ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-04 21:07:47    
ຜູ້​ຊ່ຽວ​ຊານ​ຈີນ​ແລະ​ຕ່າງ​ປະ​ເທດ​ຕີ​ລາ​ຄາ​​ໃນ​ລະ​ດັບ​ສູງ​ຕໍ່​ການ​ປະ​ກອບ​ສ່ວນ​ຂອງ​ສະ​ຖາ​ນີ​ສັນ​ຕິ​ພາບ

cri Author: mengmeng
ໃນ 15 ປີ​ມາ​ນີ້,ສະຖານີ​ອະວະກາດ​ສັນຕິພາບ​ໄດ້​ສ້າງ​ຜົນງານ​ອັນ​ດີ​ເລີດ​ຊ້ຳ​ແລ້ວ​ຊ້ຳອີກ,​ເຮັດ​ໃຫ້​ມະນຸດ​ມີ​ຄວາມ​ຈູບ​ຈ້າວ​ຢ່າງ​ລົ້ນ​ເຫຼືອ​ໃນ​ການ​ຊອກ​ຄົນອະວະກາດ,

ວັນ​ທີ 23 ມີນາ​ປີ 2001,ສະຖານີ​ສັນຕິພາບ​ໄດ້​ຕົກລົງ​ສູ່​ມະຫາ​ສະຫມຸດ​ຢ່າງ​ປອດ​ໄພ,ສະຖານີ​ອະວະກາດ​ສັນຕິພາບ​ເຊິ່ງ​ເປັນ​ສະຖານີ​ອະວະກາດ​ສຳ​ເລັດ​ຜົນ​ກວ່າ​ຫມູ່​ໃນ​ປະຫວັດ​ມວນ​ມະນຸ​ດທີ່​ນັບ​ມາ​ຮອດ​ປະຈຸ​ບັນ,​ໄດ້​ແຕ່ງ​ເລື້ອງ​ອັນ​ບໍ່​ສູນ​ເສົ້າຢູ່​ໃນ​ໃຈ​ຂອງ​ຄົນ​ທັງຫຼາຍ.

ທ່ານ​ຟ້າ​ນຈຽນຝຶງ ນັກຄົ້ນຄວ້າ ຫົວຫນ້າ​ຫນ່ວຍ​ຜູ່​ຊ່ຽວຊານ​ຂົງ​ເຂດ​ການບິນ​ອະວະກາດ​ໃນ​ແຜນການ 863 ຂອງ​ຈີນ​ເວົ້າວ່າ,ສະຖາ​ນີອະວະກາດ​ສັນຕິພາບ​ແມ່ນ​ຫລັກ​ຫມາຍ​ທາງ​ໃນ​ປະຫວັດ​ການບິນ​ອະວະກາດ​ບັນທຸກ​ຄົນ,ມັນ​ໄດ້ປະກອບສ່ວນ​ຫຼາຍກວ່າ​ຫມູ່​ໃນ​ດ້ານ​ການບິນ​ອະວະກາດບັນທຸກຄົນ​ເປັນ​ເວລາ​ດົນ​ນານ,ທ່ານ​ໂປ​ລີ​ຢາ​ຄົຟ ນັກບິນ​ອະວະກາດຢູ່​ສະຖານີ​ອະວະກາດ​ສັນຕິພາບ ​ໄດ້​ເຮັດ​ວຽກ​ຢູ່​ເທິງ​ສະຖານີ​ອະວະກາດ​ຕິດໆ​ກັນ 438 ມື້,​ເຊິ່ງ​ເປັນ​ການ​ເຮັດ​ວຽກ​ຢູ່​ສະຖານີ​ອະວະກາດດົນ​ນານ​ກວ່າ​ຫມູ່​ຢ່າງ​ບໍ່​ເຄີຍ​ມີ​ໃນ​ປະຫວັດສາດ.

ທ່ານ​ຟ້າ​ນຈ້ຽນຝຶງ​ເຫັນ​ວ່າ,​ໃນ​ຈຳນວນ​ເຄື່ອງ​ບິນ​ອະວະກາດ​ບັນທຸກ​ຄົນ​ຢ່າງ​ຍາວ​ນານ​ນັ້ນ,​ໃນ​ດ້ານ​ອອກ​ແບບ​ອົງ​ປະກອບ​ຂອງ​ສະຖານີ​ອະວະກາດ​ສັນຕິພາບ​ກໍ​ມີ​ຄວາມ​ກ້າວຫນ້າ​ຫຼາຍ,ມັນ​ອັດ​ແຈ​ບທີ່​ສຸດ ​ແລະ​ບໍ່​ເພ​ງ່າຍ.

ສຸດ​ທ້າຍ​ທ່ານ​ຟ້າ​ນຈ້ຽນຝຶງ​ເວົ້າວ່າ,ການ​ນຳ​ໃຊ້​ສະຖານີ​ອະວະກາດ​ສັນຕິພາບ​ແມ່ນ​ຫລັກ​ຫມາຍ​ທາງ​ຫລັກ​ຫນຶ່ງ​ອີກ​ຂອງ​ມະນຸດ​ໃນ​ການ​ຊອກ​ຄົ້ນອະວະກາດ​ພາຍຫລັງ​ເຮືອ​ເຫາະຈັກກະວານ​ອັບ​ໂປ​ໂລ​ຂຶ້ນດວງ​ຈັນ​ແລ້ວ,ມັນ​ເຮັດ​ໃຫ້​ຄວາມ​ຝັນ​ຂອງ​ມະນຸດທີ່​ຢາກ​ໄປ​ຢູ່​ອະວະກາດ​ຍາວ​ນານ​ນັ້ນປະກົດ​ເປັນຄວາມ​ຈິງ.ມັນ​ຍັງ​ໄດ້​ສ້າງ​ພື້ນຖານ​ເປັນ​ຢ່າງ​ດີ​ໃຫ້​ແກ່​ມະນຸດ​ສ້າງ​ສະຖານີ​ອະວະກາດ​ໃຫຍ່​ກວ່າ​​ເກົ່າ​ຢູ່​ເທິງ​ອະວະກາດ​ໃນ​ພາຍ​ຫນ້າ​ແລະ​ບິນ​ໄປ​ຫາ​ດາວ​ອື່ນໆ.

ທ່ານ​ດາວ​ສະ​ເຕີ​ລູບ ອະດີດ​ຊ່າງ​ອອກ​ແບບ​ສະຖານີ​ອະະກາດ​ຂອງ​ກົມ​ການບິນ​ອະວະກາດ​ອາ​ເມ​ລິ​ກາ​,ປະຈຸ​ບັນ​ເປັນ​ຜູ້​ຮັບຜິດຊອບ​ແວບ​ຊາຍ​ອະວະກາດ​ສາກົນ​ເວົ້າວ່າ,ຊາວລັດ​ເຊຍ​ໄດ້​ນຳ​ຫນ້າ​ພາ​ຫມູ່​ສ້າງ​ສະຖານີ​ອະວະກາດ,ຕົ້ນທຶນ​ຍັງ​ຕ່ຳ​ກວ່າ​ສະຖານີ​ອະວະກາດ​ສາກົນ​ທີ່​ພວມ​ສ້າງ​ໃນ​ປະຈຸ​ບັນ​ຢ່າງ​ຫຼວງຫຼາຍ,ນີ້​ແມ່ນ​ເລື້ອງ​ອັດ​ສະ​ຈັນ,ສະຖານີ​ອະວະກາດ​ສັນຕິພາບ​ໄດ້​ສະຫນອງ​ຊັບ​ສິນ​ອັນ​ປະ​ເສີດ​ໃຫ້​ແກ່​ການ​ຊອກຄົ້ນອະວະ​ກາດ​ໃນ​ຂັ້ນຕໍ່​ມາ,ການ​ສ້າງ​ສະຖານີ​ອະວະກາດ​ສາກົນ​ຫ່າງ​ເຫີ​ນອອກ​ຈາກ​ບົດຮຽນ​ທີ່​ທ້ອນ​ໂຮມ​ໃນ​ເວລາ​ຄົ້ນຄວ້າ​ເຮັດ​ແລະ​ນຳ​ໃຊ້​ສະຖານີ​ອະວະກາດ​ສັນຕິພາບ​ແລະບົດຮຽນ​ທາງ​ລົບ​ໃນ​ອຸບັດຕິ​ເຫດ​ຕ່າງໆ​ນັ້ນບໍ່​ໄດ້.

ອະດີດ​ວິ​ສະ​ວະ​ກອນ​ຄວບ​ຄຸມ​ການບິນ​ອະວະກາດ​ຂອງ​ກົມ​ການບິນ​ອະະກາດ​ອາ​ເມລິ​ກາ​ກໍ່​ເຫັນ​ວ່າ​ສະຖານີ​ອະວະກາດ​ສັນຕິພາບ​ແ​ມ່ນຂີດ​ຫມາຍ​ໃນ​ເສັ້ນທາງ​ຊອກ​ຄົ້ນອະວະກາດ​ອັນ​ສະຫງ່າ​ລາສີ​ຂອງ​ລັດ​ເຊຍ.

​ໂຄສົກ​ຖະ​ແຫຼງຂ່າວ​ກົມ​ການບິນ​ອະະກາດ​ເອີ​ລົບ​ເວົ້າວ່າ,ການ​ປະກອບສ່ວນ​ຂອງສະຖານີ​ອະວະກາດ​ສັນຕິພາບ​ທີ່​ມີ​ຕໍ່​ການຄົ້ນຄວ້າ​ການບິນ​ອະວະ​ກາດ​ໂລກ​ນັ້ນ​ແມ່ນ​ບໍ່​ສູນ​ເສົ້າຈັກ​ເທື່ອ​ໃນ​ຫຼາຍປີ​ທີ່​ຜ່ານ​ມາ,ສະຖານີ​ອະວະກາດ​ສັນຕິພາບ,​ໄດ້​ຕ້ອນຮັບ​ນັກ​ບິນ​ອະວະກາດ​ຂອງ 10 ກວ່າ​ປະ​ເທດ​ເຊິ່ງລວມທັງ​ປະ​ເທດ​ສະມາຊິກ​ກົມການບິນ​ອະວະກາດ​ເອີ​ລົບ,ພວກ​ເຂົາ​ເຈົ້າ​ໄດ້​ພ້ອມ​ກັນ​ກັບ​ນັກ​ບິນ​ອະວະກາດ​ລັດ​ເຊຍ​ດຳ​ເນີນ​ການ​ທົດ​ລອງ​ວິທະຍາສາດຢ່າງ​ຫຼວງຫຼາຍຢູ່​ສະຖານີອະວະກາດ​ສັນຕິພາບ,ອັນ​ໄດ້​ຊຸກ​ຍູ້​ການ​ພັດ​ທະ​ນາ​ການຄົ້ນຄວ້າ​ວິທະຍາສາດ​ຕ່າງໆ​ໃນ​ໂລກ,​ເມື່ອ​ໄດ້​ເຮັດ​ວຽກ​ຢ່າງ​ດີ​ເດັ່ນມາ​ເປັນ​ເວລາ 15 ປີ​ແລ້ວ,ລັດ​ເຊຍ​ຈິ່ງ​ຕົກລົງ​ເຮັດ​ໃຫ້​ສະຖານີ​ອະວະກາດສັນຕິພາບ​ຫຼົ່ນລົງ​ແມ່ນ​ເຫມາະ​ສົມ​ທີ່​ສຸດ,​ແ​ຕ່ວ່າການ​ຕົກ​ລົງ​ມາ​ຂອງ​ມັນ​ບໍ່​ຫມາຍ​ຄວາມ​ວ່າການ​ຄົ້ນຄວ້າ​ການບິນ​ອະວະກາດ​ບັນທຸກ​ຄົນ​ໄດ້​ສ້ຽງ​ສຸດ​ລົງ.​ແຕ່​ຫາກ​ເປັນ​ການ​ເພີ່ມ​ທະວີ​ການ​ສ້າງ​ສະຖານີ​ອະວະກາດ​ສາກົນ​ທີ່​ມີ​ຂະຫນາດ​ໃຫຍ່​ກວ່າ​ເກົ່າ​ອີກ.

ທ່ານ​ຜູ່​ຟັງ​ທີ່​ໂຄລົບ,ຕໍ່​ໄປ​ເຮົາ​ຂໍ​ສະ​ເຫ​ນີ 10 ​ເລື້ອງ​ໃຫຍ່​ຂອງ​ສະຖາ​ນີອະະ​ກາດ​ສັນ​ຕິພາບ,ສະຖານີ​ອະະກາດ​ສັນຕິພາບ​ລັດ​ເຊຍ​ໄດ້​ຜ່ານ​ປະສົບ​ການ​ອັນ​ສັບສົນ ​ແລ້ວ​ໄດ້​ຕົກລົງ​ສູ່​ມະຫາ​ສະຫມຸດ​ຢ່າງ​ສຳ​ເລັດ​ຜົນ​ໃນ​ວັນ​ທີ 23 ມີນາ​ປີ 2001 ,ຕໍ່​ໄປ​ແມ່ນ 10 ​ເລື້ອງ​ໃຫຍ່​ຂອງະຖານີ​ອະວະກາດ​ສັນຕິ​ພາບ​ໃນ 15 ປີ​ມານີ້:

1 ການ​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ​ໃນ​ເບື້ອງ​ຕົ້ນ,ປີ 1976 ,ບໍລິສັດ​ປະສົມ​ການ​ຜະລິດ​ວິ​ທະ​ຍາ​ສາດ​ພະລັງງານ​ຂອງ​ອະດີດ​ສະຫະພາບ​ໂຊ​ວຽດ,​ໄດ້​ຕົກລົງ​ຄົ້ນຄວ້າ​ເຮັດ​ສະຖາ​ນີອະວະ​ກາດ​ແບບ​ໃຫມ່.

2​ການ​ຍິງ​ສົ່ງ​ຂຶ້ນສູ່​ອະວະກາດ,ວັນ​ທີ 20 ກຸມພາ​ປີ 1986,ຫ້ອງ​ຕົ້ນຕໍ​ຂອງ​ສະຖານີ​ອະວະກາດ​ສັນຕິພາບ​ຖືກ​ຍິງ​ສົ່ງ​ຂຶ້ນສູ່​ວິຖີ​ໂຄຈອນ​ມໍ່ຫນ່ວຍ​ໂລກຢ່າງ​ສຳ​ເລັດ​ຜົນ.

1  2