ຍ້ອງຍໍຄວາມສະຫຼາດຫຼັກແຫຼມຂອງຜູ່ບ່າວທີ່ເວົ້າເກັ່ງ, ຍັງສະແດງສະພາບຈິດໃຈຂອງນາງທີ່ບໍ່ກະວົນກະວາຍແລະຄວາມປາຖະນາຕໍ່ຄວາມຮັກ.
1 2
|