ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-03 15:43:10    
ກິດ​ຈະ​ການ​ຄວາມ​ຫວັງ​ຂອງ​ແຂວງ​ຢຸນ​ນານ​ຈີນ​​ໄດ້​ກອບ​ກູ້​ຊ່ອຍ​ເຫຼືອ​ນັກ​ຮຽນ​ຜູ້​ທຸກ​ຍາກ 8 ໝື່ນ​ກວ່າ​ຄົນ​ພາຍ​ໃນ 14 ປີ

cri Author: da
ຕາມ​ຂ່າວ​ສານ​ຊິນ​ຮວາ:​ຫວ່າງ​ມໍ່ໆ​ນີ້ ນັກ​ຂ່າວ​ໄດ້​ຊາບ​ຈາກ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ວ່າ,​ນັບ​ມາ​ຮອດ​ທ້າຍ​ປີ 2004, ​ກິດຈະ​ການ​ຄວາມ​ຫວັງ​ຂອງ​ແຂວງ​ຢຸນ​ນານ​ຈີນ​ທີ່ຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ​​ໄດ້​ກອບ​ກູ້​ຊ່ອຍ​ເຫຼືອ​ນັກ​ຮຽນ​ຜູ້​ທຸກ​ຍາກ 8 ໝື່ນ​ກວ່າ​ຄົນ​​ໃນ 14 ປີທີ່​ຜ່ານ​ມາ.

ຕາມ​ການ​ແນະ​ນຳ​,​ແຕ່​ປະຕິ​ບັດ​ກິດ​ຈະ​ການ​ຄວາມ​ຫວັງ​ແຂວງ​ຢຸນ​ນານ​ເມື່ອ​ປີ 1990 ​ມານີ້,​ໄດ້​ຫ້າງ​ຫາ​ເງິນ​ທຶນ 180 ລ້ານ​ຢວນ,​ຊ່ອຍ​ສ້າງ​ໂຮງ​ຮຽນ​ປະຖົມ​ຄວາມ​ຫວັງ​ເກືອບ 800 ຫຼັງ.​ປະຈຸ​ບັນ,​ເມືອງ​ແລະ​ຕາ​ແສງ​ສ່ວນ​ຫຼາຍ​ຂອງ​ທົ່ວ​ແຂວງ​ໄດ້​ຈັດ​ຕັ້ງ​ຈຸດ​ຕາ​ໜ່າງ​ຊ່ອຍ​ເຫຼືອ​ກິດ​ຈະ​ການ​ຄວາມ​ຫວັງ,​ຜ່ານ​ການ​ອຸດ​ໜູນ​ເດັກ​ນ້ອຍ​ຜູ້​ທຸກ​ຍາກ​ກັບ​​ເຂົ້າ​ໂຮງ​ຮຽນ​ຄືນ​ໃໝ່ ສ້າງ​ຕັ້ງ​ໂຮງ​ຮຽນ​ປະຖົມ​ຄວາມ​ຫວັງ ບູລະນະ​​ເງື່ອນ​ໄຂ​ສ້າງ​ໂຮງຮຽນ​ຢູ່​ຊົນ​ນະບົດ​ແລະ​ວຽກ​ງານ​ອື່ນໆ,​ຊຸກຍູ້​ການ​ພັດ​ທະ​ນາ​ພາ​ລະ​ກິດ​ການ​ສຶກ​ສາ​ພື້ນ​ຖານ​ຢູ່​ເຂດ​ພູດ​ອຍທີ່​ທຸກ​ຍາກ​ຂອງ​ແຂວງ​ຢຸນ​ນານ​ແລະ​​ໃຫ້​ຊາວ​ໜຸ່ມ​ເຍົາວະ​ຊົນ​ຜູ້​ທຸກ​ຍາກ​ເຕີບ​​ໃຫຍ່​ຂຶ້ນ​ຢ່າງ​ປອດ​​ໃສ.