|
![](/images/spacer.gif) |
(GMT+08:00)
2005-03-04 18:33:46
|
ວິສາຫະກິດຈີນຕັ້ງຫນ້າບໍລິຈາກວັດຖຸປິ່ນປົວໃຫ້ໂຮງຫມໍອິນໂດເນເຊຍ
cri
Author: sayvanny
ຕາມຂ່າວຈາກຫນັງສືພິມຊິນຈິ່ງປ້າວ:ຫວ່າງມໍ່ໆນີ້ ໂຮງງານ 10 ກວ່າຫລັງຂອງຈີນໄດ້ຕັ້ງຫນ້າຕອບສະຫນອງຄວາມຮຽກຮ້ອງຂອງສະມາຄົມພະແນກກະດູກຈີນ, ໄດ້ບໍລິຈາກວັດຖຸປິ່ນປົວທີ່ມີມູນຄ່າ 2 ລ້ານຢວນໃຫ້ໂຮງຫມໍທີ່ຖືກທຳລາຍໃນຄື້ນສູນາມີມະຫາສະຫມຸດອິນເດຍ.
ຕາມຫນັງສືພິມຊິນຈິ່ງປ້າວສະບັບວັນທີ 4 ລາຍງານວ່າ, ຕົ້ນເດືອນແລ້ວນີ້, ສະມາຄົມພະແນກກະດູກມາເລເຊຍໄດ້ຝາກຈົດຫມາຍມາຂໍຄວາມຊ່ອຍເຫລືອນຳຜູ່ຊ່ຽວຊານພະແນກກະດູກຈີນຜູ່ຫນຶ່ງ, ຫວັງໃຫ້ວົງການແພດສາດແລະຢຸກຢາຂອງຈີນຊ່ອຍສ້າງສາໂຮງຫມໍຫລວງຫລັງຫນຶ່ງຢູ່ບານດາອາເຈະ ເຂດປະສົບໄພຫນັກຫນ່ວງຂອງອິນໂດເນເຊຍ.
|
|
|