ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-02 10:01:30    
ກອງ​ປະຊຸມ​ລອນ​ດອນ​ເຫັນ​ດີ​ໃຊ້​ບາດ​ກ້າວ​ຕົວ​ຈິງ​ເພື່ອ​ສ້າງ​ປະ​ເທດ​ປາ​ເລັສ​ຕີນ

cri Author: MO
ຕາມ​ຂ່າວCRI:ກອງ​ປະຊຸມ​ລອນ​ດອນ​ທີ່​ສະໜັບສະໜູນ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕີນ​ທີ່​ໄຂ​ເປັນ​ເວລາມື້ໜຶ່ງ​ໄດ້​ອັດ​ລົງ​ໃນ​ຕອນ​ບ່າຍ​ວັນ​ທີ 1 ມີ​ນາ. ບັນດາ​ຝ່າຍ​ທີ່​ຮ່ວມ​ປະຊຸມໄດ້​ເປັນ​ເອກະສັນ​ກັນ​ເຫັນ​ດີ​ໃຊ້​ບາດ​ກ້າວ​ຕົວ​ຈິງ​ເພື່ອ​ສ້າງຕັ້ງປະ​ເທດ​ປາ​ເລັສຕີນ.

ປະກາດ​ແຈ້ງ​ການ​ທີ່​ປະກາດ​ໃນ​ເວລາ​ອັດ​ກອງ​ປະຊຸມ​​ຂຽນ​ວ່າ, ບັນດາ​ຝ່າຍ​ທີ່​ຮ່ວມ​ປະຊຸມ​ໄດ້​ກ້າວ​ເຖິງ​ຂັ້ນ​ເປັນ​ເອກະສັນ​ກັນ​ຕໍ່​ບາດກ້າວ​ຕົວ​ຈິງ​ທີ່​ຕ້ອງການ​ໃນ​ການ​ສ້າງຕັ້ງປະ​ເທດ​ປາ​ເລັສຕີນ​ໂດຍ​ອິງ​ຕາມ​ແຜນການ​ເສັ້ນທາງ​ສັນຕິພາບ​ຕາ​ເວັນ​ອອກ​ກາງ, ​ແລະ​​ໃຫ້​ຄຳ​ໝັ້ນສັນຍາ​ວ່າ​ຈະ​ໃຫ້​ການ​ຊ່ອຍ​ເຫຼືອ​ແກ່​ການ​ປະຕິ​ຮູບ​ການ​ເມືອງ​ແລະ​ຄວາມ​ປອດ​ໄພແລະ​ການພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ປາ​ເລັສຕີນ. ທ່ານ​ອັບ​ບາສ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​​ເລັສຕີນ​ຍັງ​ໄດ້​ຍື່ນ​ແຜນການ​ລະອຽດ​​​ກ່ຽວ​ກັບ​ການ​ປະຕິ​ຮູບຂອງ​ຝ່າຍ​ປາ​ເລັສຕີນໃຫ້​ກອງ​ປະຊຸມ.

ທ່ານ​ແບຼ ນາຍົກລັດຖະມົນຕີອັງກິດ​ທີ່​ນັ່ງ​ເປັນ​ປະ​ທານ​​ກອງ​ປະຊຸມ​ກ່າວ​ວ່າ, ກອງ​ປະຊຸມ​ເທື່ອ​ນີ້​ໄດ້​ສ້າງ​ພື້ນຖານ​ໃຫ້​ແກ່​ປະ​ເທດ​ປາ​ເລັສຕີນ​ໃນ​ອະນາຄົດ.

ໃນ​ເວລາ​ຕີ​ລາຄາ​ຢ່າງ​ຕັ້ງໜ້າ​ຕໍ່​ກອງ​ປະຊຸມ​ນັ້ນ, ທ່ານ​ອັບ​ບາສ ກໍ​ໄດ້​ໃຫ້​ຄຳ​ໝັ້ນສັນຍາ​ວ່າ, ຝ່າຍ​ປາ​ເລັສຕີນ​ຈະ​ສືບ​ຕໍ່ສຸມ​ກຳລັງ​ເຂົ້າ​ໃນ​ການ​ປະຕິ​ຮູບ​ແລະ​ຂະ​ບວນວິວັດ​ສັນຕິພາບ​ຕາ​ເວັນ​ອອກ​ກາງ.

ລັດຖະມົນຕີ​ການ​ຕ່າງປະ​ເທດຂອງ 23 ປະ​ເທດ​ແລະ​ຜູ້​ແທນ​ຂອງ 6 ອົງການ​ສາກົນ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ​ສາກົນ​ທີ່​ມີ​ຈຸດປະສົງ​ສະໜອງ​ການຊ່ອຍ​ເຫຼືອ​ແກ່​ການ​ປະຕິ​ຮູບ​ປາ​ເລັສຕີນ.