ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-04 15:03:00    
ສິງກະ​ໂປ​ຈະ​ນຳ​ອອກ​ໃຊ້​ປັສ​ປໍ​ຊີວະ​ຊາດ

cri
ຕາມ​ຂ່າວສານ​ຊິນ​ຮວາ: ​ໃນ​ເວລາ​ປະກອບ​ຄວາມ​ຄິດ​ຄວາມ​ເຫັນ​ຢູ່​ລັດຖະສະພາ,ທ່ານ​ຮວງ​ເກັນ​ເຊັງ ລັດຖະມົນຕີ​ກະຊວງ​ພາຍ​ໃນ​ສິງ​ກະ​ໂປ​ເວົ້າວ່າ,​ໃນ​ຖານ​ເປັນມາດ​ຕະການ​ລາຍ​ຫນຶ່ງຂອງ​ລັດຖະບານ​ໃນ​ການ​ເພີ່ມ​ທະວີ​ການ​ຕ້ານ​ການກໍ່ການ​ຮ້າຍ, ສິງກະ​ໂປຈະ​ນຳອອກ​ໃຊ້​ປັສ​ປໍ​ໃຫມ່​ທີ່​ກວມ​ທັງ​ເອກະລັກ​ພິ​ເສດ​ຂອງ​ຮ່າງກາຍ​ຄົນ​ກ່ອນ​ເດືອນ​ຕຸລາ​ປີນີ້.

​ແຜ່ນ​ຊິ​ບທີ່​ໃສ່​ເຂົ້າ​ໃນ​ປັສ​ປໍ​ໄຮ​ເທັກ​ຊະນິດ​ນີ້​ໄດ້​ສະ​ສົມ​ຈຸດ​ພິ​ເສດ​ຂອງ​ໃບ​ຫນ້າ ລາຍ​ມື​ຕະຫລອດ​ຮອດ​ຂໍ້​ມູນມ່ານ​ຕາ​ຂອງ​ຜູ້​ຖື,​ເຊິ່ງສາມາດ​ຈຳ​ແນ​ກຖານະ​ຂອງ​ຜູ້​ຖື​ຢ່າງ​ແມ່ນ​ຢຳ​ກວ່າ​ເກົ່າ,ຍົກ​ສັບພະ​ຄຸນ​ດ້ານ​ຄວາມ​ປອດ​ໄພ​ຂອງ​ປັສ​ປໍ​ໃຫ້​ສູງ​ຂຶ້ນ,ປ້ອງ​ກັນ​ບໍ່​ໃຫ້​ກຸ່ມ​ຄົນ​ບໍ່​ດີ​ປອມ​ແປງ​ໄດ້.