ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-03 10:57:04    
ອົງ​ການ​ຢູ​ເນັສ​ໂກ​ສະ​ຫະ​ປະ​ຊາ​ຊາດ​ຈັດ​ຕັ້ງ​ແຫຼ່ງ​ອົບ​ຮົມ​ຢູ່​ແຂວງ​ເຈີ​ຈຽງ

cri Author: da
ຕາມ​ຂ່າວ​ໜັງ​ສື​ພິມ​ເຢິນ​ມິນ​ຢື້​ປ້າວ​ສະ​ບັບ​ຕ່າງ​ປະ​ເທດ:​ແຫຼ່ງ​ອົບ​ຮົມ​ໂຄງ​ການ​​ໃຫ້​ຊາວ​ນາ​ຢູ່​​ເມືອງ​ປະ​ກອບ​ອາ​ຊີບ​ໃນ​ຕົວ​ເມືອງ​ທີ່​ອົງ​ການ​ຢູ​ເນັສ​ໂກສະ​ຫະ​ປະ​ຊາ​ຊາດ​ຈັດ​ຕັ້ງ​ຂຶ້ນຢູ່​​ເມືອງ​ຊຽງ​ໄຮ້​ພຽງ​ແຫ່ງ​ດຽວ​ໄດ້​ສ້າງ​ຕັ້ງ​ຂຶ້ນ​ຢ່າງ​ເປັນ​ທາງ​ການ ຢູ່​​ເມືອງ​ອານ​ຈີ​ແຂວງ​ເຈີ​ຈຽງ​ຈີນ​ໃນ​ວັນ​ທີ 2 ມີນາ​.

ອີງ​ຕາມ​ສັນ​ຍາ​ທີ່​ອົງ​ການ​ຢູ​ເນັສ​ໂກສະ​ຫະ​ປະຊາ​ຊາດ​ເຊັນ​ກັບ​ເມືອງ​ອານ​ຈີ,​ໂຄງ​ການ​ຮ່ວມ​ມື​ດັ່ງ​ກ່າວ​ນີ້ ​ແມ່ນ​ໃຫ້​ເມືອງ​ອານ​ຈີ​ຈັດ​ວາງ​ການ​ຈັດ​ຕັ້ງ​ແລະ​ອົບ​ຮົມ​ຊາວ​ນາ​ທີ່ປະ​ກອບ​ອາ​ຊີບ​ໃນ​ຕົວ​ເມືອງ,​ໃຫ້​ຝ່າຍ​ຊຽງ​ໄຮ້ທີ່​ເປັນ​ຝ່າຍ​ປະສານ​ງານ​ຮັບ​ຜິດ​ຊອບ​ວຽກ​ງານ​ສື່​ກາງ​ແລະ​ເປັນ​ຜູ້​ຄຸ້ມ​ຄອງ,​ອົງ​ການ​ຢູ​ເນັສ​ໂກ​ສະ​ຫະ​ປະ​ຊາ​ຊາດ​ດຳ​ເນີນ​ການ​ຄຸ້ມ​ຄອງ ປະ​ເມີນ​ແລະ​ປະ​ສານ​ງານ​ຕາມ​ສະ​ພາບ​ການ​ອົບ​ຮົມ,​ພ້ອມ​ທັງ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ດ້ານ​ເງິນ​ທຶນ​ຕາມ​ສະ​ພາບ​ການ​ຄືບ​ໜ້າ.