ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-02 17:44:29    
ພົນທະຫານ​ບໍ່​ແມ່ນ​ຍິ່ງ​ຫຼາຍ​ຍິ່ງ​ດີ(ສຽງ)

cri Author: lm

ສະບາຍດີ​ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ລາຍການ​ນິທານ​ສຸພາສິດ​ໄດ້​ວຽນມາ​ພົບ​ກັບ​ທ່າ​ນອີກ​ຕາມ​ເຄີຍ, ​ໃນ​ລາຍການ​ພາກ​ນີ້, ຂ້າພະ​ເຈົ້າອຸດົມ​ຈະ​ເລົ່າ​ນິທານເລື່ອງ "ປິ່ງ​ເຟີ​ຍຕໍ່ອີ້" ​ແປ​ວ່າ "ພົນ​ທະ​ຫານ​ບໍ່​ແມ່ນ​ຍິ່ງຫຼາຍຍິ່ງ​ດີ" ສູ່​ຟັງ. ນິທານ​​ເລື່ອງນີ້​ໄດ້​ບັນທຶກ​ໄວ້​ໃນປື້​ມ "ບົດ​ການເຄື່ອນ​ທັບ" ຂອງ​ຊຸນ​ຈື ນັກ​ການ​ທະຫານ​ທີ່​ມີ​ຊື່​ສຽງ​​ໃນ​ສະ​ໄໝ​ຊຸນ​ຊິວ​ຍຸດທະ​ຈັກ​ຂອງ​ຈີນ. ​ໃນປື້​ມ "ບົດການ​ເຄື່ອນ​ທັບ" ​ໄດ້​ຊີ້​ອອກ​ວ່າ, ພົນທະຫານ​ບໍ່​ແມ່ນ​ຍິ່ງຫຼາຍຍິ່ງ​ດີ, ທະ​ແນມ​ແຕ່​ບໍ່​ແມ່ນມົວແຕ່ບຸກ​ໄປໜ້າ​ໂດຍ​ອາ​ໄສ​ກຳລັງ​ອາວຸດ​ຂອງ​ຕົນ, ​ແລະສາມາດ​ເຕົ້າ​ໂຮມ​ກຳລັງ​ທະຫານ ວິນິດ​ໄສ​ສະພາບ​ຂອງ​ສັດຕູ​ຢ່າງ​ຖືກຕ້ອງ ​ໄດ້​ຮັບ​ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ​​ແລະ​ການ​ສະໜັບສະໜູນຈາກ​ລູກ​ນ້ອງ​ແລ້ວ, ກໍ່​ຈະ​ເອົາ​ຊະນະ​ສັດຕູ​ໄດ້. ​ກອງ​ທະຫານ "​ແຢ້​ເຈ່ຍ​ຈິ່ນ" ​ແລະກອງ​ທະຫານ "ຊິ​ເຈ່ຍ​ຈິ່ນ" ທີ່ມີ​ຊື່​ລື​ນາມໃນ​ປະຫວັດສາດ​ຈີນ​ໄດ້​ພິສູດ​ທັດສະນະດັ່ງກ່າວ​ຂອງ​ຊຸນ​ຈືດ້ວຍ​ຜົນ​ສູ້​ລົບ​ທີ່​ດົ່ງ​ດັງ.

ກອງ​ທະຫານ "​ແຢ້​ເຈ່ຍ​ຈິ່ນ" ​ແມ່ນ​ຄຳ​ທີ່ຄົນ​ທັງຫຼາຍ​ເອີ້ນ​ກອງ​ທະຫານ​ທີ່​ນຳພາ​ໂດຍ​ແຢ້​ເຟີ​ຍ ແມ່ທັບ​ຕ້ານ​ລັດ​ຈິ່ນທີ່​ມີ​ຊື່​ສຽງ​ໃນ​ລາຊະວົງ​ໜານ​ຊົ້ງ. ​ໃນ​ຫົວທີ, ​ກອງ​ທະຫານ​ "​ແຢ້​ເຈ່ຍ​ຈິ່ນ" ມີ​ພຽງໜຶ່ງ​ໝື່ນ​ກວ່າ​ຄົນ​, ພາຍຫຼັງມາ​ໄດ້​ເຕີບ​ໂຕ​ຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງ​ໃນ​ການ​ຕໍ່ສູ້​ຕ້ານ​ ​ລັດ​ຈິ່ນ, ​​ໄດ້ເພີ່ມ​ຂຶ້ນຮອດ 1 ​ແສນ​ກວ່າ​ຄົນ, ກາຍ​ເປັນ​ກຳລັງ​​ແງ່ຫຼວງຂອງ​ລາຊະ​ວົງ​ໜານ​ຊົ້ງ​ໃນ​ການ​ຕ້ານລັດ​ຈິ່ນ.

ກອງ​ທະຫານ "​ແຢ້​ເຈ່ຍ​ຈິ່ນ" ທີ່​ແຢ້​ເຟີ​ຍສ້າງຕັ້ງຂຶ້ນນັ້ນ ລ້ວນ​ແຕ່​ແມ່ນ​ຊາວ​ໜຸ່ມ​ທີ່​ມີ​ນ້ຳ​ໃຈ​ອຸທິດ​ໃຫ້​ພາລະກິດ​ຕ້ານ​ລັດ​ຈິ່ນທີ່​ໄດ້​ຜ່ານ​ການ​ຄັດ​ເລືອກ​ຢ່າງ​ເຂັ້ມງວດ, ​ແຢ້​ເຟີຍ​ມີ​ເຈດ​ຈຳນົງ​ວ່າ​ ໃນການ​ສູ້​ລົບນັ້ນ, ພົນທະຫານ​ທີ່ເກັ່ງ​ກ້າ​ຈິ່ງ​​ແມ່ນ​ປັດ​ໄຈ​ສຳຄັນ​, ຫາກ​ບໍ່​ແມ່ນ​ຍິ່ງຫຼາຍຍິ່ງ​ດີ. ​ໃນ​ຍາມ​ທຳ​ມະ​ດາ, ກອງ​ທະຫານ​ທີ່​​ນຳ​ໂດຍແຢ້​ເຟີ​ຍນັ້ນ​ໄດ້​ຂະຫຍັນ​ຝຶກ​ແອບ, ​ຊຳນານຍຸດທະວິທີ​ໃນການ​ສູ້​ລົບ, ​ໃນ​ເວລາ​ສູ້​ລົບ​ກໍ່ກ້າຫານ. ກອງ​ທະຫານ​ "ແຢ້​ເຈ່ຍ​ຈິ່ນ"​ ໄດ້​ເຄື່ອນ​ທັບຂຶ້ນພາກ​ເໜືອ​ຈີນແລະຜາບ​ແພ້​ກອງ​ທະຫານ​ລັດ​ຈິ່ນຫຼາຍ​ເທື່ອ, ​​ໄດ້​ກູ້ເອົາ​ດິນ​ແດນ​ຜືນໃຫຍ່​ຄືນມາ​, ຈົນ​ກອງ​ທະຫານ​ລັດ​ຈິ່ນກໍ່ອຸທານ​ວ່າ: ສັ່ນ​ຄອນ​ໜ່ວຍ​ພູ​ງ່າຍ, ສັ່ນ​ຄອນກອງ​ທະຫານ "​ແຢ້​ເຈ່ຍ​ຈິ່ນ" ຍາກ!

ກອງ​ທະຫານ "ຊິ​ເຈ່ຍ​ຈິ່ນ" ​ແມ່ນຄຳ​ທີ່ຄົນທັງຫຼາຍມັກ​ເອີ້ນ​ກອງ​ທະຫານ​ທີ່​ນຳ​ໂດຍ​ຊິ​ຈີ້​ກ່ວງ ​ແມ່ທັບ​ຕ້ານ​ໂຈນ​ສະຫຼັດຍີ່ປຸ່ນ​ໃນສະ​ໄໝ​ລາ​ຊະວົງ​ໝິງ. ​ເມື່ອປີ 1557, ​ເພື່ອ​ຕ້ານ​ກັບ​ໂຈນ​ສະຫຼັດຍີ່ປຸ່ນ​ທີ່​ຮຸກ​ຮານ​ແຄ​ມທະ​ເລ​ແຂວງ​ເຈີ້​ຈຽງ, ​ເຈົ້າຊີວິດ​​ເຈ່ຍ​ຈິ້ງຂອງ​ລາ​ຊະ​ວົງ​ໝິງ​​​ໄດ້​ຊົງແຕ່ງຕັ້ງຊິ​ຈີ້​ກ່ວງ​ເປັນ​ນາຍ​ພົນ, ​ໄປ​ນຳພາ​ການ​ຕ້ານ​ໂຈນ​ສະ​ຫຼັດ​ຍີ່​ປຸ່ນຢູ່​ແຂວງ​ເຈີ້​ຈຽງ.

ພາຍຫຼັງຊິ​ຈີ້​ກ່ວງ​ໄປ​ຮອດ​ແຂວງ​ເຈີ້​ຈຽງ​ແລ້ວ, ​ກໍ່​​ໄດ້ຮັບສະໝັກ​ຊາວ​ນາ​ແລະ​ກຳມະກອນ​​ບໍ່​ແຮ່ 3000 ຄົນ​ຈາກແຖບ​ອີ້​ອູ່​ແຂວງ​ເຈີ້​ຈຽງ, ​ເລີ່​ມຝຶກ​ແອບ​ແລະ​ສ້າງ​ເປັນ​ກອງ​ທະຫານ​ໃໝ່. ຊິ​ຈີ້​ກ່ວງ​​ໄດ້​ຍຶດຖືຫຼັກການສອງ​ຂໍ້​ຢ່າງສະ​ເໝີ​ຕົ້ນສະ​ເໝີ​ປາຍ, ຄື ໜຶ່ງ​ແມ່ນ​ຄັດ​ເລືອກ​ຢ່າງ​ພຽນ​ໃຈ, ສອງ​ແມ່ນ​ຝຶກ​ແອບ​ຢ່າງ​ເຂັ້ມງວດ. ຊິ​ຈີ້​ກ່ວງສອນ​ໃຫ້​ພົນທະຫານ​ຕ້ອງ "​ເປັນ​ຄົນ​ດີ​ແລະ​ມີ​ອຸດົມ​ການ" ​"ຖື​ເອົາ​ການ​ປົກ​ປັກ​ຮັກສາ​ປະຊາຊົນ​ເປັນ​ພາລະ​ໜ້າ​ທີ່".

ປີ​ທີ 40 ຂອງ​ລາຊະການ​ເຈ່ຍ​ຈິ້ງ​ຂອງລາຊະວົງ​ໝິງ, ຊິ​ຈີ້​ກ່ວງ​ໄດ້ນຳພາ​ກອງ​ທະຫານ "ຊິ​ເຈ່ຍ​ຈິ່ນ" ສູ້​ກັບ​ໂຈນ​ສະຫຼັດຍີ່ປຸ່ນຢູ່​ລິນ​ໄຫ​ແຂວງ​ເຈີ້​ຈຽງ, ກອງ​ທະຫານ "ຊິ​ເຈ່ຍ​ຈິ່ນ" ສູ້​ກັບ​ໂຈນ​ສະຫຼັດຍີ່ປຸ່ນ 9 ​ເທື່ອ​ແລະໄດ້​ຮັບໄຊຊະນະ 9 ​ເທື່ອ, ​ໄດ້​ໂຈມ​ຕີ​ໂຈນ​ສະ​ຫຼັດ​ຍີ່ປຸ່ນ​ຢ່າງ​ໜັກໜ່ວງ, ​ໄດ້​ປາບ​ໂຈນ​ສະຫຼັດຍີ່ປຸ່ນຢູ່​ແຂວງ​ເຈີ້​ຈຽງຢ່າງ​ຮາບ​ຄາບ.

ປະຈຸ​ບັນ, ວິ​ສາ​ຫະກິດ​ຢ່າງຫຼວງຫຼາຍກໍ່ສຸດ​ທີ່​ເອົາ​ໃຈ​ໃສ່​ນຳ​ການ​ຄຸ້ມ​ຄອງ​ຊັບພະຍາກອນ​ມະນຸດ, ​ເອົາ​ໃຈ​ໃສ່​ນຳ​ການອົບຮົມ​ຈິດ​ໃຈ​ຮວມ​ໝູ່, ຈຸດປະສົງ​ກໍ່​ແມ່ນ​ເພື່ອ​ອົບຮົມ​ພະ​ນັກ​ງານ​ຜູ່​ດີ​ເດັ່ນຂອງ​ວິ​ສາ​ຫະກິດ, ຍົກ​ປະສິດທິ​ຜົນ​ຂອງ​ວິ​ສາ​ຫະກິດ​ໃຫ້​ສູງ​ຂຶ້ນ. ທັງ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ​ແນວ​ຄິດ​ຂອງ​ຊຸນ​ຈືທີ່​ວ່າ "ພົນທະຫານ​ບໍ່​ແມ່ນ​ຍິ່ງ​ຫຼາຍຍິ່ງ​ດີ" ກໍ່​ມີ​ບົດ​ບາດ​ຢ່າງ​ກວ້າງຂວາງ​ໃນ​ຂົງ​ເຂດ​ທຸລະ​ກິດ​ຂອງວິ​ສາ​ຫະກິດສະ​ໄໝ​ປະຈຸ​ບັນ.

​ເລື່ອງ​ທີ່​ໜ້າ​ສົນ​ໃຈນັ້ນ​ແມ່ນ ຄຳ​ວ່າ "ພົນທະຫານ​ບໍ່​ແມ່ນ​ຍິ່ງຫຼາຍຍິ່ງ​ດີ" ນັ້ນ ກໍ່ບໍ່​ແມ່ນ​ວ່າ​ພົນທະຫານ​ຍິ່ງ​ໜ້ອຍ​ຍິ່ງ​ດີ, ຫາກ​ແມ່ນ​ຍິ່ງ​ດີ​ເດັ່ນຍິ່ງ​ດີ. ​ແລະ​ໃນ​ຂະນະ​ດຽວ​ກັນ ຍັງ​ໄດ້​ເນັ້ນໜັກ​ວ່າ​ ​ໃນ​ບັ້ນ​ລົບ​​ໃດໜຶ່ງ ຕ້ອງຊ່າງ​ເຕົ້າ​ໂຮມ​ກອງ​ທະຫານ​​ດີ​ເດັ່ນ ​ ​ເພື່ອ​ໃຫ້​ຝ່າຍຕົນ​ເອງ​ຢູ່​ໃນ​ທ່າ​ເໜືອກ​ວ່າ​​ໃນ​ພາກສ່ວນ​ໜຶ່ງ, ເພື່ອ​ໄດ້​ຮັບ​ຜົນ​ສູ້​ລົບ​ທີ່ດີ​ທີ່​ສຸດ.