ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-01 17:43:59    
ບັນທຶກຊາວ​ຫນຸ່ມຜູ່​ອາສາສະຫມັກຂອງ​ຈີນທາວ​ເອົາ​ຂອງ​ເສດ​ເຫຼືອຢູ່ພື້ນ​ທະ​ເລຂອງໄທ

cri

ຂ່າວສານ​ຊິນ​ຮວາ​ລາຍ​ງານ​ວ່າ,ວັນ​ທີ 27 ກຸມພາ,ຊາວ​ຫນຸ່ມຜູ່​ອາສາສະຫມັກ​ດຳນ້ຳຂອງ​ຈີນ​ສືບ​ຕໍ່​ທາວ​ເອົາ​ຂີ້​ເຫຍື່ອ​ຢູ່ພື້ນ​ທະ​ເລ​ທີ່​ຖືກ​ຄື້ນຊຸ​ນາ​ມີ​ຊຸ​ລົງ​ພື້ນ​ທະ​ເລ​ຢູ່​ເຂດ​ທະ​ເລ​ເກາະ​ຣາຊາ​ພາກ​ໃຕ້​ໄທ,ນັກ​ຂ່າວ​ຂອງ​ຂ່າວສານຊິນ​ຮວາ​​ໄດ້ຕິດຕາມ​ຜູ່​ອາສາສະຫມັກ​ດຳນ້ຳຂອງຈີນ,​ຈາກ​ທ້າຍ​ກ່ຳ​ປັ່ນ​​ມຸດ​ລົງທະ​ເລ​ສີ​ຄາມ, ​ເຫັນສະພາບບໍລິການທີ່​ພວກ​ເຂົາ​ເຈົ້າທາວ​ເອົາ​ຂີ້​ເຫຍື່ອຢູ່​ພື້ນ​ທະ​ເລ​ອັນ​ດາ​ມັນ.ພາ​ຍຫລັງ​ຟອງ​ນ້ຳສີຂາວຫາຍ​ໄປແລ້ວ,ກໍ​ເຫຼືອ​ແຕ່​ທະ​ເລສີ​ຄາມ​ທີ່​ມິດ​ງຽບ,​ ນັກ​ຂ່າວ​ເລີ່​ມສູບ​ເອົາອາຍ​ເຢັນ​ທີ່​ສົ່ງ​ມາຈາກ​ເຄື່ອງ​ຫາຍ​ໃຈ​,ຫາ​ກໍ​ມຸດ​ລົງ​ເລິກ 3 ​ແມັດ,​ ຍ້ອນ​ກຳລັງ​ຫນີບ​​ແຮງ​,​ຈິ່ງ​ຮູ້ສຶກເຈັ້ຍຫູຖືກ​ຫນີບ​ຢ່າງ​ຫນັກແລະ​ເຈັບ​ເລັກຫນ້ອຍ,ຈຳ​ເປັນ​ຕ້ອງ​ບີບ​ດັງ​ຫາຍ​ໃຈ​ເພື່ອຜ່ອນຄາຍກຳລັງ​ຫນີບ​​ຫູ,ທັງ​ມຸດ​ລົງຕໍ່​ໄປ.


ເມື່ອ​ມຸດ​ນ້ຳລົງ​ເລິກປະມານ 10 ​ແມັດ,ກໍ​ເຫັນພື້ນ​ທະ​ເລ​ທີ່​ມີ​ດິນຊາຍ​ຂາວ​ແລະ​ຫີນ​ດູກ​ປະ​ກາ​ລັງ,ນີ້​ແມ່ນ​ໂລກ​ສວຍ​ງາມ,ປາ​ນ້ອຍຫຼາຍສີ​ເປັນ​ຝູງ​ໆລອຍ​​ໄປມາຢູ່​ໃນ​ນ້ຳ,​ມີປາ​ນົກ​ແຂກ​ທີ່​ມີ​ເກັດ​ຫຼາຍສີຫຼາຍສັນ​ລອຍ​ຢ່າງ​ສະບາຍ​, ມີປີງ​ທະ​ເລ​ສີ​ກາ​ເຟຊ້ຳທີ່ອ້ວນ​ພີຫມູບ​ຢູ່​ພື້ນ​ທະ​ເລ​ແບບ​ຂີ້ຄ້ານ,ຜູ່​ອາສາສະຫມັກ​​ບໍ່​ມີ​ເວລາ​ຊົມ​ເບິ່ງ​ສະພາບ​ສວຍ​ງາມ​​ນີ້,ພວກ​ເຂົາ​ເຈົ້າຕັ້ງ​ໃຈ​ທາວ​ເອົາ​ຂີ້​ເຫຍື່ອຕ່າງ​ໆ​ເຊັ່​ນ:ຢາງລົດ ຖັງ​ນ້ຳມັນ​ແອັດ​ຊັງ ​ແປ້ນ​ໄມ້​ແລະ​ຫີນ​ດູກ​ປະກາ​ລັງ​​ຫັກເປັນຕົ້ນ​ເຊິ່ງຄື້ນຊຸ​ນາ​ມີ​ຊຸ​ລົງພື້ນ​ທະ​ເລ​ອັນ​ສວຍ​ງາມດັ່ງກ່າວ.


ນັກ​ຂ່າວ​ໄດ້​ປັບ​​ເສື້ອມຸດ​ນ້ຳທີ່​ສູບ​ອາກາດ​ໄດ້​ຢູ່​ໃນ​ສະພາບ​ຟູ​ຂຶ້ນ​ແລະ​ພ້ອມ​ກັນ​ກັບ​ນັກ​ມຸດ​ນ້ຳຊອກຫາ​ເຄື່ອງ​ເສດ​ເຫຼືອຢູ່ຕາມ​ແກ້ງ​ຕ່າງໆ,ບຶດຫນຶ່ງ​ກໍ​ຊອກ​ໄດ້ເຄື່ອງຫຼາຍຢ່າງ​ເຊັ່ນ:ຂວດ​ນ້ຳຫວານ ຖົງ​ປຼັສຕິກ​ແລະ​ແພ​ມົນ​ເປັນຕົ້ນ, ຢູ່​ຫນ້າ​ແກ້ງ​ຫີນ​ດູກ​ປະ​ກາ​ລັງ​ແຫ່​ງຫນຶ່ງ,ມີ​ແຜ່ນ​​ເຫຼັກ​ຍາວ 50 ຊັງ​ຕິ​ແມັດ ​ກວ້າງ 10 ຊັງ​ຕິ​ແມັດ​ແຜ່ນ​ຫນຶ່ງ​ໃສ່​ດິນຊາຍ.ທ່ານ​ຈົງ​ຊຸງ​ມິນ ນັກ​ມຸດ​ນ້ຳຈັບ​ແຜ່ນ​ເຫຼັກ,​ແລ້ວ​ດຶງ​ອອກ​ມາ


ຕອນ​ເຊົ້າວັນ​ທີ 26 , ຊາວ​ຫນຸ່ມຜູ່​ອາສາສະຫມັກ​ຂອງຈີນ​​ເລີ່ມດຳ​ເນີນການ​ບໍລິການ​ທາວ​ເອົາ​ຂີ້​ເຫ​ຍື້​ອຢູ່​ພື້ນ​ທະ​ເລ​ອັນ​ດາ​ມັນ​ຂອງ​ໄທ​ເຊິ່ງຄື້ນ​ຊຸ​ນາ​ມີ​ພັດ​ມາ ຫລັງ​ຈາກ​​ເຮັດວຽກ​ງານ​​ຫມົດ​ມື້​ແລ້ວ,​ເລື່ອງ​ທີ່ຜູ່ອາສາສະຫມັກ​ລົມ​ກັນຫຼາຍກວ່າ​ຫມູ່​ຍັງ​ແມ່ນ​ເລື່ອງ​ມຸດ​ນ້ຳ.​ແລະຫວນ​ຄືນ​ເລື່ອງ​ອະດີດ​ທີ່​ເຄີຍ​ເຂົ້າຮ່ວມ​ການ​ມຸດ​ນ້ຳ​​ໃນເມື່ອ​ກ່ອນ,ທ່ານ​ຈົງ​ຊຸ​ງມິນ​ນັກ​ມຸດ​ນ້ຳທີ່​ມາ​ຈາກ​ເມືອງກວາງ​​ໂຈ​ວ​ເວົ້າວ່າຫລັງ​ຈາກ​ເກີດ​ຄື້ນຊຸ​ນາ​ມີ​ແລ້ວ,ຫມົດ​ຄອບຄົວ​ຂອງ​ທ່ານ​ໄດ້​ບໍລິຈາກ​ເງິນ,​ແຕ່​ທ່ານ​ຍັງ​ຢາກ​ເຮັດ​ເລື່ອງ​ອັນ​ໃດ​ອັນ​ຫນຶ່ງ​​ເພື່ອເຂດ​ປະສົບ​ໄພ,​ໃນ​ບົດ​ບັນທຶກ​ປະຈຳວັນ​ບົດ​ຫນຶ່ງ​ຢູ່​ໄທ,ທ່ານ​ຂຽນ​ວ່າ​,ຂ້ອຍ​ມີ​ແຕ່ຢາກ​​ເຮັດ​ວຽກ​ຫຼາຍ​ແດ່,​ນຳໃຊ້​ຄວາມ​ຮູ້​ວິຊາ​ສະ​ເພາະຂອງ​ຕົນ​ເຮັດ​ໃຫ້​ພື້ນ​ທະ​ເລ​ສະອາດຂຶ້ນ,​ແລະ​ເຮັດ​ໃຫ້​ຄົນ​ທັງຫຼາຍທີ່​ຮັກຫອມ​ທຳມະ​ຊາດ​ແລະ​ມັກ​ຊົມ​ເບິ່ງ​ທຳມະ​ຊາດ​ໃນ​ທົ່ວ​ໂລກ​ມີ​ຄວາມ​ສະຫງົບ​ໃຈ.