ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-10 22:25:33    
ກິນ​ກາ​ເຟ​ເລື້ອຍໆ​ສາມາດ​ປ້ອງ​ກັນ​ມະ​ເຮັງ​ຕັບ

cri

ກິນກາ​ເຟຮ້ອນໆ​ຈອກ​ຫນຶ່ງ​ບໍ່ພຽງ​ແຕ່​ເຮັດ​​ໃຫ້​ຈິດ​ໃຈ​ຊື່ນບານ ມັນ​ຍັງ​ສາມາດປະສິດທິ​ຜົນ​ປ້ອງ​ກັນ​ມະ​​ເຮັງ​ຕັບ.ຫນ່ວຍ​ງານ​ວິທະຍາສາດ​ຫນ່ວຍ​ຫນຶ່ງໄດ້​ຜ່ານ​ຈາກ​ການ​ຄົ້ນ​ຄວ້າ 9 ຫມື່ນ​ກວ່າ​ຄົນ​​ແລ້ວ​ປະກົດ​ເຫັນ​ວ່າ  ຜູ່​ທີ່​ກິນ​ກາ​​ເຟສູ່​ມື້ຫ​ຫຼື​ກິນ​ກາ​ເຟ​ເລື້ອຍໆອັດຕາ​ເປັນ​ມະ​ເຮັງ​ຕັບຈະໆຫນ້ອຍ​ກວ່າ​ຄົນ​ທີ່​ບໍ່​ກິນ​ກາ​ເຟຈັກ​ເທື່ອ 50%


ຕາມ​​ນັກວິທະຍາສາດຄົ້ນຄວ້າ​ກັບ​ກະ​ໂຕ​ສັດສະ​ແດງ​ໃຫ້​ເຫັນ​ວ່າ ກາ​ເຟມີ​ບົດບາດທີ່​ສາມາດ​ຮັກສາ​ຕັບ,​ເຮັດ​ໃຫ້​ຄວາມ​ອັນຕະລາຍ​ທີ່​ຈະ​ເປັນ​ມະ​ເຮັງ​ຕັບ​ຫນ້ອຍ​ລົງ,ພວກ​ເພິ່ນປະກົດ​ເຫັນ​ວ່າ ​ໃນ 10 ປີ​ທີ່​ຜ່ານ​ມາໃນ​ຫມູ່ຄົນ​ທີ່​ບໍ່​ກິນກາ​ເຟຈັກ​ເທື່ອ​ຫຼື​ກິນຫນ້ອຍ​ແຕ່ລະ 1 ​ແສນຄົນ​​ໃດ​ມີ 547.2 ຄົນ​ເປັນມະ​ເຮັງ​ຕັບ,​ເມື່ອ​ທຽບ​ກັນ​ແລ້ວ  ຜູ່ທີ່ກິນ​ກາ​ເຟ​ທຸກ​ມື້ 1 ​ແສນ​ຄົນ​ໃດ​ຜູ່​ເປັນມະ​ເຮັງ​ຕັບ​ມີ​ແຕ່ 214.6 ຄົນ


ນັກຄົ້ນຄວ້າ​ຍັງ​ປະກົດ​ເຫັນ​ວ່າ  ກິນ​ກາ​ເຟມື້​ລະຈອກ​ຫນຶ່ງ​ສອງ​ຈອກ​ຈະ​ຮັກສາ​ຕັບ​ໄດ້,ສ່ວນ​ຜູ່​ທີ່ກິນ​ມື້​ລະ 3  4 ຈອກ​ກໍ​ຍັງ​ຮັກສາ​ໄດ້​ດີ  ​ກາ​ເຟອິນ​ໃນ​ກາ​ເຟຈະ​ເຮັດ​ໃຫ້​ຄົນ​​ຢູ່​ໃນ​ສະພາວະ​ເຄັ່ງ​ຕືງ,ການ​ຄົ້ນ​ຄວ້າ​ອື່ນໆ​ໄດ້ພິສູດວ່າກາ​ເຟອິນ​ຈະ​ເຮັດໃຫ້​ຫຼາຍ​ຄົນຢູ່​ໃນ​ສະພາບລະ​ມັດ​ລະ​ວັງ​. ​ແຕ່ການ​ຄົ້ນຄວ້າ​ຈຳນວນ​ຫນຶ່ງ​ພັດສະ​ແດງ​ໃຫ້​ເຫັນ​ວ່າ ກາ​ເຟອິນ​ຈະ​ເຮັດ​​ໃຫ້​ອາການ​ບາງ​ຢ່າງ​ໃນ​​ໄລຍະ​ຈະ​ຫມົດ​ລະດູຫນັກ​ເຂົ້າ,ຫຼື​ວ່າ​ເ​ເຮັດ​ໃຫ້​ບົດບາດ​ຂ້​າງຄຽງ​ບາງ​ຢ່າງຂອງ​ຢາ​ຕ້ານ​ເຊື້ອ​ແຮງ​ຂຶ້ນ.​ແມ່​ມານ​ໃຊ້​ກາ​ເຟອິນ​ຫຼາຍ​ຍັງ​ຈະ​ພາ​ໃຫ້​ຫຼຸ​ລູກ,​ແຕ່​ຕາມການທົດ​ລອງ​​ກັບ​ໂຕ​ຫນູ ນັກວິທະຍາສາດເຫັນ​ວ່າ, ກາ​ເຟອິນ​​ໃນ​ຄີມ​ຮັກສາ​ຜິວສາມ​າດຫຼຸດ​ຄວາມ​ອັນຕະລາຍທີ່​ຈະ​ເປັນ​ມະ​ເຮັງ​ຜິວຫນັງ  ນາຍ​ຫມໍ​ອາວຸ​ໂສ​ຜູ່​ຫນຶ່ງ​ວິຈານເລື່ອງ​ນີ້​ວ່າ, ​ນີ້​​ແມ່ນ​ການ​ຄົ້ນຄວ້າ​ທີ່​​ເປັນ​ຫນ້າ​ສົນ​​ໃຈ​​ ​ແຕ່​ກໍ່​ເປັນ​ບັນຫາ​ທີ່​ມີ​ການ​ໂຕ້​ຖຽງ​ກັນ


ຕາມ​ສະ​ຖິຕິ ນັກ​ຄົ້ນຄວ້າ​ເຫັນ​ວ່າ ​ການ​ກິນ​ກາ​ເຟ​ເລື້ອຍໆມີ​ສ່ວນ​ພົວພັນ​ທີ່​ສຳຄັນກັບ​ການ​ຫຼຸດ​ຄວາມ​ອັນຕະລາຍທີ່​ຈະ​ປັນ​ມະ​ເຮັງ​ຕັບຫນ້ອຍ​ລົງ,​ແຕ່​ກໍ​ຍັງຕ້ອງ​ກວດ​ສອບ​ຫຼົບ​ໄປ​ຫຼົບ​ມາ​ໃນ​ຫມູ່​ຄົນ​ອື່ນໆ,ນັກ​ຄົ້ນຄວ້າ​ຍັງ​ບໍ່​ທັນ​ຮູ້​ແຈ້ງ​ວ່າ​ເປັນ​ຫຍັງ​ກາ​ເຟຈຶ່ງສາມາດ​ປ້ອງ​ກັນ​ມະ​ເຮັງ​ຕັບ,ຫນ່ວຍ​ງານຄົ້ນຄວ້າ​ດັ່ງກ່າວ​ໄດ້​​ເອົາ​ໃຈ​ໃສ່​ວ່າ,​ໃນ​ກາ​ເຟມີ​ຢາ​ຕ້ານ​ອອກ​ຊີດີ​ເຊີ​ຫຼາຍ,ການ​ທົດ​ລອງ​​ໂຕ​ສັດ​ສະ​ແດງ​ໃຫ້​ເຫັນ​ວ່າ ວັດຖຸ​ປະສົມຊະນິດນີ້​ມີ​ຜົນລະງັບ​​ມະ​ເຮັງ​ຕັບ​ໄດ້.


ຍ້ອນ​ໃນ​ຊາ​ຂຽວມີ​ຢາ​ຕ້ານ​ອອກ​ຊີ​ດີ​ເຊີ​ຕ່າງ​ກັນ​ກັບ​ໃນ​ກາ​ເຟ,​ ​ພວກ​ເຂົາ​​ເຈົ້າຍັງ​ຄົ້ນຄວ້າ​ບົດບາດ​ຂອງ​ຊາ​ຂຽວ​ໃນ​ດ້ານ​ປ້ອງ​ກັນ​ມະ​ເຮັງ​ຕັບ, ພວກ​ເຂົາ​ເຈົ້າ​ປະກົດ​ເຫັນ​ວ່າການ​ກິນ​ນ້ຳ​ຊາ​ຂຽວ​ບໍ່​ມີ​ການ​ພົວພັນຫຍັງ​ກັບ​ການ​ເປັນ​ມະ​ເຮັງ​ຕັບ.ຫນ່ວຍ​ງານ​ດັ່ງກ່າວ​ຍັງກ່າວວ່າ ວັດຖຸ​ອື່ນ​ໆ​ບາງ​ຢ່າງກໍອາດ​ຈະ​ມີ​ບົດບາດ​ປ້ອງ​ກັນ​ມະ​ເຮັງ. ການ​ວິ​ເຄາະ​ປະກົດ​ເຫັນ​ວ່າ ຜູ່​ກິນ​ກາ​ເຟທີ່​ບໍ່​ມີ​ກາ​ເຟມື້​ລະ 2 ຈອກ ອັດຕາ​ເປັນມະ​ເຮັງ​ໄສ້​ສຸດຈະ​ຕ່ຳາກວ່າ​ຜູ່​ອື່ນ 52%