|
 |
(GMT+08:00)
2005-03-04 10:56:34
|
ປະມຸກລັດສູງສຸດຂອງມາເລເຊຍຢ້ຽມຢາມນະຄອນຊຽງໄຮ້ຂອງຈີນ
cri
Author: MO
ຕາມຂ່າວສານຊີນຮວາ: ວັນທີ 3 ມີນາ, ທ່ານຊີລາຈຸດດີນ ປະມຸກລັດສູງສຸດຂອງມາເລເຊຍທີ່ພວມຢ້ຽມຢາມຈີນທາງລັດຖະກິດໄດ້ຂີ່ຍົນຈາກເມືອງຊີອານ ພາກຕາເວັນຕົກສຽງເໜືອຂອງຈີນໄປຮອດນະຄອນຊຽງໄຮ້ ຕົວເມືອງແຄມທະເລຕາເວັນອອກ, ເລີ່ມຢ້ຽມຢາມຊຽງໄຮ້ເປັນເວລາ 4 ມື້.
ວັນທີ 3 ມີນາ ພາຍຫລັງທ່ານຊີລາຈຸດດິນຟັງການແນະນຳສະພາບການພັດທະນາເສດຖະກິດຂອງຊຽງໄຮ້ໃນຫລາຍປີມານີ້ຂອງຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງນະຄອນຊຽງໄຮ້ແລ້ວ, ທ່ານກ່າວວ່າ, ໃນຖານເປັນເພື່ອນຂອງປະຊາຊົນຈີນ, ທ່ານຮູ້ສຶກດີອົກດີໃຈຫລາຍຕໍ່ຊຽງໄຮ້ທີ່ໄດ້ຮັບຜົນສຳເລັດອັນໃຫຍ່ຫລວງໃນຫລາຍປີມານີ້; ມາເລເຊຍຈະໃຊ້ມາດຕະການຕ່າງໆຊຸກຍ້ການພັດທະນາເສດຖະກິດການຄ້າລະຫວ່າງສອງຝ່າຍ.
|
|
|