|
|
(GMT+08:00)
2005-03-04 16:19:28
|
|
ກະແສ FTA
cri
Author: sayvanny
ໃນຊູ່ມື້ນີ້ ຢູ່ຈີນ ຜູ່ທີ່ບໍ່ຮູ້ອົງການການຄ້າໂລກນັ້ນແມ່ນຫນ້ອຍທີ່ສຸດ, ກ່ອນເຂົ້າຮ່ວມອົງການການຄ້າໂລກ,ຈີນໄດ້ປະສົບກັບສິ່ງຕ່າງໆນາໆ, ໃນຂະບວນການເຂົ້າຮ່ວມອົງການການຄ້າໂລກ,ກໍ່ປະຈັກຕາຄົນທີ່ສຸດ, ພາຍ ຫລັງເຂົ້າຮ່ວມອົງການການຄ້າໂລກແລ້ວ,ກໍ່ເຕັມໄປດ້ວຍພະລັງຊີວິດ,ປະຈຸບັນ ຈີນພວມປະສົບການທ້າທາຍແລະກາລະໂອກາດຍ້ອນການເຂົ້າຮ່ວມອົງການການຄ້າໂລກ.
ແຕ່ວ່າເຂົ້າຮ່ວມອົງການການຄ້າໂລກແລ້ວກໍ່ບໍ່ໄດ້ຫມາຍຄວາມວ່າທຸກສິ່ງທຸກຢ່າງຈະດຳເດີນໄປຢ່າງລຸລ່ວງ, ກະໂຕອົງການການຄ້າໂລກກໍ່ມີຂໍ້ຂາດຕົກຜົກຜ່ອງຈຳນວນຫນຶ່ງ.ຕົວຢ່າງຄື:ບົດບັນທຶກຄວາມເຫັນໃຈກັນກ່ຽວກັບຫລັກເກນແລະລະບຽບການແຫ່ງການແກ້ໄຂການວິວາດກັນທີ່ຕົກລົງກັນສຸດທ້າຍໃນການເຈລະຈາຮອບອຸຍລຸຍກວາຍນັ້ນຂາດຂໍ້ມາດຕາທີ່ສົມຄູ່ກັນກ່ຽວກັບນະໂຍບາຍການແກ່ງແຍ່ງແລະມາດຖານແຮງງານ, ໃນເວລາເກີດການວິວາດກັນໃນສອງດ້ານນີ້ກໍ່ຈະບໍ່ມີກົດ ຫມາຍທີ່ອີງອາໃສໄດ້, ແລະຍາກທີ່ຈະຕັດສິນຢ່າງທ່ຽງທຳ. ຕົວຢ່າງຫນຶ່ງອີກ:ໄລຍະເວລາປະຕິບັດການຮ້ອງຟ້ອງດົນໂພດ,ເຖິງຈະແມ່ນໄດ້ທຳການຕັດສິນຢ່າງທ່ຽງທຳໃນທີ່ສຸດ, ປະເທດທີ່ຮ້ອງຟ້ອງກໍ່ອາດຈະປະສົບຄວາມເສຍຫາຍຢ່າງສາຫັດແລະຕາບຈູນຍາກ. ໂດຍສະເພາະແມ່ນກອງປະຊຸມສອງເທື່ອຫລ້າສຸດຂອງອົງການການຄ້າໂລກ ຄື ກອງປະຊຸມໂດຮາແລະກອງປະຊຸມກັນກຸນ,ຂອບລະບອບການຄ້າຫລາຍຝ່າຍໄດ້ປະສົບຄວາມຫລົ້ມເຫລວ.
ຕໍ່ບັນຫານີ້, ທ່າແຮງຂອງ FTA ກໍ່ໄດ້ພົ້ນເດັ່ນອອກ.ບັນດາປະເທດລ້ວນແຕ່ເຫັນວ່າ, ການເຈລະຈາຫລາຍຝ່າຍໃນສະເພາະນຫ້ານີ້ໄດ້ຮັບຄວາມຄືບຫນ້າຍາກ, ເລີຍພາກັນງ່ຽງໄປສູ່ FTA. ໃນ FTA ຈຳນວນຫລວງຫລາຍໃນໂລກປະຈຸບັນ,ເຂດການຄ້າເສລີທະວີບອາເມລິກາເຫນືອ(NAFTA) ແລະສະຫະພາບເອີລົບມີຂະຫນາດເສດຖະກິດໃຫຍ່ກວ່າຫມູ່ ມີປະເທດສະມາຊິກພັດທະນາຫລາຍກວ່າຫມູ່ແລະກວມໂກຕາການຄ້າໂລກຫລາຍກວ່າຫມູ່.ບໍ່ພຽງແຕ່ເປັນແນວນີ້ທໍ່ນັ້ນ, ແຜນການຂະຫຍາຍNAFTAໃຫ້ເປັນເຂດການຄ້າເສລີກວມທົ່ວເຂດທະວີບອາເມລິການັ້ນໄດ້ເລີ່ມປະຕິບັດແລ້ວ, ສະຫະພາບເອີລົບກໍ່ຂ້ຽວເລັ່ງຂະຫຍາຍໄປສູ່ທິດຕາເວັນອອກ.
ໃນບົດລາຍງານປະຈຳປີຂອງທ່ານສຸພາໄຊ.ພານິດສະພັກ ຜູ່ອຳນວຍການໃຫຍ່ອົງການການຄ້າໂລກທີ່ກ່າວໃນວັນທີ 16 ທັນວາປີ 2004 ໄດ້ກ່າວວ່າ, ອີງຕາມສະຖິຕິຂອງອົງການການຄ້າໂລກ,ນັບມາຮອດປີ 2004, ສັນຍາການຄ້າພາກພື້ນ ເຊິ່ງລວມທັງ FTA ແລະສັນຍາການຄ້າການບໍລິການເປັນຕົ້ນລວມມີ 206 ສະບັບ, ຍັງມີອີກ 30 ສະບັບພວມຄອຍຖ້າການເກີດມີຜົນບັງຄັບໃຊ້,ມີປະມານ 60 ສະບັບພວມເຈລະຈາກັນຢູ່, ຄາດວ່າໃນປີ 2005 ຈະບັນລຸ 300 ສະບັບ.
ກ່ອນເຂົ້າຮ່ວມອົງການການຄ້າໂລກ, ຜູ່ນຳຈີນກໍ່ໄດ້ເຫັນແຈ້ງແລ້ວວ່າ, ອົງການການຄ້າໂລກບໍ່ແມ່ນກະແຈອະເນກປະສົງ,ໂດຍປະເຊີນກັບກະແສພັດທະນາແຫ່ງເສດຖະກິດໂລກາວິວັດແລະເສດຖະກິດພາກພື້ນເຊື່ອມໂຍງເຂົ້າເປັນເອກະພົບດຽວ, ຈີນບໍ່ພຽງແຕ່ຕ້ອງເຂົ້າຮ່ວມວົງຄະນະຍາດອົງການການຄ້າໂລກທໍ່ນັ້ນ,ຫາກຍັງຕ້ອງມີການປະພຶດໃນເສດຖະກິດພາກພື້ນເຊື່ອມໂຍງເຂົ້າເປັນເອກະພົບດຽວອີກດ້ວຍ.ໃນໄລຍະຍາວນານສົມຄວນຂ້າງຫນ້ານີ້, ເສດຖະກິດໂລກາວິວັດແລະເສດຖະກິດພາກພື້ນເຊື່ອມໂຍງເຂົ້າເປັນເອກະພົບດຽວຈະກາຍເປັນປັດໄຈຕົ້ນຕໍແລະກະແສສຳຄັນໃນການປ່ຽນແປງຂອງສະຖານະພາບເສດຖະກິດໂລກ.
|
|
|