ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-01 17:23:42    
ອີຣັກປະສົບ​ການລະ​ເບີດ​ຮ້າຍ​ແຮງ​ແບບ​ນອງ​ເລືອດ​ອີກ​ເທື່ອ​ໜຶ່ງ

cri Author: MO

(ວັນ​ທີ 28 ກຸມພາ, ​ໃນເມືອງ​ຮີ​ລາ​ທີ່​ໄກ​ຈາກ​ເມືອງ​ແບກ​ແດດ​ ນະຄອນຫລວງ​ອີຣັກ​ໄປ​ທາງ​ທິດ​ໃຕ້​ປະມານ 100 ກິລາ​ແມັດ​,  ກຳມະກອນ​ທັງ​ຫລາຍ​ພວມ​​ເຮັດອະນາ​ໄມ​ຢູ່​ບ່ອນ​ເກີດ​ເຫດ.)

ຕາມ​ຂ່າວCRI:ວັນ​ທີ 28 ກຸມພາ, ສູນ​ກວດກາ​ສຸຂະພາບ​ແຫ່ງ​ໜຶ່ງ​ຢູ່​ເມືອງ​ຮີ​ລາ ທີ່​​ໄກ​ຈາກ​ເມືອງ​ແບກ​ແດກ ນະ​ຄອນ​ຫລວງ​ອີຣັກ​ໄປ​ທາງ​ທິດ​ໃຕ້​ປະມານ 100 ກິ​ໂລ​ແມັດ​ໄດ້​ຖືກ​ຫລອນ​ໂຈມ​ຕີ​ດ້ວຍ​​ລະ​ເບີດ​ລົດຍົນ​ແບບ​ຂ້າ​ໂຕ​ຕາຍ, ​ເຮັດ​ໃຫ້​ຄົນ​ຕາຍ​ແລະ​ບາດ​​ເຈັບ​ຢ່າງ​ຫລວງຫລາຍ. ປັດຈຸ​ບັນ, ຈຳນວນ​ຜູ້​ເສຍ​ຊີວິດໄດ້​ເພີ່ມ​ຂຶ້ນ​ຮອດ 125 ຄົນ, ​ແລະ 200 ກວ່າ​ຄົນ​ບາດ​ເຈັບ.

ຕາມ​ໂທລະພາບ​ອານ​ຈາ​ຊີ​ລາ​ລາຍ​ງານ​ວ່າ, ​ເມືອງ​ຮີ​ລາ ບ່ອນ​ເກີດ​ລະ​ເບີດ​ແມ່ນ​ເທດສະບານ​ແຂວງ​ບາ​ບີນ ພາກ​ກາງຂອງ​ອີຣັກ, ​ແມ່ນ​ຕົວ​ເມືອງ​ທີ່​ຊາວ​ມຸສລິ​ມນິກາຍ​ຊີ​ອິດ​ກັບ​ມຸສລິ​ມນິກາຍ​ຊຸນ​ນິດຕັ້ງພູມ​ລຳ​ເນົາ​ຢູ່​ນຳ​ກັນູ. ການ​ຫລອນ​ໂຈມ​ຕີ​ດ້ວຍລະ​ເບີດລົດຍົນ​ແບບ​ຂ້າ​ໂຕ​ຕາຍ​ໄດ້​ເກີດ​ຂຶ້ນ​ໃນ​ກາງ​ເມືອງ​ຮີ​ລາ, ​​ເວລາ​ນັ້ນ, ຜູ້​ຫລອນ​ໂຈມ​ຕີ​​ໄດ້​ຂັບ​ລົດ​ທີ່​ບັນທຸກ​ໝື້​ລະ​ເບີດ​ແລ່ນ​ເຂົ້າ​ໃສ່ຝູງ​ຄົນ​ທີ່​ພວມ​ລຽນ​ແຖວ​ຮ້ອງ​ຂໍ​ເຮັດ​ວຽກ​ນຳພາກສ່ວນ​ລັດຖະບານ, ​ແລະ​ຈູດ​ລະ​ເບີດ​ຂຶ້ນ. ຄວາມ​ແຮງ​ຂອງລະ​ເບີດ​ໄດ້​ເຮັດ​ໃຫ້​ຄົນ​ຕາຍ​ແລະ​ບາດ​ເຈັບ​ຢ່າງ​ຫລວງຫລາຍ, ຢູ່​​ບ່ອນ​ເກີດ​ເຫດ, ​ມີແຂນ​ກຸດຂາ​ກຸດ​ຢູ່​ທົ່ວທີບ, ​ເຮັດ​ໃຫ້​ຄົນ​ບໍ່​ກ້າ​ເບິ່ງ.

ສະພາວົງ​ເດືອນແດງ​ຂອງອິຣັກກ່າວ​ວ່າ, ​ໄດ້​ຂົນ​ສົ່ງ​ວັດຖຸ​ກອບ​ກູ້​ຊ່ອຍ​ເຫຼືອດ່ວນ​ແລະ​ເຄື່ອງ​ປິ່ນປົວ​ຈາກ​ແບກ​ແດດ​ໄປ​​ເມືອງ​ຮີລາ​ແລ້ວ. ບຸກຄົນ​ຂອງໂຮງໝໍ​ທ້ອງ​ຖິ່ນຄາດ​ຄະ​ເນ​ວ່າ, ຍ້ອນ​ຜູ້​ບາດ​ເຈັບ​ສ່ວນ​ໜຶ່ງ​ເຈັບ​ໜັກ, ຈຳນວນ​ຜູ້​ເສຍ​ຊີວິດ​ອາດ​ຈະ​ເພີ່ມ​ຂຶ້ນອີກ.

ການລະ​ເບີດ​ເທື່ອ​ນີ້​ແມ່ນ​ເກີດ​ຂຶ້ນ​ໃຕ້​ສະພາບ​ການ​ທີ່​ກອງ​ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກ​ແລະ​ກອງ​ທະຫານ​ອີຣັກປະກາດ​ວ່າ​ໄດ້​ຮັບ​ການ​ຄືບ​ໜ້າ​ສຳຄັນ​ຕ່າງໆ​ໃນ​ດ້ານ​ໂຈມ​ຕີ​ກຳລັງ​ປະກອບ​ອາວຸດ​ຕ້ານ​ອາ​ເມ​ລິ​ກາ.
1  2  3  4  5