ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-06 20:28:34    
ຈີນ​ຍິນ​ດີ​ຂະ​ຫຍາຍ​ການ​ພົວ​ພັນ​ໝູ່ຄູ່​ຍຸດ​ທະ​ສາດ​ທີ່​ອວ່າ​ຍໜ້າ​ໄປ​ສູ່​ສັນ​ຕິ​ພາບ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ກັບ​ກຸ່ມ​ອາ​ຊຽນ

cri Author: da
ຕາມ​ຂ່າວ​CRI: ໃນ​ງານ​ຊຸມ​ນຸມ​ນັກ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ທີ່​ປັກ​ກິ່ງ​ໃນ​ວັນ​ທີ 6 ມີນາ​,ທ່ານ​ຫຼີ​ຈາວ​ຊິງ ລັດຖະ​ມົນຕີ​ການ​ຕ່າງປະ​ເທດ​ຈີນ​ເວົ້າ​ວ່າ, ຈີນ​ຍິນ​ດີ​ຂະ​ຫຍາຍ​ການ​ພົວ​ພັນ​ໝູ່ຄູ່​ຍຸດ​ທະ​ສາດ​ທີ່​ອວ່າຍ​ໜ້າ​ໄປ​ສູ່​ສັນຕິ​ພາບ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ກັບ​ກຸ່ມອາ​ຊຽນ ບົນ​ພື້ນ​ຖານ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​​ໂຫຍດ​ແລະ​ໄດ້​ຜົນ​ທັງ​ສອງ​ຝ່າຍ.

ທ່ານ​ຫຼີຈາວ​ຊິງ​ເວົ້າ​ວ່າ,ຂະ​ບວນ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ​ໄດ້​ເລີ່ມ​ຂຶ້ນ​ຮອບ​ດ້ານ​,ຍອດ​ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ​ໃນ​ປີ​ກາຍ​ໄດ້​ບັນລຸ​ 105 ຕື້ 800 ລ້ານ​ໂດ​ລາ​ສະຫະ​ລັດ,​ໄດ້​ບັນລຸ​ຄາດ​ໝາຍ​ກ່ອນ​ເວລາ​ກຳນົດ.

ທ່ານ​ຫຼີຈາວ​ຊິງ​ເວົ້າ​ວ່າ,ປີ​ກາຍ​ນີ້ ພາຍ​ຫຼັງ​ເກີດ​ໄພ​ຊູ​ນາ​ມີ​ແລ້ວ​,ຈີນ​ໄດ້​ສະ​ໜອງ​ການ​ຊ່ອຍ​ເຫຼືອ​ຕາມ​ຄວາມ​ສາ​ມາດ​ຂອງ​ຕົນ​ໃຫ້​ເຂດ​ປະສົບ​ໄພ,​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຢ່າງ​ກວ້າງ​ຂວາງ.​ເຊັ່ນ​ດຽວ​ກັນ,ກໍ​ມີ​ພົນລະ​ເມືອງ​ຈີນ​ຫຼາຍ​ສິບ​ຄົນ​ເສຍ​ຊີວິດ​ແລະ​ບາດ​ເຈັບ​ໃນ​ໄພ​ພິບັດ​​ເທື່ອ​ນີ້,​ລັດຖະ​ບານ​ແລະ​ປະຊາ​ຊົນ​ຂອງ​ປະ​ເທດ​ໃກ້​ຄຽງ​ໄດ້​ເບິ່ງ​ແຍງ​ພວກ​ເຂົາ​ເຈົ້າ​ຢ່າງ​ຫຼວງ​ຫຼາຍ,​ທ່ານ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ນຳ​ປະ​ເທດ​ໃກ້​ຄຽງ​ເຫຼົ່າ​ນີ້.