ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-03 17:18:57    
ກອງ​ປະ​ຊຸມ​ສ້າງ​ສາ​ອາ​ຊີ​ໃຕ້​ຄືນ​ໃຫມ່​ຂອງ​ສະ​ພາ​ກາ​ແດງ​ຈັດ​ຂຶ້ນ​ຢູ່​ຮົງ​ກົງ

cri Author: sayvanny
ຕາມ​ຂ່າວ​ສານ​ຊີນ​ຮວາ:ວັນ​ທີ 3 ມີນາ ກອງ​ປະຊຸມ​ວຽກ​ງານ​ກອບ​ກູ້​ໄພ​ຊູ​ນາ​ມີ​ທົ່ວ​ໂລກ​ຂອງ​ສະ​ພາ​ກາ​ແດງ​ແລະ​ສະ​ມາ​ຄົມ​ຊີກ​ວົງ​ເດືອນ​ແດງ​ໄດ້​ຈັດ​ຂຶ້ນ​ຢູ່​ຮົງ​ກົງ,ຜູ່​ແທນ 100 ກວ່າ​ຄົນ​ທີ່​ມາ​ຈາກ​ສະ​ພາ​ກາ​ແດງ​ ສະມາ​ຄົມ​ຊີກ​ວົງ​ເດືອນ​ແດງ​ແລະ​ອົງ​ການ​ຈັດ​ຕັ້ງ​ມະ​ນຸດ​ສະ​ທຳ​ໄດ້​ພ້ອມ​ກັນຫາລື​ແຜນ​ການ​ສ້າງສາ​ຄືນ​ໃຫມ່​ໃນເຂດ​ປະ​ສົບ​ໄພ​ແຜ່ນ​ດິນ​ໄຫວ​ແລະ​ຄື້ນ​ຊູ​ນາ​ມີ​ມະ​ຫາ​ສະ​ຫມຸດ​ອິນ​ເດຍ.

ຕາມ​ຊາບ​ວ່າ, ​ໃນ​ກອງ​ປະຊຸມ​ທີ່​ຈັດ​ເປັນ​ເວ​ລາ​ສາມ​ມື້​ເທື່ອ​ນີ້ ຜູ່​ແທນ​ທີ່​ຮ່ວມ​ປະຊຸມ​ຈະ​ທວນ​ຄື​ນການ​ເຄື່ອນ​ໄຫວ​ກູ້​ໄພ​ເມື່ອ​ສອງ​ເດືອນ​ທີ່​ຜ່ານ​ມາ, ​ແລະ​ຈັດ​ວາງ​ວຽກ​ງານ​ກູ້​ໄພ​ໃນ​ຂັນຕໍ່​ໄປ​ພ້ອມ​ດ້ວຍ​ມາດ​ຕະການ​ປ້ອງ​ກັນ​ໄພ​ຢ່າງ​ຍາວ​ນານ.