ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-01 20:46:00    
ທ່ານ​ຫວາງ​​ເຈຍ​ຢຸຍພົບ​ປະ​ແຂກ​ຟີ​ລິບ​ປິນ

cri Author: mengmeng
ຕາມ​ຂ່າວສານ​ຊິນ​ຮວາ, ຕອນ​ເຊົ້າ​ວັນ​ທີ1​ມີນາ, ຢູ່​ທີ່​ປັກ​ກິ່ງ, ທ່ານ​ຫວາງ​ເຈຍ​ຢຸຍ ຫົວໜ້າ​ຄະນະ​ພົວພັນ​ກັບ​ຕ່າງປະ​ເທດ​ຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໄດ້​ພົບ​ປະ​ທ່ານ​ອານ​ເບ​ໂວ ​ໂລ​ມູ​ໂລ ລັດຖະມົນຕີ​ການ​ຕ່າງປະ​ເທດ​ຟີ​ລິບ​ປິນ. ທ່ານຫວາງ​​ເຈຍ​ຢຸຍກ່າວ​ວ່າ, ​ໃນ​ຫຼາຍ​ປີ​ມາ​ນີ້, ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ຟີ​ລິບ​ປິນ​ໄດ້​ຂະຫຍາຍຕົວ​ຢ່າງ​ວ່ອງ​ໄວ. ປີ​ນີ້​ແມ່ນ​ຈີນ​ຟີ​ລິບ​ປິນສ້າງສາ​ຍສຳພັນ​ທາງ​ການ​ທູດ​ຄົບຮອບ30​ປີ, ​ແມ່ນ​ໂອກາດ​ສຳຄັນ​​ໃນການ​ຊຸກ​ຍູ້​ໃຫ້​ການ​ພົວພັນ​ໄມຕີ​ຈິດ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​​ຂະຫຍາຍ​ຕົວລົງ​ສູ່​ລ່ວງ​ເລິກ. ພັກ​ກອມ​ມູນິດ​ຈີນ​ຫວັງ​ໃຫ້​ເພີ່ມ​ການ​ແລ​ກປ່ຽນ​​ດ້ວຍໄມຕີ​ຈິດ​ກັບ​ບັນດາພັກ​ການ​ເມືອງ​ແລະ​ນັກ​ການ​ເມືອງ​ຂອງ​ຟີ​ລິບ​ປິນຕື່ມ​ອີກ​, ຊຸກ​ຍູ້​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ຟີ​ລິບ​ປິນ​ໃຫ້ຂະຫຍາຍ​ໄປ​ໜ້າ​ຕື່ມ​ອີກ.

ທ່ານ​ໂລມູ​ໂລ​ກ່າວ​ວ່າ, ປະຈຸ​ບັນ, ການ​ພົວພັນ​ລະຫວ່າງ​ຈີນ​ຟີ​ລິ​ບປິນ​ແລະ​ການ​ພົວພັນ​​ພັກຟີ​ລິບ​ປິນ​​ແລະ​ຈີນຢູ່​ໃນ​ໄລຍະ​ທີ່ດີ​ທີ່​ສຸດ​ໃນ​ປະຫວັດສາດ, ​ປະທານາທິບໍດີ​ອາ​ໂລ​ໂຍ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສາກົນ​ພັກ​ການ​ເມືອງ​ອາຊີ​ຄັ້ງທີ​ສາມ​ແມ່ນ​ການ​ຢັ້ງຢືນ​ທີ່​ແຂງ​ແຮງ, ຝ່າຍ​ຟີ​ລິ​ບປິນຍິນ​ດີ​ຖື​​ໂອກາດສອງ​ປະ​ເທດ​ສ້າງສາ​ຍສຳພັນ​ທາງ​ການ​ທູດ​ຄົບຮອບ30​ປີ, ພ້ອມ​ກັນ​ກັບ​ຝ່າຍ​ຈີນ​ທຳ​ຄວາມ​ພະຍາຍາມ, ຊຸກ​ຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຂະຫຍາຍ​ຕົວລົງ​ສູ່​ລ່ວງ​ເລິກ.