ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-06 16:45:37    
ທ່ານອັບບາສຮຽກ​ຮ້ອງ​ໃຫ້​ອິສ​ລາ​ແອນ​ສືບ​ຕໍ່​ມອບ​ຕົວ​ເມືອງ​ຢູ່​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ​ໃຫ້​ຝ່າຍ​ປາ​ເລັສ​ຕິນ

cri Author: lm

ຕາມ​ຂ່າວCRI: ວັນ​ທີ 5 ມີນາ, ທ່ານ​ອັບ​ບາສ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສ​ຕິນ​ໄດ້​ຮຽກ​ຮ້ອງ​ໃຫ້​ອິສລາ​ແອນ​ສືບ​ຕໍ່​ມອບ​ຕົວ​ເມືອງ​ຢູ່ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ​ໃຫ້​ຝ່າຍ​ປາ​ເລັສ​ຕິນ.

ທ່ານ​ອັບ​ບາສກ່າວ​ວ່າ, ຖ້າ​ອິສລາ​ແອນ​ບໍ່​ມອບ​ຕົວ​ເມືອງ​ຢູ່ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ​ໃຫ້​ຝ່າຍ​ປາ​ເລັສຕິນ​ແລ້ວ, ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕິນກໍ່​ຈະ​ບໍ່​ສາມາດ​ຟື້ນ​ຟູ​ລະ​ບອບ​ກົດ​ໝາຍແລະລະບຽບ​ຮຽບຮ້ອຍສັງຄົມ​ຢູ່​ເຂດປາ​ເລັສຕິນຄວບ​ຄຸມ​. ທ່ານ​ອັບ​ບາສ​ເຕືອນ​ໃຫ້​ອິສລາ​ແອນ​ກັບ​ຄືນ​ສູ່​ໂຕະ​ເຈລະຈາ, ປຶກສາ​ຫາລື​ກັບ​ຝ່າຍ​ປາ​ເລັສຕິນກ່ຽວ​ກັບ​ບັນຫາ​ມອບ​ຕົວ​ເມືອງ​ຢູ່ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ​ໃຫ້​ຝ່າຍ​ປາ​ເລັສຕິນ​.