ຍິນດີຕ້ອນຮັບທ່ານເຂົ້າສູ່ລາຍການນິທານສຸພາສິດ. ໃນລາຍການພາກນີ້ ຂ້າພະເຈົ້າຈະເລົ່ານິທານສຸພາສິດຈີນເລື່ອງ "ລ້ຽວຕີຈື້ເຊິ້ງ" ໝາຍຄວາມວ່າ "ຄາດຄະເນສະພາບຂອງສັດຕູຢ່າງຖືກຕ້ອງ ຈຶ່ງຈະໄດ້ຮັບໄຊຊະນະໃນສົງຄາມ.
ຊຸນອູ ນັກການທະຫານທີ່ຊື່ດັງໃນສະໄໝບູຮານຂອງຈີນໄດ້ເວົ້າໃນ "ຊຸນຈືປິງຝາ" ຕຳລາພິໄຊສົງຄາມທີ່ມີຊື່ສຽງຂອງເພິ່ນວ່າ: ການວິເຄາະແລະວິນິດໄສສະພາບຂອງສັດຕູຢ່າງຖືກຕ້ອງ, ສຳຫຼວດພູມສັນຖານແລະຄິດໄລ່ເສັ້ນທາງໃກ້ຫຼືໄກ, ນີ້ແມ່ນວິທີທີ່ແມ່ທັບຜູ່ມີຄວາມປີຊາສາມາດຕ້ອງກຳກັບ.
ໃນຕົ້ນສະໄໝຊຸນຊິວ, ເຈິ້ງຈ່ວງກົງ ເຈົ້າຊີວິດລັດເຈິ້ງກໍ່ເຄີຍໄດ້ຮັບໄຊຊະນະໃນສົງຄາມບັ້ນໜຶ່ງຍ້ອນເຈິ້ງຈືຢວນ ເສນາບໍດີຂອງເພິ່ນຊ່າງຄາດຄະເນສະພາບຂອງສັດຕູ.
ໃນລະດູໃບໄມ້ຫຼົ່ນປີທີ 13 ລັດຊະການໂຈ່ວຫວນຫວັງຫຼືປີ 707 ກ່ອນຄິດຕະສັກກະຫຼາດ,ໂຈ່ວຫວນຫວັງໄດ້ນຳພາກອງທະຫານປະສົມລັດຕ່າງໆໄປປາບລັດເຈິ້ງ, ເຈິ້ງຈ່ວງກົງນຳພາກອງທັບສູ້ກັບກອງທະຫານປະສົມຢູ່ຊີເກີ ຄື "ສາງເກີໄປ" ຢູ່ແຂວງເຫີໜານໃນປະຈຸບັນ.
ກ່ອນການສູ້ລົບ, ເຈິ້ງຈືຢວນ ເສນາບໍດີລັດເຈິ້ງໄດ້ສັງເກດວິເຄາະແນວລົບຂອງກອງທະຫານປະສົມ, ແລະໄດ້ເຫັນວ່າກອງທະຫານປີກຊ້າຍແລະປີກຂວາຂອງກອງທະຫານປະສົມອ່ອນແອ, ໂດຍສະເພາະແມ່ນກອງທະຫານປີກຊ້າຍ, ບໍ່ເປັນທ່າສູ້ທັງບໍ່ມີນ້ຳໃຈສູ້ລົບ. ເພິ່ນເລີຍສະເໜີຕໍ່ຈ່ວງກົງວ່າ: ບຸກໂຈມຕີກອງທະຫານປີກຊ້າຍຂອງສັດຕູກ່ອນ, ແລ້ວຈຶ່ງບຸກໂຈມຕີກອງທະຫານປີກຂວາຂອງສັດຕູ, ໃນທີ່ສຸດຈຶ່ງເຕົ້າໂຮມກອງທັບບຸກໂຈມຕີກອງທະຫານທາງກາງ, ກໍ່ຈະໄດ້ຮັບໄຊຊະນະ.
ຈ່ວງກົງໄດ້ຮັບເຫັນດີນຳຂໍ້ສະເໜີຂອງຈືຢວນ, ແລະກໍ່ການບຸກໂຈມຕີໃນທັນທີ, ກອງທະຫານປະສົມຖືກຕີແຕກຢ່າງວ່ອງໄວ ແລະຖອນໜີໄປຕາມໆກັນ. ກອງທັບລັດເຈິ້ງທີ່ມີກຳລັງບໍ່ທໍ່ກອງທະຫານປະສົມນັ້ນພັດໄດ້ຮັບໄຊຊະນະຢ່າງໃຫຍ່.
ກົງກັນຂ້າມ, ຜາງແຈ່ນ ແມ່ທັບລັດເວິ້ຍສະໄໝຍຸດທະຈັກຂອງຈີນຍ້ອນບໍ່ຊ່າງຄາດຄະເນສະພາບຂອງສັດຕູ ທັງບໍ່ຊ່າງສຳຫຼວດພູມສັນຖານ, ຈຶ່ງຫຼົງຕົກເຂົ້າໃນວົງດັກສະກັດຂອງຊຸນປິ້ນ ທີ່ປຶກສາທາງການທະຫານຂອງລັດສີ.
ປີທີ 14 ລັດຊະການສິເວີຍຫວັງຫຼືປີ 343 ກ່ອນຄິດຕະສັກກະຫຼາດ, ກອງທະຫານລັດເວີ້ຍໄປບຸກໂຈມຕີລັດຫານ, ລັດຫານຟ້າວຂໍຄວາມຊ່ອຍເຫຼືອນຳລັດສີ. ເຈົ້າຊີວິດສີໄດ້ແຕ່ງຖຽນຈີ້ນຳພາກອງທະຫານໄປກອບກູ້ລັດຫານ. ເມື່ອເຈົ້າຊີວິດລັດເວີ້ຍໄດ້ຮູ້ຂ່າວນີ້ແລ້ວ, ກໍ່ໄດ້ແຕ່ງໄທ້ຈືຊຸນແລະແມ່ທັບຜາງແຈ່ນນຳພາກອງທະຫານຈຳນວນ 1 ແສນຄົນໄປສູ່ຊາຍແດນລະຫວ່າງລັດສີກັບລັດເວີ້ຍ, ເພື່ອສະກັດກັ້ນກອງທະຫານລັດສີ.
ຊຸນປິ້ນ ທີ່ປຶກສາທາງການທະຫານຂອງລັດສີໄດ້ສະເໜີໃຫ້ຖຽນຈີ້ໃຊ້ທິດທາງຫຼອກລວງສັດຕູໄລ່ນຳມາ ແລ້ວສວຍໂອກາດດັກສະກັດໂຈມຕີກອງທະຫານຂອງສັດຕູ. ໃນມື້ທຳອິດທີ່ພວກເຂົາເຈົ້າເຂົ້າໃນແດນລັດເວີ້ຍ ໄດ້ເຮັດເຕົາຫຸງເຂົ້າສຳລັບ 1 ແສນຄົນ; ມື້ທີສອງເຮັດເຕົາຫຸງເຂົ້າສຳລັບ 5 ໝື່ນຄົນ; ແລະມື້ທີສາມຫຼຸດລົງຮອດສຳລັບ 3 ໝື່ນຄົນ.
ຜາງແຈ່ນໄດ້ໄລ່ນຳກອງທະຫານລັດສີ, ນັບເບິ່ງຈຳນວນເຕົາຫຸງເຂົ້າໃນຄ້າຍທະຫານລັດສີທຸກມື້, ເມື່ອໄດ້ເຫັນເຕົາຫຸງເຂົ້າໄດ້ຫຼຸດໜ້ອຍລົງຄູ່ມື້ ກໍເຫັນວ່າກອງທະຫານລັດສີບໍ່ມີນ້ຳໃຈສູ້ລົບ, ມີທະຫານຫຼາຍຄົນໂຕນໜີຢ່າງຫຼວງຫຼາຍ, ເລີຍນຳພາກອງທະຫານມ້າຈຳນວນໜ້ອຍໄລ່ໂຈມຕີທັງເວັນທັງຄືນ, ໃນທີ່ສຸດຖືກກອງທະຫານລັດສີດັກສະກັດໂຈມຕີ, ຖືກເສຍຫາຍຢ່າງສາຫັດ. ຜາງແຈ່ນທັງຄຽດແຄ້ນທັງອັບອາຍຂາຍໜ້າຈຶ່ງຂ້າໂຕຕາຍ, ໄທ້ຈືຊຸນຜູ່ເປັນຈອມພົນຖືກຈັບເປັນຊະເລີຍ. ຫຼັງຈາກນັ້ນ ລັດເວີ້ຍກໍ່ຊຸດໂຊມລົງຕະຫຼອດມາ.
|