ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-04 20:56:26    
ໂຮງ​ແຮມ​ຊັ້ນ​ດາວ​ເທິງ​ພະຈັນ

cri Author: mengmeng
ການ​ໄປ​ທ່ຽວ​ອະ​ວະ​ກາດ​ແມ່ນຄວາມ​ໃຝ່ຝັນ​ຂອງ​ມວນ​ມະນຸດ​ຕະຫຼອດມາ,ປະຈຸ​ບັນ,ຄວາມ​ໃຝ່ຝັນ​ດັ່ງກ່າວ​ພວມ​ກາຍ​ເປັນຄວາມ​ຈິງ​ເປັນ​ກ້າວໆ,ດຽວ​ນີ້,ພວກ​ເຮົາ​ມີ​ແຕ່​ສາມາດ​ໄປ​ທ່ຽວ​ສະຖານີ​ອະວະກາດ​ທໍ່​ນັ້ນ,​ໃນ​ອະນາຄົດ​ທີ່​ບໍ່ດົນ,ມື້​ໃດ​ມື້ຫນຶ່ງ​ພວກ​ເຮົາ​ອາດ​ຈະ​ໄດ້​ໄປ​ທ່ຽວ​ເທິງ​ພະຈັນ​ແລະ​ພັກ​ຢູ່​ໂຮງ​ແຮມ​ຊັ້ນດາວ​ຢູ່​ເທິງ​ພະຈັນ

ການ​ໄປ​ທ່ຽວ​ອະວະກາດ​ຢ່າງ​ຖາວອນ​ຫຼາຍກວ່າ,ຄັນຊັ້ນ,ຈຸດປະສົງ​ຂອງ​ມະນຸດ​ທີ່​ຢາກ​ໄປ​ຢູ່​ອະວະກາດ​ນັ້ນ​ແມ່ນ​ຫຍັງ?ວາລະສານ​ສະ​ເປສ໌ຂອງ​ອາ​ເມ​ລິ​ກາ​ເຄີຍ​ໃຫ້​ເຫດຜົນ 1​ ຂໍ້​ດັ່ງ​ຕໍ່​ໄປ​ນີ້​ຄື:1 ຮັບປະກັນ​ຊີວິດ​ຂອງ​ມະນຸດ​ໃນ​ອະນາຄົດ,2 ບຸກ​ເບີກ​ຂົງ​ເຂດ​ໃຫມ່,3 ຊອກ​ຫາ​ພະລັງງານ​ໃຫມ່,4 ສ້າງ​ແຫ່ຼງອຸດສາຫະກຳ​ຢູ່​ໂລກ​ພະຈັນ​5 ສັງ​ເກດ​ຈັກກະວານ​ໃນ​ຂອບ​ເຂດ​ກວ້າງຂວາງ​ກວ່າ​ເກົ່າ​ແລະ​ຍິ່ງ​ຊັດ​ເຈນ​ກວ່າ​ເກົ່າ​6 ຊຸກ​ຍູ້​ແຜນການ​ທີ່​ຫມາຍ​ຈະ​ຕິດ​ຕໍ່ພົວພັນ​ກັບ​ຊີວິດ​ທີ່​ມີ​ສະຕິ​ປັນຍາ​ຢູ່​ເທິງ​ດາວ​ອື່ນໆ, 7 ບຸກ​ເບີກ​ບໍ່​ແຮ່ 8 ຮ່ຳຮຽນ​ປະຫວັດສາດ​ຂອງ​ໂລກ​ຈັກກະວານ​ພວກ​ເຮົາ​ບົນ​ໂລກ​ພະຈັນ,9 ຊອກ​ຫາ​ສິ່ງ​ແວດ​ລ້ອມ​ທີ່​ຍິ່ງ​ດີ​ເດັ່ນ 10 ຕ້ອນຮັບ​ການ​ທ້າຍ​ທາຍ​ໃຫມ່.

​ແມ່ນ​ແທ້,​ເຫດຜົນ​ເຫຼົ່ານີ້​ບໍ່​ໄດ້​ຜິດ​ຈັກ​ເມັດ,ດຽວ​ນີ້,ມີ​ສະຖາປະນິກ​ຂອງ​ໂຮ​ນລັງ​ຜູ່​ຫນຶ່ງ​ໄດ້​ຄຶດ​ໄກ​ກວ່າ​ຂະ​ແຫນງ​ການ​ຕົກລົງ​ນະ​ໂຍບາຍ​ຂອງ​ກົມ​ການບິນ​ອະວະ​ກາດ​ແຫ່ງ​ຊາດ​ອາ​ເມ​ລິ​ກາ​ຄື:ຫລັງ​ຈາກ​ໄດ້​ບາກ​ບັ່ນ​ສູ້​ຊົນ​ເພື່ອ​ອະນາຄົດ​ຂອງ​ມະນຸດ​ຈົນ​ຂີ້​ຝຸ່ນ​ຕິດ​ເຕັມ​ໂຕ​ຢູ່​ເທິງ​ໂລກ​ພະຈັນ​ມາ​ມື້ຫນຶ່ງ​ແລ້ວ,ຄົນ​ທັງຫຼາຍ​ແນ່ນອນ​ຍ່ອມ​ຄຶດ​ຢາກ​ຊອກ​ບ່ອນ​ພັກຜ່ອນ​ທີ່​ສະບາຍໆ,ດັ່ງນັ້ນ,ສະຖາປະນິກ​ຜູ່​ນີ້​ໄດ້​ອອກ​ແບບ​ໂຮງ​ແຮມ​ຊັ້ນດາວ​ຢູ່​ເທິງ​ໂລກ​ພະຈັນ.

ສະຖາປະນິກ​ຜູ່​ນີ້​ຊື່ວ່າ​ຮານ​ສ໌ ​ໂຢ​ແກນ ​ໂລມ​ເບີກ,ຮຽນ​ຈົບ​ຢູ່​ສະ​ຖາ​ບັນ​ສະຖາປັດ​ຕະຍະ​ກຳ​ໂລ​ແຕກ​ດາມ ​ໂຮ​ນລັງ.ປັດຈຸ​ບັນ,ບ່ອນ​ສ້າງ​ໂຮງ​ແຮມ​ຊັ້ນດາວ​ຢູ່​ໂລກ​ພະຈັນ​ຂອງ​ທ່ານ​ໄດ້​ສົມມຸດ​ຕັ້ງຢູ່​ພູ​ເຈົ້າຊາຍ​ທີ່​ເປັນ​ຮູບ​ວົງ​ກົມ,​ເຊິ່ງ​ເປັນ​ບ່ອນ​ດິນ​ຕ່ຳແຫ່ງ​ຫນຶ່ງ​ໃກ້​ຮ່ອມ​ພູ​ສະ​ໂລ​ເດີ ຢູ່​ເທິງ​ຜີວ​ໂລກ​ພະຈັນ.​ເຄຫະ​ສະຖານ​ຫລັງ​ນີ້​ຈະ​ປະກອບ​ດ້ວຍ​ຕຶກ​ສອງ​ຫລັງ,​ແຕ່​ລະ​ຫລັງ​ສູງ 160 ​ແມັດ,​ແຕ່​ວ່າ,ດຽ​ວນີ້,ຍັງ​ບໍ່​ຕ້ອງ​ຟ້າວ​ໄປ​ຈອງ​ຫ້ອງ​ນອນ​ກ່ອນ,ຖ້າ​ທຸກ​ສິ່ງ​ທຸກ​ຢ່າງ​ດຳ​ເນີນ​​ໄປ​ຢ່າງ​ສະດວກ,ກໍ​ຕ້ອງ​ຮອດ​ປີ 2050 ພຸ້ນ ​ໂຮງ​ແຮມ​ຫລັງ​ນີ້​ຈຶ່ງ​ຈະ​ສ້າງ​ສຳ​ເລັດ.

​ເວົ້າສຳລັບ​ສະຖາປະນິກ​ທຳ​ມະ​ດາ​ແລ້ວ,ການ​ອອກ​ແບບ​ສ້າງ​ໂຮງ​ແຮມ​ຢູ່​ເທິງ​ໂລກ​ພະຈັນ​ແມ່ນ​ມີ​ຄວາມ​ຫຍຸ້ງຍາກ​ຫຼາຍຢ່າງ​ທາງ​ດ້ານ​ເຕັກນິກ​ແທ້,ອົງ​ປະກອບຂອງ​ໂຮງ​ແຮມ​ຫລັງ​ນີ້,ນອກຈາກ​ຕ້ອງ​ໄດ້ຕາມ​ມາດຖານ​ນຳ​ໃຊ້​ຕົວ​ຈິງ​ບົນ​ຫນ່ວຍ​ໂລກ​ແລ້ວ,ຍັງ​ຕ້ອງ​ຫມູ​ນເດີນ​ເປັນ​ປົກກະຕິ ​ໃນ​ອຸນຫະພູມ​ທີ່​ຫຼຸດລື່ນ​ກັນ​ລະຫວ່າງ​ກາງ​ເວັນ​ກັບກາງຄືນ​ແລະ​ໃນ​ສິ່ງ​ແວດລ້ອມ​ທີ່​ປອດ​ອາກາດ​ເທິງ​ດວງ​ຈັນ, ​ສາມາດ​ຕ້ານທານ​ການ​ເຊື່ອມ​ກັດ​ຂອງ​ລັງສີ​ຈັກກະວານ,ຍ້ອນ​ວ່າ​ຫນ່ວຍ​ໂລກ​ມີ​ແຕ່​ປາກົດ​ຕົວຢູ່​ເບື້ອງ​ຫນຶ່ງ​ຂອງ​ທ້ອງຟ້າ​ດວງ​ຈັນ,ສະນັ້ນ,ບັນຫາ​ໂຮງ​ແຮມ​ຫັນ​ໄປ​ສູ່​ທິດ​ໃດ​ກໍ​ແມ່ນ​ເລື່ອງ​ສຳຄັນ​ທີ່​ສຸດ,ຄວາມ​ເຫັນ​ຂອງ​ທ່ານ​ຮານ​ສ໌-​ໂຢ​ແກນ,​ແມ່ນ​ຜູ່​ທ່ອງ​ທ່ຽວ​ທີ່​ຈາກ​ຫນ່ວຍ​ໂລກ​ມາ​ໄກ​ແສນ​ໄກ,ຕ້ອງ​ໃຫ້​ພວກ​ເຂົາ​ເຈົ້າມອງ​ເຫັນ​ບ້ານ​ຂອງ​ຕົນ​ຢູ່​ທຸກ​ເວລາ​ນີ້,ຈະ​ເປັນ​ການ​ປະ​ໂລມ​ໃຈ​ທີ່​ບັງ​ເກີດ​ຜົນ​ຊະນິດ​ຫນຶ່ງ.

ນອກຈາກການ​ຈຳກັດ​ທີ່​ກ່າວ​ມາຂ້າງ​ເທິງ​ນີ້​ແລ້ວ,ການ​ປຸກ​ເຮືອນ​ຢູ່​ບ່ອນ​ທີ່​ມີ​​ແຮງ​ຖ່ວງ​ພຽງ 1 ສ່ວນ 6 ຂອງ​ຜິວ​ໂລກ​ນັ້ນ​ແມ່ນ​ຄວາມ​ຝັກ​ໄຝ່ຂອງ​ສະຖາປະນິກ​ທຸກ​ຄົນ,ອົງປະກອບ​ເຄຫະ​ສະຖານ​ທີ່​ສ້າງ​ບໍ່​ໄດ້​ບົນ​ຫນ່ວຍ​ໂລກ​ນັ້ນ,ຈະ​ເປັນ​ເລື່ອງ​ງ່າຍດາຍ​ທີ່​ສຸດ​ຢູ່​ເທິງ​ໂລກ​ພະຈັນ,​ເຖິງ​ວ່າການ​ຂົນ​ສົ່ງ​ອຸປະ​ກອນ​ກໍ່ສ້າງ​ຈາກ​ຫນ່ວຍ​ໂລກ​ໄປ​ສູ່​ດວງ​ຈັນ​ແພງ​ເຫຼືອ​ເກີນ​ກໍ​ຕາມ,​ແຕ່​ທີ່​ຈິງ​ແລ້ວ,ບໍ່​ຈ່ານ​ທີ່​ມີ​ໄວ້​ໃຕ້​ດິນ​ດວງ​ຈັນ​ທີ່​ຮູ້​ແລ້ວນັ້ນ,ກໍ​ພໍ​ທີ່​ຈະ​ໃຊ້​ມາ​ສ້າງ​ເຄຫະ​ສະຖານ​ສ່ວນ​ໃຫຍ່​ຂອງ​ໂຮງ​ແຮມ​ແລ້ວ.

​ເມື່ອ​ລົງ​ຈອດ​ແທ່ນ​ເທິງ​ໂລກ​ພະຈັນ,ຜູ່​ທ່ອງ​ທ່ຽວ​ກໍ​ຈະ​ໄດ້​ຂີ່​ລົດ​ພະຈັນ​ໄປ​ໂຮງ​ແຮມ,​ໂຮງ​ແຮມບັນ​ຈຸ​ຜູ່​ທ່ອງ​ທ່ຽວ​ໄດ້​ເກືອບ 200 ຄົນ​ແລະ​ພະນັກງານ​ເກືອບ 200 ຄົນ​ພະນັກງານ​ໂຮງ​ແຮມ​ພັກ​ຢູ່​ໃຕ້​ດິນ​ພະຈັນ,​ເພື່ອ​ຫຼົບຫຼີກການ​​ແຜ່​ລັງສີ​ທີ່​ອາດ​ເກີດ​ຂຶ້ນຍ້ອນ​ເຮັດ​ວຽກ​ດົນ,ສິ່ງ​ກໍ່ສ້າງ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ໂຮງ​ແຮມ​ກໍ​ດີ​ຫຼາຍ,

1  2