ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-02 18:49:56    
ຢູ່​ແບກ​ແດດ​ເກີດ​ເຫດ​ການ​ລົດ​ຍົນ​ລະ​ເບີດ ມີ 30 ກວ່າ​ຄົນ​ເສຍ​ຊີ​ວິດ​ແລະ​ບາດ​ເຈັບ

cri Author: lm

ຕາມ​ຂ່າວສານ​ຊິນຮວາ: ຕອນ​ເຊົ້າວັນ​ທີ 2 ມີນາ, ຢູ່​ມໍ່​ເດີ່ນຍົນ​ມຸດ​ທາ​ນາ ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ແບກ​ແດດ ນະຄອນຫຼວງອີຣັກ​ໄດ້​ເກີດ​ເຫດການ​ລົດ​ຍົນ​ລະ​ເບີດ​ແບບ​ສະ​ຫຼະ​ຊີບ, ຢ່າງ​ໜ້ອຍ​ເຮັດ​ໃຫ້ 6 ຄົນ​ເສ​ຍຊີວິດ, 27 ຄົນ​ບາດ​ເຈັບ.

ຕາມ​ຜູ່​ເຫັນ​ກັບ​ຕາ​ກ່າວ​ວ່າ, ​ເຫດການ​ລະ​ເບີດ​ໄດ້​ເກີດ​ຂຶ້ນ​ໃນ​ເວລາປະມານ 7 ​ໂມງ​ເຊົ້າ, ​ຄົນ​ອີ​ຣັກຈຳນວນຫຼວງຫຼາຍທີ່​ກຽມ​ສະໝັກ​​ເຂົ້າເປັນ​ທະຫານພວມລຽນ​ແຖວ​ເຂົ້າ​ໄປ​ໃນຖານ​ທັບ​ທີ່​ຕັ້ງຢູ່​ເດີ່ນຍົນ​ມຸດ​ທາ​ນາ, ​ໃນ​ຂະນະ​ນີ້ ມີລົດ​ເກ໋ງສີຂາວຄັນ​ໜຶ່ງເລັ່ງກາຍ​ບຸກ​ເຂົ້າ​ຖານ​ທັບ​ຢ່າງ​ກະທັນຫັນ​​ແລະ​ດຶງ​ສະ​ນວນລະ​ເບີດ.

ຕາມ​ໄດ້​ຊາບ, ນີ້​ແມ່ນ​ການຫຼອນ​ໂຈມຕີ​ທີ່​ແນ​ໃສ່​ເປົ້າໝາຍ​ທະຫານ​ແລະ​ຕຳຫຼວດອີ​ຣັກ​ອີກ​ເທື່ອໜຶ່ງ​ພາຍ​ໃນ 48 ຊົ່ວ​ໂມງ.