ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-04 22:33:12    
ເຕັກນິກ​ລະບາຍ​ນ້ຳຢູ່​​ໜ້າ​ດິນ​ແບບ​ປະ​ຢັດ​ນ້ຳ

cri Author: li


ລາວ​ແມ່ນ​ປະ​ເທດ​ກະສິກຳ,​ແຕ່​ໃນ​ດ້ານ​ເຜີຍ​ແຜ່​​ເຕັກນິກ​ລະບາຍ​ນ້ຳທີ່​ກ້າວໜ້າ​ເຊັ່ນການ​ພົ່ນ​ນ້ຳແລະ​ການ​ຢອດ​ນ້ຳ​​ໃນ​ເນື້ອ​ທີ່​ກວ້າງ​ເປັນຕົ້ນ​ຍັງ​ມີ​ຄວາມ​ຈຳກັດ​ຫຼາຍ​,ສະນັ້ນ ການ​ເພີ່ມ​ຄວາມ​ແຮງ​ກໍ່ສ້າງ​ກິດຈະການ​ທົ່ງ​ນາ,ອອກ​ແຮງ​ຄົ້ນຄວ້າ​ແລະ​ເຜີຍ​ແຜ່​ເຕັກນິກ​ລະບາຍ​ນ້ຳຢູ່​ໜ້າ​ດິນ​ແບບ​ປະຢັດ​ນ້ຳນັ້ນ ອາດ​ຈະ​ແມ່ນ​ການ​ຄັດ​ເລືອກ​ທີ່​ດີ​ໃນ​ການ​ປູກພືດ​ກະສິກຳ​ຂອງ​ລາວ.

ການລະ​ບາຍ​ນ້ຳຢູ່​ໜ້າດິນ​ແມ່ນ​ເຕັກນິກ​ລະບາຍ​ນ້ຳ​ເຂົ້າ​ນາ​ທີ່​ເກົ່າ​ແກ່,​ແຕ່​​ໃນ​ປັດຈຸບັນ​ມັນ​ຍັງ​ແມ່ນ​ວິທີ​ລະບາຍ​ນ້ຳຊະນິດ​ໜຶ່ງ​ທີ່​ຫຼາຍໆ​ປະ​ເທດ​ໃນ​ໂລກ​ໂດຍ​ສະ​ເພາະ​ແມ່ນ​ປະ​ເທດ​ພວມ​ພັດທະນາ​ນຳ​ໃຊ້​ໂດຍ​ທົ່ວ​ໄປ,ກວມ 90% ຂຶ້ນ​ໄປ​ຂອງ​ເນື້ອ​ທີ່​ລະບາຍ​ນ້ຳ​ໃນ​ໂລກ.

ຜູ້​ຊ່ຽວຊານ​ກະສິກຳ​ເຫັນ​ວ່າ,ການ​​ແປງ​ທີ່​ດິນ​ໃຫ້​ຮາບ​ພຽງ​ແມ່ນ​ມາດ​ຕະການ​ສຳຄັນ​ລາຍ​ໜຶ່ງ​ໃນ​ການ​ຍົກ​ເຕັກນິກ​ແລະ​ຄຸນ​ນະພາ​ບລະບາຍ​ນ້ຳ​ຢູ່ໜ້າດິນ​ໃຫ້​ສູງ​ຂຶ້ນ,​ເຮັດ​ໃຫ້​ເວລາ​ລະບາຍ​ນ້ຳ​ສັ້ນ​ລົງ,ຍົກ​ປະສິດທິພາບ​ລະບາຍ​ນ້ຳ​ໃຫ້​ສູງ​ຂຶ້ນ,ປະຢັດ​ນ້ຳ​ແລະ​ເພີ່ມ​ພູນ​ຜະລິດ​ຜົນ. ​ໃນ​ເວລາ​ແປງທີ່​ດິນ​​ໃຫ້ຮາບ​ພຽງນັ້ນ,ກໍດັດ​ສ້າງ​ກິດຈະການ​ທົ່ງ​ນາ​ເຊັ່ນ,​ປ່ຽນ​ແປງຍາວ​ເປັນ​ແປງ​ສັ້ນ,ປ່ຽນ​​ແປງກວ້າງ​ເປັນ​​ແປງ​ແຄບ,ອອກ​ແບບ​ຄວາມ​ນ້ອຍ​ໃຫຍ່​ຂອງ​ຮ່ອງ​​ແປງແລະ​ປະລິມານ​ນ້ຳທີ່​​ໄຫຼເຂົ້າ​ແປງ​ນັ້ນຢ່າງ​ສົມ​ເຫດ​ສົມ​ຜົນ,ສາມາດ​​ເຮັດ​ໃຫ້ການ​ລະບາຍ​ນ້ຳສະ​ໝ່ຳສະ​ເໝີ​ກັນ​ແລະ​ຍົກ​ປະສິດທິ​ພາບ​​ໃນ​ການລະບາຍ​ນ້ຳ​ໃຫ້​ສູງ​ຂຶ້ນ​ຢ່າງ​ຫຼວງຫຼາຍ.

​ໃນ​ຂະນະ​ດຽວ​ກັນ​ນີ້,ດັດ​ແປງວິທີ​ລະບາຍ​ນ້ຳ​ທີ່​ເຮັດໃຫ້​ໜ້າ​ດິນ​ປຽກ​ຊຸ່ມ​​ໝົດ​​ເຊິ່ງ​ເປັນ​ວິທີດັ້ງ​ເດີມ,ດຳ​ເນີນ​ການລະບາຍ​ນ້ຳ​ເຂົ້າ​ແປງ​ແບບບາ​ກັນ​ຫຼື​ລະບາຍ​ນ້ຳຢູ່​ພາກສ່ວນ​ໜຶ່ງ,ນີ້ບໍ່​ພຽງ​ແຕ່​ຫຼຸດ​ມາດຕາ​ສ່ວນ​ຂອງ​ປະລິມານ​ນ້ຳລະ​ເຫີ​ຍ​ໃນ​ດິນ​ລະຫວ່າງ​ຕົ້ນທີ່​ກວມ​ຍອດ​ປະລິມານ​ນ້ຳທີ່​ລະ​ເຫີຍ​ໃນ​ນາ​​ໃຫ້​ໜ້ອຍ​ລົງ​,​ເຮັດ​ໃຫ້​ປະສິດທິພາບ​ນຳ​ໃຊ້​ນ້ຳ​ຂອງ​ດິນ​ນາ​ສູງ​ຂຶ້ນ​ຢ່າງ​ເດັ່ນ​ຊັດ​ທໍ່​ນັ້ນ,ຫາກ​ຍັງ​ສາມາດ​ປົວ​ແປງ​ຄວາມ​ຜຸ​ຜຸ່ຍ​ຂອງ​ດິນ​ຢູ່​ເຂດ​ຮາກ​ຂອງ​ພືດ​ໃຫ້​ດີ​ຂຶ້ນ,ຊຸກ​ຍູ້​ໃຫ້​ລະບົບ​ຮາກ​ເລິກ​ເຂົ້າ,ຊ່ອຍ​ໃຫ້​ລະບົບ​ຮາກ​ນຳ​ໃຊ້​ດິນ​ໃນ​ຊັ້ນ​ເລິກ​ມາສະ​ສົມ​ນ້ຳ,ທັງມີ​ຈຸດ​ພິ​ເສດ​ສອງ​ຢ່າງ​ຄື​ປະຢັດ​ນ້ຳ​ແລະ​ເພີ່ມພູນ​ຜະລິດຜົນ,​ເປັນຕາ​ອອກ​ແຮງ​ເຜີຍ​ແຜ່​.

ນອກ​ນີ້ ການ​ດັດ​ແປງວິທີ​ປ່ອຍ​ນ້ຳ,ປ່ຽນ​ການ​ປ່ອຍ​ນ້ຳ​ເຂົ້າຮ່ອງ​ເຂົ້າ​ແປງບ​າດ​ດຽວ​ແບບ​ດັ້ງ​ເດີມ​ເປັນ​ການ​ປ່ອຍ​ນ້ຳ​ແບບ​ພັກ​ເຊົາ,​ການລະ​ບາຍ​ນ້ຳ​​ແບບ​ພັກ​ເຊົາຖືກ​ເອີ້ນ​​ເປັນການ​ບຸກທະລຸ​ໃນ​ດ້ານ​ເຕັກນິກ​ລະບາຍ​ນ້ຳຢູ່​ໜ້າດິນ​ໃນ​ຊຸມ​ປີ 80 ສະຕະວັດ​ແລ້ວ​ນີ້. ການ​ປ່ອຍ​ນ້ຳ​​ແບບ​ພັກ​ເຊົາເຮັດ​ໃຫ້​ກະ​ແສນ້ຳ​ໄຫຼ​ໄປ​ໜ້າ​ແບບ​ຟອງນ້ຳ,ຍ້ອນ​ວ່າ​ຮູ​ໃນ​ດິນ​​ປິດ​ຢ່າງ​ອັດຕະ​ໂນ​ມັດ​ໄດ້,ຢູ່​ໜ້າດິນ​ຈະ​ຈໍ່​ຕົວ​ເປັນ​ຊັ້ນອັດ​ຕັນ​ບາງໆ,ກະ​ແສນ້ຳ​​ໄຫຼ​ໄປ​ໜ້າ​ໄວ. ​ໃນ​ເວລາ​ລະບາຍ​ນ້ຳດ້ວຍ​ປະ​ມິ​ມານ​ນ້ຳ​ທໍ່​ກັນ​ນັ້ນ,​ຄວາມ​ຫ່າງ​ກັນ​ຂອງ​ກະ​ແສນ້ຳ​ໃນ​ການ​ລະບາຍ​​ແບບ​ພັກ​ເຊົາ​ນັ້ນແມ່ນ 1 ຮອດ 3 ​ເທົ່າ​ຂອງ​ການ​ລະບາຍ​ນ້ຳ​​ແບບ​ຕໍ່​ເນື່ອງ​ກັນ,​ອັນ​ໄດ້​ຫຼຸດການ​ຮົ່ວ​ໄຫຼ​ຢູ່ຊັ້ນ​ເລິກ​ໃຫ້​ໜ້ອຍ​ລົງ​ຢ່າງ​ຫຼວງຫຼາຍ,​ເຮັດ​ໃຫ້ການ​ລະບາຍ​ນ້ຳສະ​ໝ່ຳສະ​ເໝີ​ກວ່າ​ເກົ່າ,ຕົວ​ເລກ​ດັດຊະນີ​ນຳ​ໃຊ້​ນ້ຳ​ໃນທົ່ງ​ນາສາ​ມາດ​ບັນລຸ 0,8 ຮອດ 0,9.

ສີ່,ຍັງ​ສາມາດ​ດັດ​ແປງ​ເຄື່ອງ​ປະກອບ​ປ່ອຍ​ນ້ຳ​ເຂົ້າຮ່ອງ​ເຂົ້າ​ແປງ,​ໃຊ້​ຫຼອດ​ດູດ​ນ້ຳ​ແບບ​ສາຍ​ຮຸງ(​ໃຊ້​ໃນ​ການ​ລະບາຍ​ນ້ຳ​ເຂົ້າ​ເໝືອງ)​ຫຼື​ຫຼອດ​ປະຕູ​ເຄື່ອນ​ທີ່​ຢູ່​ໜ້າ​ດິນ​(​ໃຊ້​ໃນການ​ລະບາຍ​ນ້ຳດ້ວຍ​ທໍ່)ມາ​ປ່ອຍ​ນ້ຳເມື່ອ​ທຽບ​ກັບ​ການ​​ໃຊ້​ແຮງ​ຄົນ​ເປີດ​ຮູ​ປ່ອຍ​ນ້ຳ​ແລ້ວ,ອັດຕາ​ນຳ​ໃຊ້​ນ້ຳ​ໃນ​ທົ່ງນາສາ​ມາດ​ສູງ​ເຖິງ 5% ຮອດ 10%.

ການ​ລະບາຍ​ນ້ຳ​ເທິງ​ເຍື່ອບາງ​ແມ່ນ​ວິທີ​ລະບາຍ​ນ້ຳຢູ່​ໜ້າດິນ​ອັນ​ໃໝ່​ຊະນິດ​ໜຶ່ງ​ທີ່​ຈີນ​ພັດທະນາ​ບົນ​ພື້ນຖານ​ເຕັກນິກ​ປູກຝັງທີ່​ຫຸ້ມ​ດ້ວຍ​​ເຍື່ອບາງ. ຄື​ປູ​​ເຍື່ອບາງ​ຢ່​ໃນ​ແປງຫຼືູ​ຮ່ອງ​,​ແລ້ວ​ລະບາຍ​ນ້ຳດ້ວຍ​ເຍື່ອບາງ,ນີ້​ແມ່ນ​ການ​ລະບາຍ​ນ້ຳ​ແບບ​ພາກສ່ວນ​ຊະນິດ​ໜຶ່ງ. ​ເມື່ອ​ປະສານ​ສົມທົບ​ກັບ​ການ​ປູກຝັງທີ່​ຫຸ້ມ​ດ້ວຍ​​ເຍື່ອບາງ​ແລ້ວ,ມັນມີ​ຈຸດພິ​ເສດ​ປະຢັດ​ນ້ຳ,ຮັກສາ​ຝຸ່ນ,ຍົກ​ອຸນຫະພູມ​ຂອງ​ດິນ​ໃຫ້​ສູງ​ຂຶ້ນ,ສະກັດ​ກັ້ນການ​ເກີດ​ຫຍ້າ​ແລະ​ຊຸກ​ຍູ້​ໃຫ້​ພືດ​ມີ​ຜົນ​ຜະລິດ​ສູງ,ຄຸນ​ນະພາບ​ດີ​ແລະ​ສຸກ​​ໄວ​ເປັນຕົ້ນ.