ຕາມຂ່າວCRI: ວັນທີ 4 ມີນາ, ທະຫານອາເມລິກາໄດ້ຍິງປືນໃສ່ນາງກິວລຽນນາ ສະເກຼນາ ນັກຂ່າວອີຕາລີທີ່ຖືກລັກພາຕົວຢູ່ອີຣັກແລະຖືກປ່ອຍຕົວໃນຫວ່າງມໍ່ໆນີ້ໃຫ້ບາດເຈັບ.
 ນາງກິວລຽນນາ ສະເກຼນາ
ນາງສະເກຼນາແມ່ນຖືກທະຫານອາເມລິກາຍິງບາດເຈັບໃນເວລາຂີ່ຍົນຜ່ານສະຖານີກວດກາຂອງທະຫານອາເມລິກາບົນເສັ້ນທາງໄປເດີ່ນຍົນແບກແດດເພື່ອກັບຄືນອີຕາລີ. ເຈົ້າໜ້າທີ່ອີຕາລີຜູ່ໜຶ່ງໃນລົດທີ່ເຂົ້າຮ່ວມການກອບກູ້ນາງຖືກຍິງຕາຍ. ປະຈຸບັນ ນາງສະເກຼນາພວມຮັບການປິ່ນປົວຢູ່ໂຮງໝໍແຫ່ງໜຶ່ງທີ່ແບກແດດ.
ໃນມື້ດຽວກັນ ທະຫານອາເມລິກາອີກ 4 ຄົນຖືກຫຼອນໂຈມຕີຕາຍຢູ່ອີຣັກ.
1 2
|