ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-04 17:03:14    
ຄວາມ​ຮູ້​ກິນ​ໄຂ່​ໄກ່​ຂອງ​ຄົນ​ເຈັບ

cri

ໄຂ່​ໄກ່​ແມ່ນ​ອາຫານ​ທີ່​ມີ​ທາດ​ບຳລຸງ​ຫຼາຍ,ກິນ​ໄຂ່​​ໄກ່​ເລື້ອຍໆ​ມີ​ຜົນ​ດີ​ຕໍ່​ສຸຂະພາບ​ຄົນ​ເຮົາ; ​ແຕ່​ວ່າ,​ເວົ້າສຳລັບ​ຜູ້​ເປັນ​ພະຍາດ​ແລ້ວ,ສະພາບ​ຈະສັບສົນ​ແດ່,ຈຶ່ງ​ຕ້ອງ​ເບິ່ງ​ວ່າ​ເປັນ​ພະຍາດຫຍັງ?

ທຳ​ມະ​ດາ​ແລ້ວ,​ຜູ້​ເປັນ​ພະຍາດ​ສາຍ​ເລືອດ​ແດງ​​ເປັນ​ກະດັນ​ແລະ​ພະຍາດຫົວ​ໃຈ​ໂຄ​ໂລ​ນາ​ໃນ​ເລືອດ,ຈະ​ມີ​ໂກ​ເລ​ສະ​​ເຕລອນຫຼາຍ​ແດ່,ສະນັ້ນ ບາງຄົນ​ຈຶ່ງ​ຢ້ານ​ ​ໂກ​ເລ​ສະ​ເຕລອນ,ຢ້ານ​ກິນ​ໄຂ່​​ໄກ່,​ໂດຍ​ສະ​ເພາະຖືວ່າ,​​ໄຂ່​ແດງ​ຈະ​​ເຮັດ​ໃຫ້​​ເສັ້ນ​ເລືອດ​ແດງ​​ໜາ​ແລະ​ຫົດ​ຍື່ດໜ້ອຍ​ລົງ,ທີ່​ຈິງ​ແລ້ວ,ຄວາມ​ຢ້ານ​ແນວ​ນີ້ແມ່ນ​ບໍ່​ຈຳ​ເປັນ.

ນັກປາດຫຼາຍຄົນ​ເຫັນ​ວ່າ,ການ​ກິນ​ໄຂ່​ແດງ​ບໍ່​ພຽງ​ແຕ່​ບໍ່​ມີ​ຜົນ​ຮ້າຍ​ຫຍັງ,ຫາກ​ຍັງ​ມີ​ບົດບາດ​ຮັກສາ​ລະບົບ​​ເສັ້ນ​ເລືອດ​ຫົວ​ໃຈອັນ​ພິ​ເສດ​ອີກ​ຊ້ຳ. ​ໄຂມັນ​ເລ​ຊີ​ຕິນໃນ​ໄຂ່​ແດງ​ມີ​ບົດບາດ​ສຳຄັນ​ຕໍ່​ການ​ໝູນວຽນ​ແລະ​ການ​ຂັບ​ຖ່າຍ​ຂອງໄຂມັນ. ​ໄຂມັນ​ເລ​ຊີ​ຕິນ​ແມ່ນ​ຢານ້ຳນົມ​ທີ່​ແຮງ​ທີ່​ສຸດ​ຊະນິດ​ໜຶ່ງ,ສາມາດ​ເຮັດ​ໃຫ້​ໂກ​ເລ​ສະ​ເຕລອນ​ແລະ​ໄຂມັນ​ກາຍ​ເປັນ​ເມັດ​ທີ່​ນ້ອຍ​ທີ່​ສຸດ,​ແລ້ວ​ຜ່ານຝາ​ສາຍ​ເລືອດ,ຖືກ​​ເນື້ອເຍື້ອ​ໃນ​ຮ່າງກາຍ​ນຳ​ໃຊ້,ບໍ່ຫ່ອນ​ຈະ​ເພີ່ມ​ຄວາມ​ເຂັ້ມຂຸ້ນ​ຂອງ​ໂກ​ເລ​ສະ​ເຕລອນ​ໃນ​ເລືອດ. ສະນັ້ນ ວົງ​ການ​ແພດສາດ​ຂອງຫຼາຍປະ​ເທດ​ພັດທະນາ​ໄດ້​ຍົກ​ເລີກ​ຄຳ​ສັ່ງ​ຫ້າມ​ບໍ່​ໃຫ້ຜູ້​ເປັນ​ພະຍາດຫົວ​ໃຈ,ສະໝອງ​ແລະ​ສາຍ​ເລືອດກິນ​ໄຂ່​ໄກ່. ໝາຍ​ຄວາມ​ວ່າ,​ກິນ​ໄຂ່​ໄກ່​ມື້​ລະໜ່ວຍ 2 ໜ່ວຍ,​ເພີ່ມຄວາມ​ຕ້ອງການ​ໂປຼຕິນຄຸນ​ນະພາ​ບດີ​ໃຫ້​ຮ່າງກາຍ,​ແມ່ນ​ມີ​ຜົນ​ດີ​ຢ່າງ​​ແນ່ນອນ.

​ໃນ​ວຽກ​ງານ​ປິ່ນ​ປົວ​ພະຍາດ,ມັກ​ມີ​ຜູ້ເປັນ​ໜີ້ວ​ໃນຖົງ​ບີ​ເວົ້າວ່າ,ກິນ​ໄຂ່​ໄກ່​ບໍ່​ໄດ້,ກິນ​ແລ້ວ​​ເຈັບທ້ອງ. ນີ້​ແມ່ນ​ຍ້ອນວ່າ​ໜີ້​ວ​ໃນ​ຖົງ​ບີ​ກະຕຸກ​​ແບບ​ຊຳ​ເຮື້ອ​ມາ​ຍາວ​ນານ,ບວກ​ກັບ​ນ້ຳບີ​ບໍ່​ລຸ​ລ່ວງ,ຝາ​​ຖົງ​ບີ​ຄ່ອຍໆ​ແກ່​ແລະ​ໜາ​ຂຶ້ນ,ສັບພະ​ຄຸນ​ຫົດ​ຍືດຂອງ​ຖົງ​ບີ​ນັບ​ມື້​ນັບ​​ເສື່ອ​ມລົງ,ຖ້າ​ຄົນ​ເຈັບ​ກິນ​ອາຫານ​ທີ່​ມີ​ໂປຼຕິນສູງ​ແລະ​​ເມືອກມັນ​,​ໃນ​ລຳ​ໄສ້ມີ​ສານ​ຫົດ​ຍືດຖົງ​ບີ​ຊຶມ​ອອກ​ຫຼາຍ,ມັນ​ກໍບັງຄັບ​ໃຫ້​ຖົງ​ບີ​ທີ່​ເປັນ​ພະຍາດ​ນັ້ນ​ເຮັດ​ວຽກ​ເກີນ​ຄວາມ​ສາມາດ,ສະນັ້ນ ຈຶ່ງ​ປະກົດ​ມີ​ອາການ​ທີ່​ຍື່ງທ້ອງ,​ເຈັບທ້ອງ,ປວດຮາກ,​ເບື່ອ​ໜ່າຍ​ຂອງມັນ​ເປັນຕົ້ນ. ​ແຕ່​ວ່າການ​ຈຳກັດ​ອາຫານ​ມັນບໍ່​ໝາຍ​ຄວາມ​ວ່າ​ກິນ​ໄຂ່​ໄກ່​ບໍ່​ໄດ້,ຖ້າ​ປ່ຽນ​ວິທີ​ປຸງ​ແຕ່ງ,​ເຊັ່ນ​ຕົ້ມ​ໄຂ່​ໄກ່,​ແກງ​ໄຂ່​ໄກ່,ໜື້ງ​ໄຂ່​ໄກ່​ເປັນຕົ້ນ​ແມ່ນ​ກິນ​ໄດ້. ຖ້າ​ຄົນ​ເຈັບ​ທີ່​ເປັນ​ໜີ້ວ​ຖົງ​ບີ​ກິນ​ໄຂ່​ໄກ່ໜ້ອຍ​ໜຶ່ງ,ກໍ​ຈະ​ໄດ້​ຮັບ​ທາດ​ບຳລຸງ,ທັງບໍ່ພາ​ໃຫ້​ຖົງ​ບີ​ເຈັບປັ້ນ,ກະຕຸກ​ຖົງ​ບີ​ເທົ່າ​ທີ່​ຄວນ,​ໃຫ້​ຖົງ​ບີລະບາຍ​ນ້ຳບີ​ຢ່າງ​ທັນ​ການ,ປ້ອງ​ກັນ​ບໍ່​ໃຫ້​ນ້ຳບີ​ອັ່ງ​ອໍ,ກາຍ​ເປັນ​ໜີ້ວ.

ມີ​ຫຼາຍຄົນ​ຄຶດ​ວ່າ,ຄົນຖອກທ້ອງ​ອາດ​ຈະເສຍ​​ທາດ​ບຳລຸງ​​ໄປຫຼາຍ,ຈຶ່ງ​ຫາ​ວິທີ​ ​ບຳລຸງ​ຮ່າງກາຍ,ກິນ​ໄຂ່​ໄກ່​ຢ່າງຫຼວງຫຼາຍ. ທີ່​ຈິງ​ແລ້ວ,​ເຮັດ​ແນວ​ນີ້​​ແມ່ນບໍ່​ຖືກ. ສຳລັບ​ຜູ້​ທີ່​ຖອກທ້ອງ,ຍ້ອນ​ວ່າ​ນ້ຳຍ່ອຍ​ອາຫານໃນ​ຮ່າງກາຍ​ຊຶມ​ອອກ​ໜ້ອຍ​ລົງ,​ແຟັກ​ມັງ​ຍ່ອຍ​ອາຫານຫຼຸດໜ້ອຍ​ລົງ,​ໄຂມັນ,​ໂປຼຕິນ​ແລະ​ຮີ​ດັຼດ​ເດີ​ກາກ​ບອນ​ຂັບຖ່າຍ​ຜິດ​ປົກກະຕິ,​ລຳ​ໄສ້ຄັ້ນຮູດ​ແຮງ​ຂຶ້ນ​ແລະ​ສັບພະ​ຄຸນຮັບ​ເອົາ​ທາດ​ບຳລຸງ​ກໍຖືກ​ກະທົບກະ​ເທືອ​ນ,ສັບພະ​ຄຸນ​​ຮັບ​​ເອົານ້ຳ​ແລະ​ທາດ​ບຳລຸງ​ຂອງໄສ້ອ່ອນຜິດ​ປົກກະຕິ,ສະນັ້ນ,ທາດ​ບຳລຸງ​ຫຼວງຫຼາຍທີ່​ກິນ​ເຂົ້າ​ໄປ​ຈຶ່ງຖືກ​ລະບາຍ​ອອກ​​ຜ່ານທໍ່ຍ່ອຍ​ອາຫານ​ເສຍ​ໄປ​ລ້າໆ. ​ການ​ກິນ​ໄຂ່​ໄກ່ຫຼາຍໃນ​ໄລຍະ​ນີ້ບໍ່​ພຽງ​ແຕ່​ບໍ່​ສາມາດບຳລຸງ​ຮ່າງກາຍ,ກົງກັນຂ້າມ,ຍັງ​ຈະພາ​ໃຫ້​ອາການ​ໜັກ​​ເຂົ້າຕື່ມ​ອີກຊ້ຳ. ສະນັ້ນ ​ໃນ​ໄລຍະ​ຖອກທ້ອງ,ຈຶ່ງ​ບໍ່​ຄວນ​ກິນ​ໄຂ່​ໄກ່.

ນອກ​ນີ້ ຜູ້​ເປັນ​ໄຂ້​ກິນ​ໄຂ່​ໄກ່​ກໍຕ້ອງ​ລະວັງ. ​ໄຂ່​ໄກ່ຕົ້ນຕໍ​ມີ​ໂປຼຕິນ​ໄຂ່​ແລະ​ໂປ​ຕຼິນ​ເມັດ​ໄຂ່,​ແມ່ນ​ໂປຼຕິນສົມບູນ​ຊະນິດ​ໜຶ່ງ,99,7% ຮ່າງກາຍ​ຮັບ​ເອົາ​ໄດ້. ​ກິນ​ແລ້ວ,ຈະ​ມີ​ກາ​ໂລ​ລີ​​ເກີດ​ຂຶ້ນຕ່າງຫາກ,​ກາ​ໂລ​ລີ​ສ່ວນ​ນີ້​ສູງ​​ເຖິງ​ 30%. ຄົນ​ເຈັບ​ທີ່​ຖື​ຄີງ​ໄຂ້,​ໂດຍ​ສະ​ເພາະ​ແມ່ນ​ເດັກນ້ອຍ​ກິນ​ໄຂ່​ໄກ່​ຈະ​ເພີ່ມ​ຄວາມ​ຮ້ອນ​ໃນ​ຮ່າງກາຍ​,ອາດ​ຈະ​ເຮັດ​ໃຫ້​ເປັນ​ໄຂ້​ໜັກ​​ເຂົ້າ. ສະນັ້ນ ຄົນ​ເຈັບ​ທີ່​ຖື​ຄີງ​ໄຂ້​ຈຶ່ງບໍ່​ຄວນ​ກິນ​ໄຂ່​ໄກ່,ຄວນ​ດື່ມ​ນ້ຳ​ແລະ​ເຄື່ອງ​ດື່ມ​ທີ່​ມີ​ເກືອ​ໃຫ້ຫຼາຍ,ກິນ​ຜັກ​ແລະ​ໝາກ​ໄມ້​ສົດ​ໃຫ້ຫຼາຍ,ຢ່າກິນ​ອາຫານ​ທີ່​ມີ​ໂປຼຕິນຫຼາຍ. ​ເມື່ອ​ເຊົາ​ໄຂ້​ແລ້ວ​ຈຶ່ງ​ກິນ​.