ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International Tuesday    Apr 22th   2025   
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-02 19:47:34    
ຈີນ​ແມ່ນ​​ແງ່ກຳ​ລັງ​​ແມ່​ແຮງ​ຂອງ​ການ​ພັດ​ທະ​ນາ​ແລະ​ການ​ເຊື່ອມ​ໂຍງ​ເຂົ້າ​ກັນ​ຂອງ​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 2 ມີນາ​ຢູ່ທີ່​ປັກ​ກິ່ງ, ທ່ານ​ອານ​ເບີ​ໂຕ ​ໂຣມູ​ໂລ ລັດຖະ​ມົນ​ຕີ​ການ​ຕ່າງປະ​ເທດ​ຟິລິບ​ປິນກ່າວ​ວ່າ, ຈີນ​ແມ່ນ​ແງ່​ກຳລັງ​​ແມ່​ແຮງ​ຂອງການ​ພັດ​ທະ​ນາ​ແລະ​ການ​ເຊື່ອມ​ໂຍງ​ເຂົ້າກັນຂອງ​ພາກ​ພື້ນ​ອາຊີ​ປາຊີ​ຟິກ.

​ໃນ​ເວລາ​ກ່າວ​ປາຖະກະຖາ​ຢູ່​ສະ​ພາ​ບັນດິດ​ວິທະຍາສາດ​ສັງຄົມ​ຈີນ, ທ່ານ​ໂຣມູ​ໂລ​ກ່າວ​ວ່າ, ​ແຕ່​ປີ 1979 ​ເປັນຕົ້ນມາ, ສະ​ເລ່ຍ​ແລ້ວ ​ເສດຖະກິດ​ຂອງຈີນ​ໄດ້​ເຕີບ​ໂຕ​ຂຶ້ນດ້ວຍ​ຈັງຫວະ 9% ຕໍ່​ປີ, ​ແລະ​ພັດທະນາ​ໄປ​ສູ່​ການ​ຫັນ​​ເປັນ​ຕະຫຼາດ, ການ​ພັດທະນາ​ຂອງ​ເສດຖະກິດ​ຈີນ​ໄດ້​ບັນ​ທອນ​ຜົນ​ສະ​ທ້ອນ​ຈາກ​ການ​ກະທົບ​ທັ່ງ​ຂອງພາຍ​ນອກຕໍ່ພາກ​ພື້ນ​ດັ່ງກ່າວ. ນອກ​ນີ້, ຈີນ​ມີ​ຜົນ​ສະ​ທ້ອນ​ນັບ​ມື້​ນັບຫຼາຍ​ໃນ​ວຽກ​ງານ​ພາກ​ພື້ນ​ແລະ​ສາກົນ, ຟິລິບ​ປິນຂໍສະ​ແດງ​ຄວາມ​ຊົມ​ເຊີຍ​.

ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ, ທ່ານ​ໂຣມູ​ໂລ​ກ່າວ​ວ່າ, ການ​ພົວພັນ​ລະຫວ່າງ​ຟິລິບ​ປິນ​ກັບ​ຈີນ​ພວມ​ຢູ່​ໃນ​ໄລຍະ​ທີ່ຮ່ວມ​ມື​ກັນ​ຢ່າງ​ຄຶກຄັກ​ແລະ​ໄວ້​ເນື້ອ​ເຊື່ອ​ໃຈ​​ເຊິ່ງກັນ​ແລະ​ກັນ, ການ​ຂະ​ຫຍາຍ​ການ​ພົວພັນ​ກັບ​ຈີນຢ່າງ​ປອດ​ໃສ ຍາວ​ນານ​ແລະ​ຮອບດ້ານ​ ​ແມ່ນ​​ເປົ້າ​ໝາຍ​ພື້ນ​ຖານ​ຂອງ​ນະ​ໂຍບາຍ​ຕໍ່​ຕ່າງປະ​ເທດ​ຂອງ​ຟິລິບ​ປິນ. ທ່ານ​ກ່າວ​ເນັ້ນວ່າ, ຟິລິບ​ປິນ​ເຫັນ​ວ່າ, ບັນ​ຫາ​ໄຕ້​ຫວັນ​ແມ່ນ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ, ຝ່າຍ​ຟິລິບ​ປິນຊົມ​ເຊີຍ​ລັດຖະບານ​ຈີນ​ທີ່​ທຳ​ຄວາມ​ພະ​ຍາ​ຍາມ​ຢ່າງ​ບໍ່​ລົດ​ລະ​ເພື່ອ​ໂຮມ​ປະ​ເທດ​ຊາດ​ເຂົ້າ​ເປັນ​ເອກະ​ພາບ​ກັນ​ໂດຍ​ສັນ​ຕິ.

© China Radio International.CRI. All Rights Reserved.
16A Shijingshan Road, Beijing, China. 100040